ອານິສົງ

ໜ້າ/ 43

(ບາລີ) ທສກ.ອໍ. 24/148/75.

ພຣະຜູ້ມີພຣະພາກຕຣັດວ່າ

ດູຣາອານົນ ! ກໍມິກສາລາອຸບາສິກກາເປັນພານບໍ່ສະຫຼາດ ເປັນຄົນບອດ ມີປັນຍາທີບ ເປັນຫຍັງ ແລະພຣະສຳມາສຳພຸດທະເປັນຫຍັງ ໃນຍານເຄື່ອງກຳນົດຮູ້ຄວາມຍິ່ງ ແລະ ຫຍ່ອນແຫ່ງອີນຊີຂອງບຸກຄົນ.

ດູຣາອານົນ ! ບຸກຄົນ 10 ຈໍາພວກນີ້ມີຢູ່ໃນໂລກ 10 ຈໍາພວກເປັນຢ່າງໃດ ?

ດູຣາອານົນ ! ບຸກຄົນບາງຄົນໃນໂລກນີ້ເປັນຜູ້ທຸສີນ ແລະ ບໍ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມເປັນຜູ້ທຸສີນຂອງເຂົາຕາມຄວາມເປັນຈິງ ບຸກຄົນນັ້ນ ບໍ່ກະທຳກິດແມ້ດ້ວຍການຟັງ ບໍ່ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ບໍ່ແທງຕະຫຼອດດ້ວຍທິດທິ ຍ່ອມບໍ່ໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງເສື່ອມບໍ່ໄປທາງຈະເລີນ ຍ່ອມເຖິງຄວາມເສືື່ອມ ບໍ່ເຖິງຄວາມຈະເລີນ.

ດູຣາອານົນ ! ສ່ວນບຸກຄົນບາງຄົນໃນໂລກນີ້ເປັນຜູ້ທຸສີນ ແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມເປັນຜູ້ທຸສີນຂອງເຂົາຕາມຄວາມເປັນຈິງ ບຸກຄົນນັ້ນ ກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງຈະເລີນບໍ່ໄປທາງເສື່ອມ ຍ່ອມເຖິງຄວາມຈະເລີນຢ່າງດຽວ ບໍ່ເຖິງຄວາມເສື່ອມ.

ດູຣາອານົນ ! ພວກຄົນຜູ້ຖືປະມານຍ່ອມປະມານໃນເລື່ອງນັ້ນວ່າ ທຳແມ້ຂອງຄົນນີ້ກໍເຮົານັ້ນແລະ ທຳແມ້ຂອງຄົນອື່ນກໍເຮົານັ້ນແລະ ເພາະເຫດໃດສອງຄົນນັ້ນ ຄົນໜຶ່ງຊົ່ວ ຄົນໜຶ່ງດີ ກໍການປະມານຂອງຄົນຜູ້ຖືປະມານເຫຼົ່ານັ້ນ ຍ່ອມເປັນໄປເພື່ອຄວາມບໍ່ເປັນປະໂຫຍດເກື້ອກູນເພື່ອທຸກ ຕະຫຼອດການລະນານ.

ດູຣາອານົນ ! ສອງຄົນນັ້ນ ບຸກຄົນໃດເປັນຜູ້ທຸສີນ ແລະຮູ້ຊັດເຊິ່ງເຈໂຕວິມຸດ ປັນຍາວິມຸດ ອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມເປັນຜູ້ທຸສີນຂອງເຂົາຕາມຄວາມເປັນຈິງ ກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດຢ່າງດີດ້ວຍທິດທິທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ.

ດູຣາອານົນ ! ບຸກຄົນນີ້ດີກ່ວາແລະ ປຣານີດກ່ວາບຸກຄົນທີ່ກ່າວຂ້າງຕົ້ນ ຂໍ້ນັ້ນເພາະເຫດໃດ ເພາະກະແສແຫ່ງທຳຍ່ອມຖືກຕ້ອງບຸກຄົນນີ້ໃຜແລຈະເພິ່ງຮູ້ເຫດນັ້ນໄດ້ ນອກຈາກຕະຖາຄົດ ດູຣາອານົນ ເພາະເຫດນັ້ນແລະ ທ່ານທັງຫຼາຍຢ່າງໄດ້ມັກປະມານໃນບຸກຄົນແລະ ຢ່າໄດ້ຖືປະມານໃນບຸກຄົນ ເພາະຜູ້ຖືປະມານໃນບຸກຄົນຍ່ອມທຳລາຍຄຸນວິເສດຂອງຕົນ ເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.

ດູຣາອານົນ ! ກໍບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີສີນ ແຕ່ບໍ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດ ອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງສີນອຂງເຂົາ ຕາມຄວາມເປັນຈິງບຸກຄົນນັ້ນບໍ່ກະທຳກິດແມ້ດ້ວຍການຟັງ ບໍ່ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ບໍ່ແທງຕະຫຼອດດ້ວຍທິດທິ ຍ່ອມບໍ່ໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງເສື່ອມບໍ່ໄປທາງຈະເລີນ ຍ່ອມເຖິງຄວາມເສືື່ອມຢ່າງດຽວ ບໍ່ເຖິງຄວາມຈະເລີນ.

ດູຣາອານົນ ! ສ່ວນບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີສີນ ແລະຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງສີນຂອງເຂົາ ຕາມຄວາມເປັນຈິງບຸກຄົນນັ້ນ ກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງຈະເລີນບໍ່ໄປທາງເສື່ອມ ຍ່ອມເຖິງຄວາມຈະເລີນຢ່າງດຽວ ບໍ່ເຖິງຄວາມເສື່ອມ.

ດູຣາອານົນເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.

ດູຣາອານົນ! ກໍບຸກຄົນບາງຄົນໃນໂລກນີ້ ເປັນຜູ້ມີຣາຄະກ້າ ທັ້ງບໍ່ຮູ້ຊັດຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຣາຄະຂອງເຂົາ ຕາມຄວາມເປັນຈິງບຸກຄົນນັ້ນ ບຸກຄົນນັ້ນບໍ່ກະທຳກິດແມ້ດ້ວຍການຟັງ ບໍ່ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ບໍ່ແທງຕະຫຼອດດ້ວຍທິດທິ ຍ່ອມບໍ່ໄດ້ວິມຸດແມ້ອັນເກີດໃນສະໃໝ ເມື່ອຕາຍໄປ ເຂົາຍ່ອມໄປທາງເສື່ອມບໍ່ໄປທາງຈະເລີນ ຍ່ອມເຖິງຄວາມເສືື່ອມຢ່າງດຽວ ບໍ່ເຖິງຄວາມຈະເລີນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ