ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມ ມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

2. ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະກ້າວຫຼ່ວງອາກາສານັນຈາຍະຕະນະໄດ້ ໂດຍປະການທັງປວງຈື່ງເຂົ້າເຖິງວິນຍານັນຈາຍະຕະນະ ອັນມີການກະທຳໄວ້ໃນໃຈວ່າວິນຍານບໍ່ມີທີ່ສີ້ນສຸດ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນ ວິນຍານັນຈາຍະຕະນະ

ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນ ວິນຍານັນຈາຍະຕະນະ ມີອາຍຸປະມານ 4 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນວິນຍານັນຈາຍະຕະນະນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນວິນຍານັນຈາຍະຕະນະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

3. ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະກ້າວຫຼ່ວງ ວິນຍານັນຈາຍະຕະນະ ໄດ້ ໂດຍປະການທັງປວງຈື່ງເຂົ້າເຖິງ ອາກີນຈັນຍາຍະຕະນະ ອັນມີການກະທຳໄວ້ໃນໃຈວ່າ ອັນໃດໆ ກໍບໍ່ມີ ເຂົາຍ່ອມມັກໃນທຳນັ້ນ ປະຖະໜາທຳນັ້ນ ແລະເຖິງຄວາມຍີນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາທີ່ເຂົ້າເຖິງຊັ້ນ ອາກີນຈັນຍາຍະຕະນະ

ພິກຂຸທັງຫຼາຍ ! ເຫຼົ່າເທວະດາທີ່ເຂົ້າເຖິງຊັ້ນ ອາກີນຈັນຍາຍະຕະນະ ອາຍຸປະມານ 6 ໝື່ນກັບ ປຸຖຸຊົນດຳລົງຢູ່ໃນຊັ້ນ ອາກີນຈັນຍາຍະຕະນະ ນັ້ນຕາບເທົ່າສິ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ຊີ້ນໄປແລ້ວ ຍ່ອມເຂົ້າເຖິງນະຮົກແດ່ ກຳເນີດເດຣະສານແດ່ ເປຣດວິໄສແດ່ ສ່ວນສາວົກຂອງພຣະຜູ້ມີພຣະພາກດຳລົງຢູ່ໃນຊັ້ນ ອາກີນຈັນຍາຍະຕະນະນັ້ນຕາບເທົ່າສີ້ນອາຍຸ ຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສີ້ນໄປແລ້ວຍ່ອມປະຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນ ຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.

ພິກຂຸທັງຫຼາຍ ! ບຸກຄົນ 3 ຈຳພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.

ຂໍ້ແຕກຕ່າງລະຫວ່າງອິຣິຍະສາວົກຜູ້ໄດ້ຟັງ ກັບປຸຖຸຊົນຜູ້ບໍ່ໄດ້ຟັງ ເມື່ອໄດ້ຈະເລີນ ພຣົມວິຫານ

ບາລີ ຈຕຸກກ. ອໍ. 21/172/125.

(1). ບຸກຄົນບາງຄົນໃນໂລກນີ້ ມີຈິດປະກອບດ້ວຍເມດຕາ ແຜ່ໄປສູ່ທິດທີ່ໜຶ່ງ ທີສອງ ທີ່ທີ່ສາມ ທິດທິສີ່ ກໍຢ່າງນັ້ນ ທັງເບື້ອງເຖິງ ເບື້ອງລຸ່ມ ເບື້ອງຂວາງ ແພ່ໄປຕະຫຼອດໂລກທັງສີ້ນ ໃນທີ່ທັງປວງແກ່ສັດທັງຫຼາຍທົ່ວໜ້າສະເໝີກັນດ້ວຍຈິຕອັນປະກອບດ້ວຍເມດຕາ ເປັນຈິດໄພບູນ ໃຫຍ່ຫຼວງບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດແລ້ວແລຢູ່ ເຂົາຍ່ອມຊອບໃຈໃຈໃນທັມນັ້ນ ປາດຖະໜາທຳນັ້ນ ແລະເຖິງຄວາມຍິນດີໃນທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເຊື່ອມຈາກທັມນັ້ນ ເມື່ອທຳກາລະເຂົ່າຄວາມເປັນຂອງເທວະດາ ເຫຼົ່າ ພຣົມມະກາຍິກາ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ