ອານິສົງ

ໜ້າ/ 43

ດູຣາອານົນ ! ກໍບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຣາຄະກ້າ ແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຣາຄະຂອງເຂົາ ຕາມຄວາມເປັນຈິງບຸກຄົນນັ້ນກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງຈະເລີນບໍ່ໄປທາງເສື່ອມ ຍ່ອມເຖິງຄວາມຈະເລີນຢ່າງດຽວ ບໍ່ເຖິງຄວາມເສື່ອມ.

ດູຣາອານົນເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.

ດູຣາອານົນ ! ກໍບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມັກໂກດ ທັ້ງບໍ່ຮູ້ຊັດຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມໂກດຂອງເຂົາຕາມຄວາມເປັນຈິງນັ້ນ ບຸກຄົນນັ້ນບໍ່ກະທຳກິດແມ້ດ້ວຍການຟັງ ບໍ່ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ບໍ່ແທງຕະຫຼອດດ້ວຍທິດທິ ຍ່ອມບໍ່ໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງເສື່ອມບໍ່ໄປທາງຈະເລີນ ຍ່ອມເຖິງຄວາມເສືື່ອມຢ່າງດຽວ ບໍ່ເຖິງຄວາມຈະເລີນ.

ດູຣາອານົນ ! ສ່ວນບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມັກໂກດແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມໂກດຂອງເຂົາຕາມຄວາມເປັນຈິງນັ້ນບຸກຄົນນັ້ນກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງຈະເລີນບໍ່ໄປທາງເສື່ອມ ຍ່ອມເຖິງຄວາມຈະເລີນຢ່າງດຽວ ບໍ່ເຖິງຄວາມເສື່ອມ.

ອານົນ ! ເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.

ດູຣາອານົນ ! ກໍບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຟຸ້ງຊ່ານ ທັ້ງບໍ່ຮູ້ຊັດຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມຟຸ້ງຊ່ານຂອງເຂົາຕາມຄວາມເປັນຈິງນັ້ນ ບຸກຄົນນັ້ນບໍ່ກະທຳກິດແມ້ດ້ວຍການຟັງ ບໍ່ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ບໍ່ແທງຕະຫຼອດດ້ວຍທິດທິ ຍ່ອມບໍ່ໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງເສື່ອມບໍ່ໄປທາງຈະເລີນ ຍ່ອມເຖິງຄວາມເສືື່ອມຢ່າງດຽວ ບໍ່ເຖິງຄວາມຈະເລີນ.

ດູຣາອານົນ ! ສ່ວນບຸກຄົນບາງຄົນໃນໂລກນີ້ ເປັນຜູ້ຟຸ້ງຊ່ານ ແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມຟຸ້ງຊ່ານຂອງເຂົາຕາມຄວາມເປັນຈິງນັ້ນບຸກຄົນນັ້ນກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງຈະເລີນບໍ່ໄປທາງເສື່ອມ ຍ່ອມເຖິງຄວາມຈະເລີນຢ່າງດຽວ ບໍ່ເຖິງຄວາມເສື່ອມ.

ດູຣາອານົນ! ພວກຄົນຜູ້ຖືປະມານ ຍ່ອມປະມານໃນເລື່ອງນັ້ນວ່າ ທຳແມ້ຂອງຄົນນີ້ກໍເຮົານັ້ນແລະ ທຳແມ້ຂອງຄົນອື່ນກໍເຮົານັ້ນແລະ ເພາະເຫດໃດສອງຄົນນັ້ນ ຄົນໜຶ່ງຊົ່ວ ຄົນໜຶ່ງດີ ກໍການປະມານຂອງຄົນຜູ້ຖືປະມານເຫຼົ່ານັ້ນ ຍ່ອມເປັນໄປເພື່ອຄວາມບໍ່ເປັນປະໂຫຍດເກື້ອກູນເພື່ອທຸກ ຕະຫຼອດການລະນານ.

ດູຣາອານົນ! ໃນສອງຄົນນັ້ນ ບຸກຄົນໃດເປັນຜູ້ຟຸ້ງຊ້ານແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມຟຸ້ງຊ່ານຂອງເຂົາຕາມຄວາມເປັນຈິງນັ້ນບຸກຄົນນັ້ນກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ບຸກຄົນນີ້ດີກ່ວາ ແລະປານີດກ່ວາບຸກຄົນທີ່ກ່າວຂ້າງຕົ້ນນັ້ນ ຂໍ້ນັ້ນເພາະເຫດໃດ ເພາະກະແສແຫ່ງທຳຍ່ອມຖືກຕ້ອງບຸກຄົນນີ້ ໃຜແລຈະຮູ້ເຫດນັ້ນໄດ້ນອກຈາກຕະຖາຄົດ.

ດູຣາອານົນ! ເພາະເຫດນັ້ນແລ ທ່ານທັງຫຼາຍຢ່າໄດ້ປະມານໃນບຸກຄົນ ແລະຢ່າໄດ້ຖືປະມານໃນບຸກຄົນເພາະຜູ້ຖືປະມານໃນບຸກຄົນຍ່ອມທຳລາຍຄຸນວິເສດຂອງຕົນ ເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.

ສຸຕະສູດ

ສະບັບຫຼວງ ເຫຼັ້ມທີ 22 ສຸຕັນຕະປິຕົກ ອັງຄຸຕະຕນິກາຍ

ປັດຈົກ-ສັກກະນິບາດ ໜ້າທີ່ 106 ຂໍ້ທີ 96-97

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ