ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

(ພຣະບາລີນີ້ສະແດງໃຫ້ເຫັນວ່າ ຄົນເຮົາສາມາດຈະເຣີນພ້ອມກັນໄປໄດ້ ທັງຝ່າຍໂລກ ແລະ ຝ່າຍທັມ ບໍ່ຄວນຖືກກ່າວລໍ້ວ່າ ເຂົ້າໜົມປັງແຜ່ນດຽວທາເນີຍທັງສອງໜ້າ ຊຶ່ງເປັນຄວາມເຂົ້າໃຈຜິດຂອງບຸຄຄົນ ຜູ່ຮູ້ຈັກຊີວິຕພຽງດ້ານດຽວ ຈົນເຖິງກັບເວົ້າກັນວ່າ ຖ້າລວຍແລ້ວເປັນຕ້ອງໂກງ ບໍ່ອາດມີທັມມະໄດ້ ຫຼື ຖ້າມີທັມມະແລ້ວຈະລວຍບໍ່ໄດ້. ພຣະບາລີນີ້ສະແດງໃຫ້ເຫັນວ່າ ຄວາມຈະເຣີນ ໕ ຢ່າງ ຕອນຕົ້ນ ເປັນຄວາມຈະເຣີນທາງໂລກ ຫຼື ທາງວັຕຖຸ ຄວາມຈະເຣີນ ໕ ຢ່າງ ຕອນຫຼັງ ເປັນຄວາມຈະເຣີນທາງທັມ ທາງຈິຕ ທາງວິນຍານ ຊຶ່ງມີທາງທີ່ຈະສູງຂຶ້ນໄປໄດ້ ຈົນເຖິງການບັນລຸມັຄຄ໌ຜົລ ຫຼື ຢ່າງໜ້ອຍກໍເປັນອະຣິຍະບຸຄຄົນ ຊຶ່ງທ່ຽງແທ້ຕໍ່ການບັນລຸມັຄຄ໌ຜົລ).

ການໃຊ້ຄວາມທຸກຂ໌ໃຫ້ເປັນປະໂຍຊນ໌ແກ່ປຸຖຸຊົນ

ພິກຂຸ ທ. ! ເພາະອາໄສອໍານາດປະໂຍຊນ໌ອັນໃດໜໍ ສະຕຣີ ບຸຣຸສ ຄະລຶຫັດ ຫຼື

ບັນພະຊິຕ ຈຶ່ງຄວນພິຈາຣະນາໃຫ້ເຫັນແຈ່ມແຈ້ງຢູ່ເນື່ອງໆວ່າ “ເຮົາມີຄວາມແກ່ເປັນທັມມະດາ ບໍ່ລອດພົ້ນຄວາມແກ່ໄປໄດ້” ດັ່ງນີ້ ?

ພິກຂຸ ທ. ! ຄວາມມົວເມົາໃນຄວາມໜຸ່ມ ມີຢູ່ແກ່ສັຕທັງຫຼາຍ ອັນເປັນເຫຕໃຫ້ປະພຶຕກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ, ເມື່ອເຂົາມອງເຫັນແຈ່ມແຈ້ງໃນຂໍ້ນີ້ຢູ່ເນື່ອງໆ ເຂົາຍ່ອມລະຄວາມມົວເມົາໃນຄວາມໜຸ່ມໂດຍປະການທັງປວງ ຫຼື ວ່າບັນເທົາລົງໄດ້. ເພາະອາໄສອໍານາດປະໂຍຊນ໌ນີ້ແລ ສະຕຣີ ບຸຣຸສ ຄະລຶຫັດ ຫຼື ບັນພະຊິຕ ຈຶ່ງຄວນພິຈາຣະນາເຫັນແຈ່ມແຈ້ງໃນຂໍ້ນີ້ຢູ່ເນື່ອງໆວ່າ “ເຮົາມີຄວາມແກ່ເປັນທັມມະດາ ບໍ່ລອດພົ້ນຄວາມແກ່ໄປໄດ້” ດັ່ງນີ້.

໑໐໑໔ ອະຣິຍະສັຈຈ໌ຈາກພຣະໂອຖະ

(ໃນກໍລະນີແຫ່ງຄວາມ ມົວເມົາໃນຄວາມບໍ່ມີໂຣຄາ ກໍດີ ມົວເມົາໃນຊີວິຕ ກໍດີ ຄວາມມີສັນທະຣາຄະໃນສິ່ງເປັນທີ່ຮັກ ກໍດີ ຄວາມທີ່ບໍ່ຮູ້ວ່າມີກັມເປັນຂອງຕົນ ກໍດີ ແລ້ວປະກອບ ທຸຈະຣິຕໂດຍທະວາຣທັງສາມ ກໍໄດ້ຕຣັດໄວ້ໂດຍຂໍ້ຄວາມ ທີ່ມີຫຼັກເກນແນວດຽວກັນ. ຂໍ້ຄວາມນັ້ນສະແດງວ່າ ພິຈາຣະນາທຸກຂ໌ໂດຍແຈ່ມແຈ້ງແລ້ວ ສັຕເຫຼົ່ານັ້ນຍ່ອມລະທຸຈະຣິຕເຫຼົ່ານັ້ນເສຍໄດ້ ຈຶ່ງກ່າວວ່າ ເປັນການໃຊ້ທຸກຂ໌ໃຫ້ເປັນປະໂຍຊນ໌ແກ່ປຸຖຸຊົນ.

ສໍາລັບອະຣິຍະສາວົກນັ້ນ ເມື່ອພິຈາຣະນາເຫັນເຊັ່ນນີ້ແລ້ວ ມັຄຄ໌ຍ່ອມເກີດ, ເຂົາເສບ ຈະເຣີນ ເຮັດໃຫ້ຫຼາຍຊຶ່ງມັຄຄ໌ນັ້ນແລ້ວ ຍ່ອມລະສັນໂຍຊນ໌ໄດ້ ອະນຸສັຍກໍດັບສິ້ນໄປ).

- ປັນຈກ. ອັງ. ໒໒/໘໒/໕໗.

ຕຣັດວ່າ ຖ້າຈະມີໂຕຕົນກັນນັ້ນ ເອົາຮ່າງກາຍເປັນໂຕຕົນດີກວ່າຈິຕ

ພິກຂຸ ທ. ! ປຸຖຸຊົນຜູ່ບໍ່ໄດ້ມີການສະດັບ ຈະຍ່ອມເບື່ອໜ່າຍໄດ້ແດ່, ຄາຍກໍາໜັດໄດ້ແດ່, ຈະປ່ອຍວາງໄດ້ແດ່ ໃນກາຍອັນເປັນບ່ອນປະຊຸມແຫ່ງມະຫາພູຕະທັງສີ່ນີ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະວ່າ ການກໍ່ຂຶ້ນກໍດີ ກາຍສະຫຼາຍລົງກໍດີ ການຖືກຢຶດຄອງກໍດີ ການປະຖິ້ມຊາກໄວ້ກໍດີ ແຫ່ງກາຍອັນເປັນບ່ອນປະຊຸມແຫ່ງມະຫາພູຕະທັງສີ່ນີ້ ຍ່ອມປາກົດຢູ່. ເພາະເຫຕນັ້ນ ປຸຖຸຊົນຜູ່ບໍ່ໄດ້ມີການສະດັບຈຶ່ງເບື່ອໜ່າຍໄດ້ແດ່ ຈຶ່ງຄາຍກໍາໜັດໄດ້ແດ່ ຈຶ່ງປ່ອຍວາງໄດ້ແດ່ ໃນກາຍນັ້ນ. ພິກຂຸ ທ. ! ສ່ວນທີ່ເອີ້ນກັນວ່າ “ຈິຕ” ກໍດີ ວ່າ “ມະໂນ” ກໍດີ ວ່າ “ວິນຍານ” ກໍດີ ປຸຖຸຊົນຜູ່ບໍ່ໄດ້ມີການສະດັບ ບໍ່ອາດຈະເບື່ອໜ່າຍ ບໍ່ອາດຈະຄາຍກໍາໜັດ ບໍ່ອາດຈະປ່ອຍວາງ ຊຶ່ງຈິຕນັ້ນ. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະວ່າ ສິ່ງທີ່ເອີ້ນວ່າຈິຕເປັນຕົ້ນນັ້ນ ເປັນສິ່ງທີ່ປຸຖຸຊົນຜູ່ບໍ່ໄດ້ມີການສະດັບ ໄດ້ເຖິງທັບແລ້ວດ້ວຍຕັນຫາ ໄດ້ຢຶດຖືແລ້ວດ້ວຍທິຕຖິ ໂດຍຄວາມເປັນໂຕຕົນ ມາຕະຫຼອດກາລຍາວນານວ່າ

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໑໕

“ນັ້ນຂອງເຮົາ ນັ້ນເປັນເຮົາ ນັ້ນເປັນໂຕຕົນຂອງເຮົາ” ດັ່ງນີ້ ເພາະເຫຕນັ້ນ ປຸຖຸຊົນຜູ່ບໍ່ໄດ້ມີການສະດັບ ຈຶ່ງບໍ່ອາດຈະເບື່ອໜ່າຍ ບໍ່ອາດຈະຄາຍກໍາໜັດ ບໍ່ອາດຈະປ່ອຍວາງ ຊຶ່ງສິ່ງທີ່ເອີ້ນວ່າ ຈິຕ ເປັນຕົ້ນນັ້ນ.

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ