ອານິສົງ
ໜ້າ/ 43
ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະຄວາມຈາງຄາຍໄປແຫ່ງປິຕິຈຶ່ງຢູ່ອຸເບກຂາ ມີສະຕິສັມປະຊັນຍະແລະຍ່ອມສຸກດ້ວຍກາຍຈຶ່ງບັນລຸຕາຕິຍະຊານອັນເປັນຊານທີ່ພຣະອາຣິຍະເຈົ້າທັງຫຼາຍກ່າວວ່າ ຜູ້ໄດ້ຊານນີ້ເປັນຜູ້ຢູ່ອຸເບກຂາມີສະຕິຢູ່ເປັນສຸກ ເຂົາຍ່ອມມັກໃຈທັມນັ້ນ ປາຖະໜາທັມນັ້ນແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ສຸຖະກິໜະຫະ
ພິກຂຸທັງຫຼາຍ ! 4 ກັບ ເປັນປະມານອາຍຸຂອງເທວະດາເຫຼົ່າ ສຸຖະກິໜະຫະ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມ ສຸຖະກິ ໜະຫະ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .
ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະລະສຸກແລະທຸກໄດ້ເພາະຄວາມດັບຫາຍໄປແຫ່ງໂສມະນັດແລະໂທມະນັດທັງຫຼາຍໃນການກ່ອນ ຈຶ່ງບັນລຸຈະຕຸຕະຊານ ອັນບໍ່ມີທຸກບໍ່ມີສຸກມີແຕ່ສະຕິອັນບໍລິສຸດເພາະອຸເບກຂາແລ້ວແລະຢູ່ ຍ່ອມມັກໃຈທັມນັ້ນ ປາຖະໜາທັມນັ້ນແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ເວຫັບຜະລະ
ພິກຂຸທັງຫຼາຍ ! 500 ກັບເປັນປະມານອາຍຸຂອງເທວະດາເຫຼົ່າ ເວຫັບຜະລະ ປຸຖຸຊົນດໍາລົງຢູ່ໃນ ຊັ້ນ ເວຫັບຜະລະນັ້ນ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .
ພິກຂຸທັງຫຼາຍ ! ບຸກຄົນ 4 ຈຳພວກນີ້ແລ ມີຢູ່ໃນໂລກຫາໄດ້ໃນໂລກ.
ຂໍ້ແຕກຕ່າງລະຫວ່າງອິຣິຍະສາວົກຜູ້ໄດ້ຟັງ ກັບປຸຖຸຊົນຜູ້ບໍ່ໄດ້ຟັງ ເມື່ອໄດ້ສຳມາທິ (ອະຮູບປະສັນຍາ)
ບາລີ ຕິກ. ອໍ 20/343/556.
ພິກຂຸທັງຫລາຍບຸກຄົນ 3 ຈຳພວກນີ້ມີຢູ່ໃນໂລກ ຫາໄດ້ໃນໂລກ 3 ຈຳພວກຄືຫຍັງແດ່ ຄື:
1. ບຸກຄົນບາງຄົນໃນໂລກນີ້ ເພາະກ່າວຫຼວງຮູບປະສັນຍາໄດ້ ໂດຍປະການທັງປວງ ເພາະຄວາມດັບໄປແຫ່ງປະຖິຂະສັນຍາ ເພາະການບໍ່ໃສ່ໃຈຊື່ງນານັດຕະສັນຍາ ຈຶ່ງເຂົ້າເຖິງອາກາສານັນຈາຍະຕະນະ ອັນມີການກະທຳໃນໃຈວ່າ ອາກາດບໍ່ມີທີ່ຊິ້ນສຸດ ດັ່ງນີ້ແລ້ວແລຢູ່ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນອາກາສານັນຈາຍະຕະນະ.
ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນອາກາສານັນຈາຍາຕະນະ ມີອາຍຸປະມານ 2 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນອາກາສານັນຈາຍະຕະນະນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນອາກາສານັນຈາຍະຕານະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.








