ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ພິກຂຸ ທ. ! ເທວະດາ ແລະ ມະນຸສສ໌ ພວກທີ່ຊຸດລົງຢູ່ບ່ອນນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ຄືເທວະດາ ແລະ ມະນຸສສ໌ ພວກທີ່ມີພົບເປັນທີ່ມາຍິນດີ ຍິນດີແລ້ວໃນພົບ ເພີດເພີນໃນພົບ, ເມື່ອບຸຄຄົນສະແດງທັມ ເພື່ອຄວາມດັບບໍ່ເຫຼືອແຫ່ງພົບແກ່
ເທວະດາ ແລະ ມະນຸສສ໌ນັ້ນຢູ່ ຈິຕຂອງເຂົາກໍບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ ບໍ່ນ້ອມໄປ. ພິກຂຸ ທ. ! ແນວນີ້ເອີ້ນວ່າ ພວກທີ່ຊຸດລົງຢູ່ບ່ອນນັ້ນ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໑໑
ພິກຂຸ ທ. ! ເທວະດາ ແລະ ມະນຸສສ໌ ພວກທີ່ແລ່ນຕະເຫຼີດໄປ ເປັນແນວໃດໜໍ ? ຄືພວກທີ່ອຶດອັດຢູ່ ເປີດໜ່າຍຢູ່ ຊັງຢູ່ດ້ວຍພົບ (ແຕ່) ເພີດເພີນຢ່າງຍິ່ງຢູ່ກັບວິພົບ (ພາວະປາສະຈາກພົບ) ດ້ວຍຄິດວ່າ “ທ່ານຜູ່ຈະເຣີນທັງຫຼາຍເອີຍ ! ໄດ້ຍິນວ່າອັຕຕານີ້ ພາຍຫຼັງຈາກການຕາຍເພາະການທໍາລາຍແຫ່ງກາຍ ຍ່ອມຂາດສູນ ຍ່ອມວິນາດ ບໍ່ໄດ້ມີຢູ່ພາຍຫຼັງຈາກການຕາຍ : ນັ້ນແຫຼະ ເປັນພາວະສະງົບລະງັບ ນັ້ນແຫຼະ ເປັນພາວະປະນີຕ ນັ້ນແຫຼະ ເປັນພາວະແນ່ນອນຕາຍໂຕ” ດັ່ງນີ້. ພິກຂຸ ທ. ! ແນວນີ້ເອີ້ນວ່າ ພວກທີ່ແລ່ນຕະເຫຼີດໄປ.
ພິກຂຸ ທ. ! ສ່ວນພວກທີ່ມີຈັກຂຸ ຍ່ອມເຫັນ (ຕາມທີ່ເປັນຈິງ) ເປັນແນວໃດໜໍ ? ຄືພິກຂຸໃນກໍລະນີນີ້ ຍ່ອມເຫັນທັມທີ່ເກີດແລ້ວ ເປັນແລ້ວ ໂດຍຄວາມເປັນສິ່ງທີ່ເກີດແລ້ວ ເປັນແລ້ວ ແລ້ວກໍເປັນຜູ່ປະຕິບັຕເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ຄວາມດັບບໍ່ເຫຼືອ ແຫ່ງທັມທີ່ເກີດຂຶ້ນແລ້ວ ເປັນແລ້ວ. ພິກຂຸ ທ. ! ເຊັ່ນນີ້ເອີ້ນວ່າ ພວກທີ່ມີຈັກຂຸ ຍ່ອມເຫັນ (ຕາມເປັນຈິງ).
- ອິຕິວຸ. ຂຸ. ໒໕/໒໖໓/໒໒໗.
(ໂດຍພຣະບາລີນີ້ ເຮັດໃຫ້ເກີດຄວາມເຂົ້າໃຈວ່າ ພວກທີ່ຊຸດລົງຢູ່ບ່ອນນັ້ນ ແມ່ນພວກ
ສັສສະຕະທິຕຖິ, ພວກທີ່ແລ່ນຕະເຫຼີດເປີດເປີ່ງໄປນັ້ນ ແມ່ນພວກ ອຸຈເສທະທິຕຖິ, ສ່ວນພວກທີ່ເຫັນຕາມທີ່ເປັນຈິງ ແມ່ນພວກ ສັມມາທິຕຖິ, ຕ່າງກັນຢູ່ດັ່ງນີ້ ເປັນສາມພວກ ທັງທີ່ມີມູນມາຈາກເຫຕຢ່າງດຽວກັນ ຄືມີທິຕຖິສອງຢ່າງຫໍ່ຫຸ້ມແລ້ວດ້ວຍກັນ).
໑໐໑໒ ອະຣິຍະສັຈຈ໌ຈາກພຣະໂອຖະ
ຄົນລວຍກໍມີທັມມະໄດ້
(ຈິຕຕະນິຍົມ ແລະ ວັຕຖຸນິຍົມ ກໍຢູ່ດ້ວຍກັນໄດ້)
ພິກຂຸ ທ. ! ອະຣິຍະສາວົກ ຈະເຣີນຢູ່ດ້ວຍຄວາມຈະເຣີນ ໑໐ ຢ່າງ ຊື່ວ່າ ຍ່ອມຈະເຣີນດ້ວຍ ຄວາມຈະເຣີນຂອງພຣະອະຣິຍະເຈົ້າ ດ້ວຍ ແລະເປັນຜູ່ ຖືເອົາແກ່ນສາຣ ແລະ ຄວາມປະເສີດທາງຝ່າຍກາຍ (ວັຕຖຸ) ໄດ້ດ້ວຍ. ສິບຢ່າງ ແນວໃດໜໍ ? ສິບຢ່າງຄື :-
ຍ່ອມຈະເຣີນດ້ວຍນາ ແລະ ສວນ,
ຍ່ອມຈະເຣີນດ້ວຍຊັບ ແລະ ເຂົ້າເປືອກ,
ຍ່ອມຈະເຣີນດ້ວຍບຸຕ ແລະ ພັນຣະຍາ,
ຍ່ອມຈະເຣີນດ້ວຍທາສ ແລະ ກັມມະກອນ ທີ່ເຕັມຂະໜາດແຫ່ງບຸຣຸສ,
ຍ່ອມຈະເຣີນດ້ວຍສັຕສີ່ຕີນ,
ຍ່ອມຈະເຣີນດ້ວຍສັດທາ,
ຍ່ອມຈະເຣີນດ້ວຍສີລ,
ຍ່ອມຈະເຣີນດ້ວຍສຸຕະ,
ຍ່ອມຈະເຣີນດ້ວຍຈາຄະ,
ຍ່ອມຈະເຣີນດ້ວຍປັນຍາ.
ພິກຂຸ ທ. ! ອະຣິຍະສາວົກ ຈະເຣີນຢູ່ດ້ວຍຄວາມຈະເຣີນ ໑໐ ຢ່າງເຫຼົ່ານີ້ ຊື່ວ່າ ຍ່ອມຈະເຣີນດ້ວຍຄວາມຈະເຣີນຂອງພຣະອະຣິຍະເຈົ້າດ້ວຍ ແລະ ເປັນຜູ່ຖືເອົາແກ່ນສາຣ ແລະ ຄວາມປະເສີດທາງຝ່າຍກາຍໄດ້ດ້ວຍ.
(ຄາຖາຜະນວກທ້າຍພຣະສູຕ)
ບຸຄຄົນໃດໃນໂລກນີ້ ຍ່ອມຈະເຣີນດ້ວຍຊັບ ເຂົ້າເປືອກ
ບຸຕ ພັນຣະຍາ ແລະ ສັຕສີ່ຕີນ ບຸຄຄົນນັ້ນ ຍ່ອມເປັນຜູ່ມີໂຊກ
ມີຍົສ ເປັນທີ່ບູຊາຂອງຍາຕ ມິຕແລະແມ່ນແຕ່ຂອງພຣະຣາຊາ.
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໑໓
ບຸຄຄົນໃດໃນໂລກນີ້ ຍ່ອມຈະເຣີນດ້ວຍສັດທາ ສີລ ປັນຍາ ຈາຄະ
ສຸຕະ ອັນເປັນຄວາມຈະເຣີນທັງສອງຝ່າຍ, ບຸຄຄົນເຊັ່ນນັ້ນ ເປັນສັຕຕະບຸຣຸສ
ມີປັນຍາເຫັນໂດຍແຈ່ມແຈ້ງ ຍ່ອມຈະເຣີນດ້ວຍຄວາມຈະເຣີນທັງສອງຝ່າຍ
ໃນທິຕຖະທັມນີ້ ດັ່ງນີ້ແລ.
- ທສກ. ອັງ. ໒໔/໑໔໖/໗໔.








