ອານິສົງ

ໜ້າ/ 43

4. ວັດສະ ! ທ່ານຈະບໍ່ໄດ້ຕາມທີ່ທ່ານຫວັງ ຄື ຣະນຶກໄດ້ເຖິງຂັນທີ່ເຄີຍຢູ່ ອາໄສໃນພົບກ່ອນ ມີຢ່າງຕ່າງໆ ຄືຣະນຶກໄດ້ຊາດໜຶ່ງແດ່ ສອງຊາດ ສາມຊາດ ສີ່ຊາດ ຫ້າຊາດແດ່, ສິບຊາດ ຊາວຊາດ ສາມສິບຊາດ ສີ່ສິບຊາດ ຫ້າສິບຊາດແດ່, ຮ້ອຍຊາດ ພັນຊາດ ແສນຊາດແດ່, ຕະຫຼອດຫຼາຍສັງວັດຕະກັບ ຫຼາຍວິວັດຖະກັບ ຫຼາຍສັງວັດຕະກັບ ແລະ ວິວັດຕະກັບແດ່, ວ່າເມື່ອເຮົາຢູ່ໃນພົບນັ້ນ ມີຊື່ຢ່າງນັ້ນ ມີໂຄດ ວັນນະ ມີອາຫານຢ່າງນັ່້ນໆ, ສະຫວີຍສຸກ ແລະ ສຸກເຊັ່ນນັ້ນໆ ມີອາຍຸສຸດລົງເທົ່ານັ້ນ; ຄັ້ນຈຸຕິຈາກພົບນັ້ນແລ້ວ ໄດ້ເກີດໃນພົບນັ້ນ ມີຊື່ ໂຄດ ວັນນະ ອາຫານ ຢ່າງນັ້ນ ໆ, ໄດ້ສະເຫວີຍສຸກ ແລະ ທຸກເຊັ່ນນັ້ນ ໆ ມີອາຍຸສຸດລົງເທົ່ານັ້ນ;

ຄັ້ນຈຸຕິຈາກພົບນັ້ນ ໆ ໆ ໆ ແລ້ວ ມາເກີດໃນພົບນີ້ ດັ່ງນີ້; ຣະນຶກໄດ້ເຖິງຂັນ ທີ່ເຄີຍຢູ່ອາໄສໃນພົບກ່ອນ ມີຢ່າງຕ່າງໆ ພ້ອມທັງອາ ການ ແລະ ອຸດເທດດ້ວຍອາການຢ່າງນີ້ ດັ່ງນີ້; ໃນບຸບເພສັນນິ ວາດ ສານຸດສະຕິຍານທາດນັ້ນໆ ນັ້ນແລະ ທ່ານກໍຈະເຖິງຄວາມສາມາດເຮັດໄດ້ຈົນເປັນສັກຂີພະຍານໃນທີ່ອາຍະຕະນະຫຍັງມີຢູ່.

5. ວັດສະ ! ທ່ານຈະບໍ່ໄດ້ຕາມທີ່ທ່ານຫວັງ ຄື ມີຈັກຂຸອັນເປັນທິບ ໝົດຈົດຄືລ່ວງຈັກຂຸສາມັນມະນຸດ ເຫັນສັດທັງຫຼາຍຈຸຕິຢູ່ ບັງເກີດຢູ່, ເລວຊາມ ແລະ ປະນີດ, ມີວັນນະດີ, ມີວັນນະເລວ, ມີທຸກ ແລະ ມີສຸກ. ຮູ້ແຈ້ງຊັດ ໝູ່ສັດຜູ້ເຂົ້າເຖິງຕາມກັມວ່າ ຜູ້ຈະເລີນທັງຫຼາຍ ! ສັດເຫຼົ່ານີ້ໜໍ ປະກອບດ້ວຍກາຍທຸຈະລິດ ວາຈິທຸຈະລິດ ມະໂນທຸຈະລິດ ເວົ້າຕິຕຽນພຣະອະລິຍະເຈົ້າທັງຫຼາຍ ເປັນມິດສາທິດຖິ ປະກອບດ້ວຍການງານດ້ວຍອຳນາດ ມິດສາທິດຖິ, ເບື້ອງແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ອະບາຍທຸຄະຕິວິນິບາກນະຣົກ. ທ່ານຜູ້ຈະເລີນທັງຫຼາຍ ! ສ່ວນສັດເຫຼົ່ານີ້ໜໍ ປະກອບ ກາຍສຸດຈະ ລິດ ວາຈິສຸດຈະລິດ ມະໂນສຸດຈະລິດ ບໍ່ຕິຕຽນພຣະອະລິຍະເຈົ້າ, ເປັນສັມມາທິດຖິ ປະກອບການງານດ້ວຍອຳນາດສັມມາທິດຖິ, ເບື້ອງໜ້າແຕ່ກາຍແຕກຕາຍໄປ ຍ່ອມພາກັນເຂົ້າສູ່ສຸຄະຕິໂລກສະ ຫວັນ, ດັ່ງນີ້; ມີຈັກຂຸທິບບໍລິສຸດໝົດຈົດ ລ່ວງຈັກຂຸສາມັນມະນຸດ ເຫັນເຫຼົ່ນສັດຜູ້ຈຸຕິຢູ່ ບັງເກີດຢູ່ ເລວປະນີດ ມີວັນນະດີ ມີວັນນະຊາມມີທຸກ ມີສຸກ ຮູ້ຊັດໝູ່ສັດ ຜູ້ເຂົ້າເຖິງຕາມກັມໄດ້ດັ່ງນີ້. ໃນຈຸດຕູບປາດຍານທາດນັ້ນໆ ນັ້ນແລະ ທ່ານກໍຈະເຖິງຄວາມສາມາດເຮັດໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຫຍັງມີຢູ່.

6. ວັດສະ ! ທ່ານຈະໄດ້ຕາມທີ່ທ່ານຫວັງ ຄື ກະທຳໃຫ້ແຈ້ງໄດ້ເຊິ່ງເຈໂຕວິມຸດຕິ ປັນຍາວິມຸດຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິດຖະທັມ ເຂົ້າເຖິງແລ້ວແລຢູ ດັ່ງນີ້. ໃນອາສະວັກຂະຍາຍານທາດ ນັ້ນ ໆ ນັ້ນແລະ ທ່ານກໍຈະເຖິງຄວາມສາມາດ ໄດ້ຈົນເປັນສັກຂີພະຍານ ໃນຂະນະທີ່ອາຍະຕະນະຍັງມີຢູ່.

ການສະແດງທັມແກ່ຜູ້ອື່ນ ບໍ່ແມ່ນທຳໄດ້ງ່າຍ

(ບາລີ . 22/206/156-160.)

ອຸທາຍີສູດ

ສະໄໝໜຶ່ງ ພຣະຜູ້ມີພຣະພາກ ປະທັບຢູ່ ເມືອງ ໂຄສິຕາຣາມໂກສັມພີ ສະໄໝນັ້ນ ທ່ານພຣະອຸທາຍີ ຜູ້ອັນຄະລືຫັດບໍລິສັດໃຫ່ຍ ແວດລ້ອມແລ້ວ ນັ່ງສະແດງທັມຢູ່ ທ່ານພຣະອານົນໄດ້ເຫັນທ່ານພຣິອຸທາຍີ ຜູ້ອັນຄະລືຫັດໝູ່ໃຫ່ຍ ແວດລ້ອມແລ້ວນັ່ງສະ ແດງທັມຢູ່ ຈຶ່ງໄດ້ເຂົ້າໄປເຝົ້າພຣະຜູ້ມີພຣະພາກ ເຖິງທີ່ປະທັບ ຖະວວາຍອະພິວາດແລ້ວ ນັ່ງນະທີ່ຄວນສວນຂ້າງໜຶ່ງ ຄັ້ນແລ້ວໄດ້ກາບທູນວ່າ ຂ້າແຕ່ພຣະອົງຜູ້ຈະເລີນ ທ່ານພຣະອຸທາຍີ ຜູ້ອັນຄະລືຫັດບໍລິສັດໃຫ່ຍແວດລ້ອມແລ້ວນັ່ງສະແດງທັມຢູ່ ພຣະຜູ້ມີພຣະພາກຕຣັດວ່າ :

ດູຣາອານົນ ! ການສະແດງທັມແກ່ຜູ້ອື່ນ ບໍ່ແມ່ນທຳໄດ້ງ່າຍ ພິກຂຸເມື່ອສະແດງທັມແກ່ຜູ້ອື່ນ ພຶ່ງຕັ້ງທັມ 5 ປະການ ໄວ້ພາຍໃນ ແລ້ວຈຶ່ງສະແດງທັມແກ່ຜູ້ອື່ນ.

5 ປະການເປັນຢ່າງໃດ ? ຄື : ພິກຂຸພຶ່ງຕັ້ງໃຈວ່າ :

ເຮົາຈະສະແດງທັມໄປໂດຍລຳດັບ,

ເຮົາຈັກສະແດງທັມອ້າງເຫດຜົນ,

ເຮົາຈັກສະແດງທັມອາໄສຄວາມເອັນດູ,

ເຮົາຈະເປັນຜູ້ບໍ່ເພ່ງອາມິດສະແດງທັມ,

ເຮົາຈັກບໍ່ສະແດງທັມໃຫ້ກະທົບຕົນແລະ ຜູ້ອື່ນ,

ແລ້ວຈຶ່ງສະແດງທັມແກ່ຜູ້ອື່ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ