ຄຳສອນພຸດທະ - ໜ້າຈໍໂຫລດ

ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)

ໜ້າ/ 365

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ໂລກທ່ຽງ” ດັ່ງນີ້ນັ້ນ ເປັນການຈັບຢຶດດ້ວຍທິຕຖິ (ທິຕຖິຄະຫະນັງ) ເປັນຄວາມລໍາບາກດ້ວຍທິຕຖິ (ທິຕຖິກັນຕາຣັງ) ເປັນຂ້າເສິກດ້ວຍທິຕຖິ (ທິຕຖິສູກັງ) ເປັນຄວາມສັ່ນຄອນດ້ວຍທິຕຖິ (ທິຕຖິວິປຜັນທິຕັງ) ເປັນ ຄວາມຜູກຮັດດ້ວຍທິຕຖິ (ທິຕຖິສັນໂຍຊະນັງ) ເປັນໄປກັບດ້ວຍທຸກຂ໌ (ສະທຸກຂັງ) ເປັນໄປກັບດ້ວຍຄວາມຍາກລໍາບາກ (ສະວິຄາຕັງ) ເປັນໄປກັບດ້ວຍຄວາມຄັບແຄ້ນ (ສະອຸປາຢາສັງ) ເປັນໄປກັບດ້ວຍຄວາມອັ່ງຮ້ອນ (ສະປະຣິິລາຫັງ) ບໍ່ເປັນ ໄປເພື່ອຄວາມເບື່ອໜ່າຍ ຄວາມຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສະງົບລະງັບ ບໍ່ເປັນໄປດ້ວຍຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ ເອົາເສຍເລີຍ.

(ກໍລະນີແຫ່ງທິຕຖິທີ່ເຫຼືອນອກຈາກນີ້ ກໍຕຣັດໄວ້ດ້ວຍຂໍ້ຄວາມແນວດຽວກັນທຸກໂຕອັກສອນ ກ່າວຄື :)

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ໂລກບໍ່ທ່ຽງ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ໂລກມີທີ່ສຸດ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ໂລກບໍ່ມີທີ່ສຸດ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຊີວະກໍອັນນັ້ນ ສະຣີຣະກໍອັນນັ້ນ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຊີວະກໍອັນອື່ນ ສະຣີຣະກໍອັນອື່ນ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກ” ... ໆລໆ ...

ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໐໙

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມບໍ່ມີອີກ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີ ບໍ່ມີອີກກໍມີ” ... ໆລໆ ...

ວັຈສະ ! ທິຕຖິທີ່ມີຢູ່ວ່າ “ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍບໍ່ແມ່ນ ບໍ່ມີອີກກໍຫາກບໍ່ແມ່ນ” ດັ່ງນີ້ນັ້ນ ເປັນການຈັບຢຶດດ້ວຍທິຕຖິ ເປັນຄວາມລໍາບາກດ້ວຍທິຕຖິ ເປັນຂ້າເສິກດ້ວຍທິຕຖິ ເປັນຄວາມສັ່ນຄອນດ້ວຍທິຕຖິ ເປັນຄວາມຜູກຮັດດ້ວຍທິຕຖິ ເປັນໄປກັບດ້ວຍທຸກຂ໌ ເປັນໄປກັບດ້ວຍຄວາມຍາກລໍາບາກ ເປັນໄປດ້ວຍຄວາມຄັບແຄ້ນ ເປັນໄປກັບດ້ວຍຄວາມອັ່ງຮ້ອນ ບໍ່ເປັນໄປເພື່ອຄວາມເບື່ອ

ໜ່າຍ ຄວາມຄາຍກໍາໜັດ ບໍ່ເປັນໄປເພື່ອຄວາມດັບ ຄວາມສະງົບລະງັບ ບໍ່ເປັນໄປເພື່ອຄວາມຮູ້ຍິ່ງ ຄວາມຮູ້ພ້ອມ ບໍ່ເປັນໄປເພື່ອນິບພານ ເອົາເສຍເລີຍ.

ວັຈສະ ! ເຮົາເຫັນຢູ່ຊຶ່ງໂທດນີ້ ແລ ຈຶ່ງບໍ່ເຂົ້າເຖິງທິຕຖິທີ່ມີຢູ່ເຫຼົ່ານີ້ ໂດຍປະການທັງປວງ.

- ມ. ມ. ໑໓/໒໔໓/໒໔໗.

ອະວິຊຊາເປັນໂຕຈ່ອງດຶງມາຊຶ່ງອົງຄ໌ແປດແຫ່ງມິຈສາມັຄຄະ

ພິກຂຸ ທ. ! ອະວິຊຊາ ເປັນສິ່ງທີ່ມາລ່ວງໜ້າ ເພື່ອຄວາມເຖິງພ້ອມແຫ່ງອະກຸສົລທັມທັງຫຼາຍ ອັນຕິດຕາມມາດ້ວຍອະຫິຣິກະ ແລະ ອະໂນຕຕັປປະ. ພິກຂຸ ທ. ! :-

ມິຈສາທິຕຖິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ເຖິງຊຶ່ງອະວິຊຊາ ບໍ່ມີຄວາມເຫັນແຈ້ງ ;

ມິຈສາສັງກັປປະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາທິຕຖິ ;

ມິຈສາວາຈາ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາສັງກັປປະ ;

໑໐໑໐ ອະຣິຍະສັຈຈ໌ຈາກພຣະໂອຖະ

ມິຈສາກັມມັນຕະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາວາຈາ ;

ມິຈສາອາຊີວະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາກັມມັນຕະ ;

ມິຈສາວາຢາມະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາອາຊີວະ ;

ມິຈສາສະຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາວາຢາມະ ;

ມິຈສາສະມາທິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາສະຕິ.

(ເປັນອັນວ່າອົງຄ໌ແປດແຫ່ງມິຈສາມັຄຄະ ຫຼື ມິຈສາສັຕຕະ ຍ່ອມມີຄົບບໍລິບູນ. ໃນສູຕອື່ນ (໒໔/໒໒໘໑໐໕) ໄດ້ຕຣັດຂະຫຍາຍອອກໄປອີກ ໒ ຂໍ້ຄື :)

ມິຈສາຍານະ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາສະມາທິ

ມິຈສາວິມຸຕຕິ ຍ່ອມມີຢ່າງເຕັມທີ່ ແກ່ຜູ່ມີມິຈສາຍານະ).

- ມະຫາວາຣ. ສັງ. ໑໙/໑/໒.

ໝວດ ຊ. ວ່າດ້ວຍ ປະກິນນະກະ

ສັສສະຕະທິຕຖິກໍຢາກຢູ່ ອຸຈເສທະທິຕຖິກໍຢາກໄປ

ສັມມາທິຕຖິກໍຢາກດັບ

ພິກຂຸ ທ. ! ເທວະດາ ແລະ ມະນຸສສ໌ທັງຫຼາຍ ອັນທິຕຖິສອງຢ່າງຫໍ່ຫຸ້ມແລ້ວ ບາງພວກ ຊຸດລົງຢູ່ບ່ອນນັ້ນ, ບາງພວກ ແລ່ນຕະເຫຼີດໄປ, ສ່ວນ ພວກທີ່ມີຈັກຂຸຍ່ອມເຫັນ (ຕາມທີ່ເປັນຈິງ).

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ