ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ມະຫານາມະ ! ຖ້າເມື່ອໃດ ອະຣິຍະສາວົກ ເຫັນດ້ວຍດີດ້ວຍປັນຍາອັນຖືກຕ້ອງຕາມທີ່ເປັນຈິງ ໃນຂໍ້ນັ້ນວ່າ ກາມທັງຫຼາຍ ໃຫ້ເກີດຄວາມຍິນດີໜ້ອຍ ມີທຸກຂ໌ຫຼາຍ ມີຄວາມຄັບແຄ້ນຫຼາຍ ໂທດໃນເພາະກາມນັ້ນຫຼາຍຍິ່ງແທ້ ດັ່ງນີ້ດ້ວຍ,
໑໐໓໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ແລະເຂົາກໍ (ໄດ້) ເຖິງທັບປີຕິ ແລະ ສຸຂ ອັນເວັ້ນຈາກກາມ ອັນເວັ້ນຈາກອະກຸສົລທັມທັງຫຼາຍ ຫຼື ເຖິງທັບຄວາມສຸຂຢ່າງອື່ນ ທີ່ສະງົບລະງັບກວ່າກາມນັ້ນດ້ວຍ ; ເມື່ອນັ້ນ ເຂົານັ້ນ ກໍຈະບໍ່ວຽນກັບໄປສູ່ກາມທັງຫຼາຍອີກ.
(ຕໍ່ຈາກນີ້ ໄດ້ຕຣັດເລົ່າເຖິງເຫຕການແນວດຽວກັນນີ້ ທີ່ເກີດແກ່ພຣະອົງ ໃນໄລຍະກ່ອນການຕຣັສຮູ້ ເປັນການຢືນຢັນອີກຄັ້ງໜຶ່ງ).
- ມູ. ມ. ໑໒/໑໘໐/໒໑໑.
ໝວດ ງ. ວ່າດ້ວຍ ຫຼັກການປະຕິບັຕຂອງສັມມາສັງກັປປະ
ວິທີພິຈາຣະນາເພື່ອເກີດສັມມາສັງກັປປະ
ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕຢູ່, ໄດ້ເກີດຄວາມຮູ້ສຶກອັນນີ້ຂຶ້ນວ່າ ເຮົາຄວນເຮັດວິຕົກທັງຫຼາຍໃຫ້ເປັນສອງສ່ວນເຖີ້ນ. ພິກຂຸ ທ. ! ເຮົາໄດ້ເຮັດ ກາມະວິຕົກ ພະຢາປາທະວິຕົກ ວິຫິງສາວິຕົກ ສາມຢ່າງນີ້ໃຫ້ເປັນອີກສ່ວນໜຶ່ງ, ໄດ້ເຮັດ ເນກຂັມມະວິຕົກ ອັບພະຢາປາທະວິຕົກ ອະວິຫິງສາວິຕົກ ສາມຢ່າງນີ້ ໃຫ້ເປັນອີກສ່ວນໜຶ່ງແລ້ວ.
ກ. ໂທດແຫ່ງມິຈສາສັງກັປປະ
ພິກຂຸ ທ. ! ເມື່ອເຮົາເປັນຜູ່ບໍ່ປະມາດ ມີພຽນ ມີຕົນສົ່ງໄປຢູ່ແນວນີ້ ກາມະວິຕົກ ເກີດຂຶ້ນ ເຮົາກໍຮູ້ແຈ້ງດັ່ງນີ້ວ່າ ກາມະວິຕົກເກີດແກ່ເຮົາແລ້ວ, ກາມະວິຕົກນັ້ນ ຍ່ອມເປັນໄປເພື່ອບຽດບຽນຕົນແດ່ ບຽດບຽນຜູ່ອື່ນແດ່ ບຽດບຽນທັງສອງຝ່າຍ (ຄືທັງຕົນ ແລະຜູ່ອື່ນ) ແດ່, ເປັນໄປເພື່ອຄວາມດັບແຫ່ງປັນຍາ ເປັນຝັກຝ່າຍແຫ່ງຄວາມຄັບແຄ້ນ ບໍ່ເປັນໄປພ້ອມເພື່ອນິບບພານ. ພິກຂຸ ທ. ! ເມື່ອເຮົາພິຈາຣະນາເຫັນຢູ່ ... ໆລໆ໑ ... ແນວນີ້ ກາມະວິຕົກ ຍ່ອມເຖິງຊຶ່ງອັນຕັ້ງຢູ່ບໍ່ໄດ້.
໑. ເຫັນແນວນີ້ ຄືເຫັນດັ່ງວ່າມາແລ້ວ ເຊັ່ນ : ມີການບຽດບຽນຕົນເປັນຕົ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາສັງກັປປະ ໑໐໓໙
ພິກຂຸ ທ. ! ເຮົາໄດ້ລະ ແລະບັນເທົາກາມະວິຕົກ ອັນບັງເກີດຂຶ້ນແລ້ວ ແລະ ບັງເກີດແລ້ວ ເຮັດໃຫ້ສິ້ນສຸດໄດ້ແລ້ວ (ໃນກໍລະນີແຫ່ງ ພະຢາປາທະວິຕົກ ແລະ ວິຫິງສາວິຕົກ ກໍມີແນວແຫ່ງການພິຈາຣະນາເຊັ່ນດຽວກັນກັບໃນກໍລະນີແຫ່ງ ກາມະວິຕົກ ໄປຈົນຮອດຄໍາວ່າ ... ເຮັດໃຫ້ສິ້ນສຸດໄດ້ແລ້ວ).
ພິກຂຸ ທ. ! ພິກຂຸຕຶກຕາມຕອງຕາມເຖິງອາຣົມໃດໆຫຼາຍ ຈິຕຍ່ອມນ້ອມໄປໂດຍອາການເຊັ່ນນັ້ນໆ ; ຖ້າພິກຂຸຕຶກຕາມຕອງຕາມເຖິງ ກາມະວິຕົກ ຫຼາຍ ກໍເປັນອັນວ່າລະເນກຂັມມະວິຕົກເສຍ ເຮັດແລ້ວຢ່າງຫຼາຍຊຶ່ງກາມະວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນກາມ (ກາມະວິຕົກ). ຖ້າພິກຂຸຕຶກຕາມຕອງຕາມເຖິງ
ພະຢາປາທະວິຕົກ ຫຼາຍ ກໍເປັນອັນວ່າ ລະອະພະຢາປາທະວິຕົກເສຍ ເຮັດແລ້ວຢ່າງຫຼາຍຊຶ່ງພະຢາປາທະວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນການພະຍາບາດ (ພະຢາປາທະວິຕົກ). ຖ້າພິກຂຸຕຶກຕາມຕອງຕາມເຖິງ ວິຫິງສາວິຕົກ ຫຼາຍ ກໍເປັນອັນວ່າລະອະວິຫິງສາວິຕົກເສຍ ເຮັດແລ້ວຢ່າງຫຼາຍຊຶ່ງວິຫິງສາວິຕົກ ; ຈິຕຂອງເຂົານັ້ນຍ່ອມນ້ອມໄປ ເພື່ອຄວາມຕຶກໃນການເຮັດສັຕໃຫ້ລໍາບາກ (ວິຫິງສາວິຕົກ).
ພິກຂຸ ທ. ! ປຽບເໝືອນໃນຍາມລະດູສາດ ຄື ເດືອນສຸດທ້າຍແຫ່ງລະດູຝົນ ຄົນລ້ຽງງົວຍ່ອມລ້ຽງຝູງງົວໃນບ່ອນແຄບ ເພາະເຕັມໄປດ້ວຍຕົ້ນເຂົ້າ ເຂົາຕ້ອງຕີຕ້ອນຫ້າມກັນຝູງງົວ ຈາກຕົ້ນເຂົ້ານັ້ນດ້ວຍທ່ອນໄມ້ ເພາະເຂົາເຫັນໂທດ ຄືການຖືກປະຫານ ການຖືກຈັບກຸມ ການຖືກປັບໄໝ ການຕິຕຽນ ເພາະມີຕົ້ນເຂົ້ານັ້ນເປັນເຫຕ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ເຖິງເຮົາກໍເຊັ່ນນັ້ນ ໄດ້ເຫັນແລ້ວຊຶ່ງໂທດຄວາມຊົ່ວຊ້າ ເສົ້າໝອງແຫ່ງອະກຸສົລທັມທັງຫຼາຍ, ເຫັນອານິສົງສ໌ໃນການອອກຈາກກາມ ຄວາມເປັນຝັກຝ່າຍຂອງຄວາມຜຸດຜ່ອງ ແຫ່ງກຸສົລທັມທັງຫຼາຍ.
໑໐໔໐ ອະຣິຍະສັຈຈ໌ຈາກພຣະໂອຖະ
ຂ. ຄຸນແຫ່ງສັມມາສັງກັປປະ








