ອານິສົງ
ໜ້າ/ 43
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸເປັນຜູ້ມີສີນ ບໍ່ຂາດ,ບໍ່ທະລຸ, ບໍ່ດ່າງ,ບໍ່ພ້ອຍ,ບໍລິສຸດ ອັນວິນຍູຊົນສັນລະເສີນ ອັນຕັນຫາ ແລະ ທິດຖິບໍ່ຄອບງຳ ເປັນໄປເພື່ອສະມາທິ ສະເໝີກັນກັບໝູ່ພຣົມມະຈັນທັງຫຼາຍ ທັງຕໍ່ໜ້າ ແລະ ຫຼັບຫຼັງ ນີເປັນສາລານິຍະທັມ.
ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸມີທິດຖິອັນເປັນ ອະລິຍະ ເປັນເຄື່ອງນຳອອກໄປເພື່ອຄວາມສິ້ນທຸກໂດຍຊອບແກ່ຜູ້ກະທຳຕາມ ສະເໝີກັນກັບເພື່ອນພຣົມມະຈັນທັງຫຼາຍ ທັງຕໍ່ໜ້າ ແລະ ຫຼັບຫຼັງ ນີກໍເປັນສາລານິຍະທັມ.
ພິກຂຸທັງຫຼາຍ ! ສາລານິຍະທັມ 7 ປະການເຫລົ່ານີ້ແລ.
ວິທີຈະເລີນອິດທິບາດ 4
ພຣະໄຕປິດົກໄທ ສະບັບຫຼວງ ເລ່ມທີ່ 19 ຂໍ້ທີ່ 1189-1204
ດູຣາພິກຂຸທັງຫຼາຍ ! ອິດທິບາດ 4 ເຫຼົ່ານີ້ ອັນພິກຂຸຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນຫຼາຍ ມີອານິສົງຫຼາຍ ກໍອິດທິບາດ 4 ອັນພິກຂຸຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຈຶ່ງມີຜົນຫຼາຍ ມີອານິສົງຫຼາຍ ?
ພິກຂຸໃນທັມວິໄນນີ້ ຍ່ອມຈະເລີນອິດທິບາດ ປະກອບດ້ວຍຊັນສະມາທິແລະ ປະທານສັງຂານ ດັ່ງນີ້ວ່າ ສັນທະຂອງທ່ານຈະບໍ່ຍໍ່ຫຍ່ອນເກີນໄປ ບໍ່ຕ້ອງປະຄອງເກິນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟູງຊ່ານໄປໃນພາຍນອກແລະ ເຮົາມີຄວາມສຳຄັນໃນເບື້ອງຫຼັງແລະ ເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນ ໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ທ່ານມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົມຮົບຈິດ ໃຫ້ສະຫວ່າງຢູ່ ຍ່ອມຈະເລີນອິດທິບາດປະກອບດ້ວຍສະມາທິ ... ຈິດຕະສະມາທິ ...
ວິມັງສາສະມາທິແລະ ປະທານສັງຂານ ດັ່ງນີ້ວ່າ ວິມັງສາຂອງເຮົາຈະບໍຍໍ່ຫຍ່ອນເກີນໄປ ບໍ່ຕ້ອງປະກອບເກີນໄປ ບໍ່ຫົດຫູ່ໃນພາຍໃນ ບໍ່ຟູງຊ່ານໄປໃນພາຍນອກແລະ ທ່ານມີຄວາມສຳຄັນໃນເບື້ອງຫຼັງ ແລະ ເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດ ເບື້ອງໜ້າກໍສັນນັ້ນ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ກາງເວັນສັນໃດ ກາງຄືນກໍສັນນັ້ນ ກາງຄືນສັນໃດ ກາງເວັນກໍສັນນັ້ນ ທ່ານມີຈິດເປີດເຜີຍ ບໍ່ມີຫຍັງຫຸ້ມຫໍ່ ອົມຮົບຈິດ ໃຫ້ສະຫວ່າງຢູ່.
ດູຣາພິກຂຸທັງຫຼາຍ ! ກໍສັນທະຍໍ່ຫຍ່ອນເກີນໄປເປັນຢ່າງໃດ ?
ສັນທະທີ່ປະກອບດ້ວຍຄວາມກຽດຄ້ານ ສັມປະຍຸດດ້ວຍຄວາມກຽດຄ້ານ ນີ້ເອີ້ນວ່າ ສັນທະທີ່ຍໍ່ຫຍ່ອນເກີນໄປ.
ກໍສັນທະທີ່ປະຄອງເກີນໄປເປັນຢ່າງໃດ ?
ສັນທະທີ່ປະກອບດ້ວຍອຸດທັດຈະ ສັມປະຍຸດດ້ວຍອຸດທັດຈະ ນີ້ເອີ້ນວ່າ ສັນທະທີ່ປະຄອງເກີນໄປ.
ສັນທະຫົດຫູ່ໃນພາຍໃນເປັນຢ່າງໃດ ?
ສັນທະທີ່ປະກອບດ້ວຍຖິນະມິດທະ ສັມປະຍຸດດ້ວຍຖິນະມິດທະ ນີ້ເອີ້ນວ່າ ສັນທະທີ່ຫົດຫູ່ໃນພາຍໃນ.
ກໍສັນທະທີ່ຟູງຊ່ານໄປໃນພາຍນອກເປັນຢ່າງໃດ ?
ສັນທະທີ່ຟູງຊ່ານ ພລ່ານໄປ ປະຣົກກາມມະຄຸນ 5 ໃນພາຍນອກ ນີ້ເອີ້ນວ່າ ສັນທະທີ່ຟູງຊ່ານໄປໃນພາຍນອກ.
ພິກຂຸມີຄວາມສຳຄັນໃນເບື້ອງຫຼັງແລະ ເບື້ອງໜ້າຢູ່ວ່າ ເບື້ອງ ໜ້າສັນໃດ ເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນໃດ ເບື້ອງໜ້າກໍສັນ ນັ້ນຢ່າງໃດ ?
ຄວາມສຳຄັນໃນເບື້ອງຫຼັງ ແລະ ເບື້ອງໜ້າ ອັນພິກຂຸໃນທັມວິໄນນີ້ ຍືດໄວ້ດີແລ້ວ ກະທຳໄວ້ໃນໃຈດີແລ້ວ ຊົງໄວ້ດີແລ້ວ ແທງຕະ ຫຼອດດີແລ້ວດ້ວຍປັນຍາ ພິກຂຸມີຄວາມສຳຄັນໃນເບື້ອງຫຼັງ ແລະ ເບື້ອງໜ້າຢູ່ວ່າ ເບື້ອງໜ້າສັນໃດ ເບື້ອງຫຼັງກໍສັນນັ້ນ ເບື້ອງຫຼັງສັນ ໃດ ເບື້ອງໜ້າກໍສັນນັ້ນ ຢ່າງນີ້ແລ.
ກໍພິກຂຸມີຄວາມສຳຄັນຢູ່ວ່າ ເບື້ອງລຸ່ມສັນໃດ ເບື້ອງເທິງກໍສັນ ນັ້ນ ເບື້ອງເທິງສັນໃດ ເບື້ອງລຸ່ມກໍສັນນັ້ນ ຢ່າງໃດ ?








