ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ເພາະເຫດນັ້ນເເລ ພວກເຈົ້າທັງຫຼາຍຄວນສຶກສາຢ່າງນີ້ວ່າ ເຮົາຈັກຈະເລີນເມດຕາເຈໂຕວິມຸດກະທຳໃຫ້ຫຼາຍແລ້ວ ກະທຳໃຫ້ເປັນດັ່ງຍານທີ່ທຽມດີແລ້ວ ກະທຳໃຫ້ເປັນທີ່ອາໄສໄດ້ ປະພຶດໃຫ້ໝັ່ນຄົງ ສັ່ງສົມເນື່ອງໆ ປາຣົບສະໝຳ່ສະໝີດ້ວຍດີ.

ພິກຂຸທັງຫຼາຍ ພວກເຈົ້າທັງຫຼາຍຄວນສຶກສາຢ່າງນີ້ແລ.

ວິທີລະງັບຄວາມອາຄາດ

ອັງຄຸດຕະລະນິກາຍ ປັນຈະກະ -ສັກກະນິບາດ 22/168/161

ພິກຂຸທັງຫຼາຍ ! ທັມເປັນທີ່ລະງັບຄວາມອາຄາດ ເຊິ່ງເກີດຂຶ້ນແກ່ພິກຂຸໂດຍປະການທັງປວງ 5 ປະການ; 5 ປະການເປັນຢ່າງໃດ ? ຄື:

ຄວາມອາຄາດເກີດຂຶ້ນໃນບຸກຄົນໃດ ຄວນຈະເລີນເມດຕາໃນບຸກຄົນນັ້ນ,

ຄວາມອາຄາດເກີດຂຶ້ນໃນບຸກຄົນໃດ ຄວນຈະເລີນກະລຸນາໃນບຸກຄົນນັ້ນ,

ຄວາມອາຄາດເກີດຂື້ນໃນບຸກຄົນໃດ ຄວາມຈະເລີນອຸເບກຂາໃນບຸກຄົນນັ້ນ,

ຄວາມອາຄາດເກີດຂຶ້ນໃນບຸກຄົນໃດ ບໍ່ຄວນນຶກບໍ່ຄວນມະນະສິການ ໃນບຸກຄົນນັ້ນ,

ຄວາມອາຄາດເກີດຂຶ້ນໃນບຸກຄົນໃດ ຄວນນຶກເຖິງຄວາມເປັນຜູ້ມີກັມເປັນຂອງໆຕົນໃຫ້ໝັ້ນໃນບຸກຄົນນັ້ນວ່າ ທ່ານຜູ້ນີ້ເປັນຜູ້ມີກັມເປັນຂອງໆຕົນ ເປັນທາຍາດແຫ່ງກັມ ມີກັມເປັນກັມເນີດ ມີກັມເປັນເຜົ່າພັນ ມີກັມເປັນທີ່ເພິ່ງອາໄສ ກະທຳກັມໃດໄວ້ ດີກໍຕາມ ຊົ່ວກໍຕາມ ຈັກເປັນຜູ້ຮັບຜົນຂອງກັມນັ້ນ ດັ່ງນີ້.

ພິກຂຸຄວນລະງັບຄວາມອາຄາດ ໃນບຸກຄົນນັ້ນ ດັ່ງນີ້.

ພິກຂຸທັງຫຼາຍ ! ທັມເປັນທີ່ລະງັບຄວາມອາຄາດ ເຊິ່ງເກີດຂຶ້ນແກ່ພິກຂຸໂດຍປະການທັງປວງ 5 ປະການ ນີ້ແລ.

ຈະເລີນເມດຕາເພື່ອລະໂທສະ

ອັງຄຸດຕະລະນິກາຍ ປັນຈະກະ-ສັກກະນິບາດ 22/399/378

ພິກຂຸທັງຫຼາຍ ! ທັມ 3 ປະການນີ້; 3 ປະການເປັນຢ່າງໃດ ? ຄື:

ຣາຄະ,

ໂທສະ,

ໂມຫະ,

ພິກຂຸທັງຫຼາຍ ! ທັມ 3 ປະການນີ້ແລ.

ພິກຂຸທັງຫຼາຍ ! ທັມ 3 ປະການນີ້ ພິກຂຸຄວນຈະເລີນເພື່ອລະທັມ 3 ປະການນັ້ນ; 3 ປະການເປັນຢ່າງໃດ ? ຄື :

ອະສຸພະ ອັນພິກຂຸຄວນຈະເລີນເພື່ອລະຣາຄະ,

ເມດຕາ ອັນພິກຂຸຄວນຈະເລີນເພື່ອລະໂທສະ,

ປັນຍາ ອັນພິກຂຸຄວນຈະເລີນເພື່ອລະໂມຫະ,

ພິກຂຸທັງຫຼາຍ ! ທັມ 3 ປະການນີ້ແລ ພິກຂຸຄວນຈະເລີນເພື່ອລະທັມ 3 ປະການເຫຼົ່ານັ້ນ.

ອານິສົງການເດີນຈົງກົມ

ປຍຈກ.ອໍ 22/26/29

ພິກຂຸທັງຫຼາຍ ! ອານິສົງໃນການຈົງກົມ 5 ປະການນີ້; 5 ປະການເປັນຢ່າງໃດ ? ຄື :

ຍ່ອມເປັນຜູ້ອົດທົນຕໍ່ການເດີນທາງໄກ,

ຍ່ອມເປັນຜູ້ອົດທົນຕໍ່ການບຳເພັນພຽນ,

ຍ່ອມເປັນຜູ້ມີອາພາດນ້ອຍ,

ອາຫານທີ່ກິນ ດື່ມ ຄ້ຽວ ລິ້ມແລ້ວຍ່ອມຍ່ອຍໄປໂດຍດີ,

ສະມາທິໄດ້ເພາະການເດີນຈົງກົມ ຍ່ອມຕັ້ງຢູ່ໄດ້ດົນ,

ພິກຂຸທັງຫຼາຍ ! ອານິສົງໃນການເດີນຈົງກົມ 5 ປະການນີ້ແລ.

ກຳລັງ 5 ປະການ

ສະບັບຫຼວງ(ພາສາໄທ) 22/10/14

ດູຣາພິກຂຸທັງຫຼາຍ ! ກຳລັງ 5 ປະການນີ້; 5 ປະການເປັນຢ່າງໃດ ? ຄື :

ກຳລັງຄື ສັດທາ,

ກຳລັງຄື ວະລິຍະ,

ກຳລັງຄື ສະຕິ,

ກຳລັງຄື ສະມາທິ,

ກຳລັງຄື ປັນຍາ,

ດູຣາພິກຂຸທັງຫຼາຍ ! ກຳລັງ ຄື ສັດທາເປັນຢ່າງໃດ ອະລິຍະສາວົກໃນທັມວິໄນນີ້ ເປັນຜູ້ມີສັດທາ ຍ່ອມເຊື່ອພຣະປັນຍາ ຕຣັດສະຮູ້ຂອງ ພຣະຕະຖາຄົດວ່າ ແມ້ເພາະເຫດນີ້ ພຮະຜູ້ມີພຮະພາກພຣະອົງນັ້ນ ເປັນ ພຣະອະລະຫັນ ເປັນຜູ້ເບີກບານແລ້ວ ເປັນຜູ້ຈຳແນກທັມ ນີ້ເອີ້ນວ່າກຳລັງ ຄື : ສັດທາ.

ກໍກຳລັງ ຄື : ວິລິຍະເປັນຢ່າງໃດ ?

ດູຣາພິກຂຸທັງຫຼາຍ ! ອະລິຍະສາວົກໃນທັມວິໄນນີ້ ເປັນຜູ້ປາຣົບຄວາມພຽນ ເພື່ອລະອະກຸສົນທັມ ບໍ່ທອດທຸລະ ໃນກຸສົນທັມທັ້ງຫຼາຍນີ້ເອີ້ນວ່າກຳລັງ ຄື : ວິລິຍະ.

ກໍກຳລັງ ຄື : ສະຕິ ເປັນຢ່າງໃດ ?

ດູຣາພິກຂຸທັງຫຼາຍ ! ອະລິຍະສາວົກໃນທັມວິໄນນີ້ ເປັນຜູ້ມີສະຕິ ປະ ກອບດ້ວຍສະຕິເຄື່ອງຮັກສາຕົວຊັ້ນຍ້ຽມ ລະລຶກຕາມແມ້ສິ່ງເຮັດ ແມ້ຄຳທີ່ເວົ້າໄວ້ນານໄດ້ ນີ້ເອີ້ນວ່າກຳລັງຄື : ສະຕິ.

ກໍກຳລັງ ຄື : ສະມາທິເປັນຢ່າງໃດ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ