ອາຣິຍະສັຈ ຈາກພຣະໂອດ (ພາກປາຍ)
ໜ້າ/ 365
ອັຄຄິເວສສະນະ ! ໃນບັນດາສະມະນະພຣາມສາມພວກນັ້ນ ສະມະນະພຣາມພວກໃດມີວາທະ ມີຄວາມເຫັນວ່າ ‘ບາງສິ່ງຄວນແກ່ເຮົາ ບາງສິ່ງບໍ່ຄວນແກ່ເຮົາ’ ດັ່ງນີ້ມີຢູ່. ໃນສະມະນະພຣາມພວກນັ້ນ ບຸຣຸສຜູ່ວິນຍູຊົນ ຍ່ອມພິຈາຣະນາເຫັນເຊັ່ນນີ້ວ່າ ຖ້າເຮົາຖືເອົາທິຕຖິຂອງພວກທີ່ຖືວ່າ ‘ບາງສິ່ງຄວນແກ່ເຮົາ ບາງສິ່ງບໍ່ຄວນແກ່ເຮົາ’ ດັ່ງນີ້ ມາກ່າວຢືນຢັນຢູ່ຢ່າງເຂັ້ມແຂງວ່າ ‘ນີ້ທໍ່ນັ້ນຈິງແທ້ ແນວອື່ນເປົ່າ’ ດັ່ງນີ້ແລ້ວ ການຖືເອົາຢ່າງຂັດແຍ້ງກັນ ຕໍ່ສະມະນະພຣາມອີກສອງພວກ ກໍຈະມີແກ່ເຮົາ ຄື
ຂັດແຍ້ງກັບພວກທີ່ມີວາທະມີຄວາມເຫັນວ່າ ‘ສິ່ງທັງປວງຄວນແກ່ເຮົາ’ ແລະ ກັບພວກທີ່ມີວາທະມີຄວາມເຫັນວ່າ ‘ສິ່ງທັງປວງບໍ່ຄວນແກ່ເຮົາ’. ການຖືເອົາຢ່າງ
ຂັດແຍ້ງກັນຕໍ່ສະມະນະພຣາມສອງພວກເຫຼົ່ານັ້ນ ກໍມີແກ່ເຮົາດ້ວຍອາການເຊັ່ນນີ້. ເມື່ອການຖືເອົາຢ່າງຂັດແຍ້ງກັນມີຢູ່ ການຜິດຖຽງກັນກໍຍ່ອມມີ, ເມື່ອການຜິດຖຽງກັນມີ ການອາຄາດກັນກໍຍ່ອມມີ, ເມື່ອການອາຄາດກັນມີ ການບຽດບຽນກັນກໍຍ່ອມມີ. ດ້ວຍອາການເຊັ່ນນີ້. ບຸຣຸສວິນຍູຊົນນັ້ນ ເຫັນຢູ່ຊຶ່ງການຖືເອົາຢ່າງຂັດແຍ້ງກັນ ການຜິດຖຽງກັນ, ການອາຄາດກັນ ແລະ ການບຽດບຽນກັນ ອັນຈະເກີດຂຶ້ນໃນຕົນ ຢູ່ດັ່ງນີ້ ເຂົາກໍລະທິຕຖິນັ້ນເສຍ ແລະ ບໍ່ຖືເອົາທິຕຖິອື່ນຂຶ້ນມາອີກ. ການລະເສຍ ການສະຫຼັດຄືນຊຶ່ງທິຕຖິເຫຼົ່ານັ້ນ ຍ່ອມມີດ້ວຍອາການດັ່ງນີ້.
- ມ. ມ. ໑໓/໒໖໓ - ໒໖໖/໒໖໙ - ໒໗໑.
ມິຈສາທິຕຖິທີ່ວ່າ ວິນຍານເປັນຜູ່ທ່ອງທ່ຽວ
ສາຕິ ! ແມ່ນແທ້ບໍ່ ຕາມທີ່ໄດ້ຍິນວ່າ ເຈົ້າມີ ທິຕຖິອັນລາມົກ ເກີດຂຶ້ນແລ້ວເຊັ່ນນີ້ວ່າ “ເຮົາຍ່ອມຮູ້ທົ່ວເຖິງທັມ ຕາມທີ່ພຣະຜູ່ມີພຣະພາຄຊົງສະແດງວ່າ ວິນຍານນີ້ ນີ້ແຫຼະ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ, ບໍ່ແມ່ນສິ່ງອື່ນເລີຍ” ດັ່ງນີ້ ?
ພາກ ໔ - ມັຄຄະອະຣິຍະສັຈຈ໌ : ຕອນສັມມາທິຕຖິ ໑໐໐໗
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ຂ້ານ້ອຍຍ່ອມຮູ້ທົ່ວເຖິງທັມ ຕາມທີ່ພຣະຜູ່ມີພຣະພາຄຊົງສະແດງແລ້ວ ເຊັ່ນນີ້ວ່າ “ວິນຍານນີ້ ນີ້ແຫຼະ ຍ່ອມແລ່ນໄປ ຍ່ອມທ່ອງທ່ຽວໄປ, ບໍ່ແມ່ນສິ່ງອື່ນເລີຍ” ດັ່ງນີ້”.
ສາຕິ ! ວິນຍານນັ້ນ ເປັນແນວໃດ ?
“ຂ້າແຕ່ພຣະອົງຜູ່ຈະເຣີນ ! ນັ້ນຄືສະພາບທີ່ເປັນຜູ່ເວົ້າ, ຜູ່ຮູ້ສຶກ (ຕໍ່ເວທະນາ) ຊຶ່ງ ສະເຫວີຍວິບາກແຫ່ງກັມດີກັມຊົ່ວ ທ. ໃນພົບນັ້ນໆ”.
ໂມຄະບຸຣຸສ ! ເຈົ້າຮູ້ທົ່ວເຖິງທັມທີ່ເຮົາສະແດງແລ້ວເຊັ່ນນີ້ ເມື່ອສະແດງແກ່ໃຜໜໍ. ໂມຄະບຸຣຸສ ! ເຮົາກ່າວ ວິນຍານ ວ່າເປັນປະຕິຈຈະສະມຸບປັນນະທັມ (ສິ່ງທີ່ອາໄສປັຈຈັຍແລ້ວເກີດຂຶ້ນ) ໂດຍປະຣິຍາຍຢ່າງຫຼວງຫຼາຍ ; ຖ້າ ເວັ້ນຈາກປັຈຈັຍແລ້ວ ຄວາມເກີດແຫ່ງວິນຍານ ບໍ່ໄດ້ມີ ດັ່ງນີ້ ບໍ່ແມ່ນບໍ່. ໂມຄະບຸຣຸສ ! ເມື່ອເປັນເຊັ່ນນັ້ນ ເຈົ້າຊື່ວ່າຍ່ອມກ່າວຕູ່ເຮົາ ດ້ວຍຖ້ອຍຄໍາທີ່ຕົນເອງຖືເອົາຜິດດ້ວຍ ຍ່ອມຂຸດຕົນເອງດ້ວຍ ຍ່ອມປະສົບສິ່ງບໍ່ແມ່ນບຸນຍ໌ຢ່າງຫຼວງຫຼາຍດ້ວຍ ; ໂມຄະບຸຣຸສ ! ຂໍ້ນັ້ນແຫຼະ ຈັກເປັນໄປເພື່ອຄວາມທຸກຂ໌ ບໍ່ເກື້ອກູນແກ່ເຈົ້າຕະຫຼອດກາລະນານ ດັ່ງນີ້.
ຄັ້ງນັ້ນ ພຣະຜູ່ມີພຣະພາຄຕຣັດຮຽກພິກຂຸ ທ. ແລ້ວຕຣັດວ່າ :-
ພິກຂຸ ທ. ! ພວກເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ພິກຂຸສາຕິເກວັຕຕະບຸຕນີ້ ຍັງຈະພໍນັບວ່າເປັນພຣະເປັນສົງຄ໌ ໃນທັມວິນັຍນີ້ ໄດ້ຫຼືບໍ່ ?
“ຈັກເປັນໄດ້ແນວໃດ ຂ້ານ້ອຍ ! ຫາບໍ່ເຫັນເລີຍ ຂ້ານ້ອຍ !”
ເມື່ອພິກຂຸທັງຫຼາຍ ທູນເຊັ່ນນີ້ແລ້ວ ພິກຂຸສາຕິຜູ່ເກວັຕຕະບຸຕ ກໍງຽບສຽງ ເກີ້ເຂີນ ຄໍຕົກ ກົ້ມໜ້າ ຫງອຍເຫງົາ ບໍ່ມີປະຕິພານ ນິ້ງຢູ່. ພຣະຜູ່ມີພຣະພາຄທອດພຣະເນດເຫັນດັ່ງນັ້ນແລ້ວ ໄດ້ຕຣັດວ່າ :-
ໂມຄະບຸຣຸສ ! ເຈົ້າຈະປາກົດດ້ວຍທິຕຖິອັນລາມົກນັ້ນຂອງຕົນເອງແລ ; ເຮົາຈະສອບຖາມພິກຂຸ ທ. ໃນບ່ອນນີ້ (ແລ້ວຊົງສອບຖາມພິກຂຸ ທ. ຈົນເປັນທີ່ປາກົດວ່າພຣະອົງ
ບໍ່ໄດ້ຊົງສະແດງທັມດັ່ງທີ່ສາຕິພິກຂຸກ່າວ
໑໐໐໘ ອະຣິຍະສັຈຈ໌ຈາກພຣະໂອຖະ
ແລ້ວຊົງສະແດງການເກີດຂຶ້ນແຫ່ງວິນຍານ ໂດຍອາການແຫ່ງປະຕິຈຈະສະມຸບບາດ ຄົບທັງ ໖ ອາຢະຕະນະ).
- ມູ. ມ. ໑໒/໔໗໕-໔໗໗/໔໗໒-໔໔໔.
ໂທດແຫ່ງອັນຕະຄາຫິກະທິຕຖິສິບ








