ອານິສົງ
ໜ້າ/ 43
ພິກຂຸທັງຫຼາຍ ! ທຳມະດາອັນອະຣິຍະສາວົກຜູ້ປະກອບດ້ວຍ 7 ປະການນີ້ ກວດເບິ່ງດີແລ້ວດ້ວຍການທຳໃຫ້ແຈ້ງເຖິງໂສຕາປັດຕິຜົນ.
ພິກຂຸທັງຫຼາຍ ! ອະລິຍະສາວົກຜູ້ປະກອບດ້ວຍອົງ 7 ປະການນີ້ແລຍ່ອມເປັນຜູ້ພຽບພ້ອມດ້ວຍໂສຕາປະຕິຜົນ.
ພະຜູ້ມີພະພາກໄດ້ຕຣັດພຣະພຸດທະພາສິດນີ້ແລ້ວ ພິກຂຸເຫຼົ່ານັ້ນຊື່ນຊົມຍິນດີພຣະພາສິດຂອງພຣະຜູ້ມີພະພາກດັ່ງນີ້ແລ.
ລຳດັບການປະຕິບັດເພື່ອຮູ້ຕາມເຊິ່ງສັດຈະທຳ
ບາລີ ມ.ມ. 13/233-234/238.
ພິກຂຸທັງຫຼາຍ ! ເຮົາຍ່ອມບໍ່ກ້າວການປະສົບຄວາມພໍໃຈໃນອະຣະຫັດຕະຜົນໂດຍການກະທຳຄັນອັນທຳອັນດັບທຳອິດພຽງອັນດຽວ.
ພິກຂຸທັງຫຼາຍ ! ກໍແຕ່ວ່າການປະສົບຄວາມພໍໃຈອັນໃນອະຣະຫັດຕະຜົນຍ່ອມມີໄດ້ເພາະການສຶກສາຕາມລຳດັບເພາະການກະທຳໂດຍຕາມລຳດັບເພາະການປະຕິບັດໂດຍຕາມລຳດັບ.
ພິກສຸທັງຫຼາຍ ! ກໍ່ການປະກອບຄວາມພໍໃຈໃນອະຣະຫັດຕະຜົນຍ່່ອມມີໄດ້ດ້ວຍການສຶກສາຕາມລຳດັບເພາະການກະທຳດ້ວຍຕາມລຳດັບເພາະການປະຕິບັດໂດຍຕາມລຳດັບເປັນຢ່າງໃດ ?
ພິກຂຸທັງຫຼາຍ ! ບຸກຄົນບາງຄົນໃນກໍຣະນີນີ້ເປັນຜູ້ມີສັດທາເກີດຂຶ້ນແລ້ວຍ່ອມເຂົ້າໄປຫາຜູ້ເຖິງອາຣິຍະສັດ (ສັບປະບຸລັດ) ເມື່ອເຂົ້າໄປນັ່ງໃກ້ຍ້ອມງ່ຽງຫູລົງຟັງ ຜູ້ງ່ຽງຫູລົງຟັ່ງຍ່ອມໄດ້ຟັງທໍາເມື່ອຟັງທໍາແລ້ວຍ່ອມຊົງຈຳທໍາໄວ້ຍ່ອມໃຄ້ຄວນພິຈານາເນື້ອຄວາມແຫ່ງທໍາທັງຫຼາຍທີ່ຕົນຊົງຈຳໄວ້ເມື່ອທຳທົນຕໍ່ການເພັ່ງພິສູດມີຢູ່ສັນທະ (ຄວາມພໍໃຈ) ຍ່ອມເກີດຂຶ້ນ ຜູ້ເກີດສັນທະແລ້ວ ຍ່ອມມີອຸດສາຫະ ຄັນມີອຸດສາຫະແລ້ວ ຍ່ອມຈະພິຈາລະນາຄວາມສົມດຸນແຫ່ງທໍາ ຄັນພິຈາລະນາຄວາມສົມດຸນແຫ່ງທໍາແລ້ວຍ່ອມຕັ້ງຕົນໄວ້ໃນທໍາ ຜູ້ມີຕົນສົ່ງໄປແລ້ວໃນທໍາຢູ່ຍ່ອມກະທຳໃຫ້ແຈ້ງເຊິ່ງບະໂຣມມະສັດດ້ວຍທຳມະກາຍດ້ວຍ ຍ່ອມເຫັນແຂ້ງແທງຕະຫຼອດ ເຊິ່ງບົດບະໂຣມມະສັດ ດ້ວຍປັນຍາດ້ວຍ.
ອານິສົງແຫ່ງການຟັງທຳເນື່ອງໆ
ຈຕຸກກ. ອໍ. 21/178/191.
ພິກຂຸທັງຫຼາຍ ! ອານິສົງ 4 ປະການແຫ່ງການຟັງທຳທັງຫຼາຍທີ່ບຸກຄົນຄວນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນເພິ່ງຫວັງໄດ້ອານິສົງ 4 ປະການຢ່າງໃດ ?
ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຮໍ່າຮຽນທຳ ຄື ສຸຕະ ເວຍາກໍຣະນະ ຄາຖາ ອຸທານ ອິຕິວຸຕະກະ ຊາຕົກ ອັບພູຕະທຳ ເວທັນລະ ທຳເຫຼົ່ານັ້ນອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ທານມີສະຕິຫຼົງລືມເມື່ອທຳກາລະ ຍ່ອງເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດທຳທັງຫຼາຍ ຍ່ອມປະກົດແກ່ທ່ານຜູ້ມີສຸກໃນພົບນັ້ນ ສະຕິບັງເກີດຂື້ນຊ້າແຕ່ສັດນັ້ຍເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 1 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.
ພິກຂຸ ຍ່ອມຮຽນທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນເປັນທຳອັນພິກຂຸນັ້ນ ຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ທ່ານມີສະຕິຫຼົງລືມ ເມື່ອກະທຳກາລະ ຍ່ອມເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດແຫ່ງທຳທັງຫຼາຍ ຍ່ອມປະກົດແກ່ທ່ານຜູ້ມີຄວາມສຸກຢູ່ໃນພົບນັ້ນເລຍ ແມ້ແຕ່ພິກຂຸຜູ້ມີລິດເຖິງຄວາມຊຳນານແຫ່ງຈິດ ສະແດງທຳແກ່ເທບບໍລິສັດ ທ່ານມີຄວາມວິປະລິດຢ່າງນີ້ວ່າ ໃນການກ່ອນເຮົາໄດ້ປະພຶດພົມມະຈັນ ໃນທຳວິໄນດັ່ງນີ້ ຄືທຳວິໄນນັ້ນ ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນຍ່ອມເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ບຸລຸດສະຫຼາດຕໍ່ສຽງກອງ ເຂົາເດີນທາງໄກເພີ່ງໄດ້ຍີນສຽງກອງ ເຂົາບໍ່ມີຄວາມສົງໃສ ຫຼືເຄືອບແຄງວ່າສຽງກອງຫຼືບໍ່ແມ່ນໜໍ ທີ່ແທ້ເຂົາເຖິງຄວາມຕົກລົງໃຈວ່າ ສຽງກອງທີ່ດຽວສັນໃດ ພິກຂຸກໍສັນນັ້ນເມືອນກັນ ຍ່ອມຮໍ່າຮຽນທຳ ຄື ສຸຕະ... ເວທັດລະ ທຳເຫຼົ່ານັ້ນ ເປັນທຳອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ… ສະຕິບັງເກີດຂື້ນຊ້າ ແຕ່ສັດນັ້ນເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 2 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.








