ອານິສົງ
ໜ້າ/ 43
ພິກຂຸທັງຫຼາຍ ! 4 ກັບ ເປັນປະມານອາຍຸຂອງເທວະດາເຫຼົ່າ ສຸຖະກິນຫະ. ປຸຖຸຊົນດໍາລົງຢູ່ໃນ ຊັ້ນ ສຸຖະກິນຫະ ນັ້ນຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໃສແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນສຸຖະກິນຫະນັ້ນ ຕາບເທົ່າສິ້ນອາຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່ອງກະທຳໃຫ້ແຕກຕ່າງກັນລະ ຫວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.
(4) ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ ມີຈິດປະກອບດ້ວຍອຸເບກຂາ ແຜ່ໄປສູ່ທິດ ທີ່ໜຶ່ງ ທີສອງ ທີ່ທີ່ສາມ ທິດທິສີ່ ກໍຢ່າງນັ້ນ ທັງເບື້ອງເຖິງ ເບື້ອງລຸ່ມ ເບື້ອງຂວາງ ແພ່ໄປຕະຫຼອດໂລກທັງສີ້ນ ໃນທີ່ທັງປວງແກ່ສັດທັງຫຼາຍທົ່ວໜ້າສະເໝີກັນດ້ວຍຈິຕອັນປະກອບດ້ວຍເມດຕາ ເປັນຈິດໄພບູນ ໃຫຍ່ຫຼວງບໍ່ມີປະມານ ບໍ່ມີເວນ ບໍ່ມີພະຍາບາດແລ້ວແລຢູ່ ເຂົາຍ່ອມຊອບໃຈໃຈໃນທັມນັ້ນ ປາດຖະໜາທຳນັ້ນ ແລະເຖິງຄວາມຍິນດີໃນທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳ ຢູ່ຫຼາຍດ້ວຍທັມນັ້ນ ບໍ່ເຊື່ອມຈາກທັມນັ້ນ ເມື່ອທຳກາລະເຂົ່າຄວາມເປັນຂອງເທວະດາ ເຫຼົ່າເວທັບຜາລະ.
ພິກຂຸທັງຫຼາຍ ! 500 ກັບ ເປັນປະມານອາຍຸຂອງເທວະດາເຫຼົ່າ ເວທັບຜາລະ.. ປຸຖຸຊົນດໍາລົງຢູ່ໃນ ຊັ້ນ ເວທັບຜາລະ ນັ້ນຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໃສແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນເວທັບຜາລະ ນັ້ນ ຕາບເທົ່າສິ້ນອາຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນ ເປັນຄວາມມຸ້ງໝາຍແຕກຕ່າງກັນ ເປັນເຄື່້ອງກະທຳໃຫ້ແຕກຕ່າງກັນ ລະວ່າງອາຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ້ບໍ່ໄດ້ສະດັບ ໃນເມື່ອຄະຕິອຸບັດຍັງມີຢູ່.
ພິກຂຸທັງຫຼາຍ ! ບຸກຄົນ 4 ຈໍາພວກນີ້ແລ ມີຢູ່ໃນໂລກ ຫາໄດ້ໃນໂລກ.
ໂສດາບັນຈະມີກຳລັງໃນການຟັງທັມປັນທິດນຳມາສະແດງຢູ່
ພຣະໄຕປີດົກ ໄທ (ສະບັບຫຼວງ) ເຫຼັ້ມທີ່ 12
ໜ້າທີ່ 415 ຂໍ້ທີ່ 547 – 548
ພິກຂູທັງຫຼາຍ ! ອີກປະການນຶ່ງອະຣິຍະສາວົກຍົມພິຈາຣະນາເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍຈິດທີ່ປະກອບດ້ວຍພາລະເຊັ່ນໄດເຖິງເຮົາກໍປະກອບດ້ວຍພາລະເຊັ່ນນັ້ນ.
ພິກຂຸທັງຫຼາຍ ! ກໍ່ຄົນເຖິງພ້ອມດ້ວຍທິດທິປະກອບດ້ວຍພາລະເຊັ່ນໃດ ?
ພິກຂຸທັງຫຼາຍ ! ພາລະນີ້ຂອງບຸກຄົນຜູ້ເຖິງພ້ອມດ້ວຍທິດທິຄືອາຣິຍະສາວົກນັ້ນ ເມື່ອທຳວິໄນທີ່ຕະຖາຄົດປະກາດແລ້ວອັນບັນດິດສະແດງຢູ່ ທຳໃຫ້ມີປະໂຫຍດ ທໍາໄວ້ໃນໃຈ ກຳໜົດດ້ວຍຈິດທັງປວງ ງ່ຽງໂສຕະຟັງທໍາ.
ອະລິຍະສາວົກນັ້ນຮູ້ຊັດຢ່າງນີ້ວ່າບຸກຄົນຜູ້ເຖິງພ້ອມດ້ວຍທິດທິ ປະກອບດອ້ຍພາລະເຊັ່ນໃດເຖີງເຂົ່າກໍປະກອບດ້ວຍພາລະເຊັ່ນນັ້ນ.
ນີ້ຍານທີ່ 6 ເປັນອາຣິຍະເປັນໂລກຸຕະລະບໍ່ທົ່ວໄປກັບຜູ້ທຸຊົນອັນອະຣິຍະສາວົກນັ້ນບັນລຸແລ້ວ
ພິກຂຸທັງຫຼາຍ ! ອີກປະການໜຶ່ງອະຣິຍະສາວົກຍ່ອມພິຈາລະນາເຫັນດັ່ງນີ້ວ່າ ບຸກຄົນຜູ້ເຖິງພ້ອມດ້ວຍທິດທິ ປະກອບດ້ວຍພາລະເຊັ່ນໃດເຖີງເຂົາກໍປະກອບດ້ວຍພາລະເຊັ່ນນັ້ນ.
ພິກຂຸທັງຫຼາຍ! ກໍບຸກຄົນຜູ້ເຖິງພ້ອມດ້ວຍທິດທິປະກອບດ້ວຍພາລະຢ່າງໃດ ?
ພິກຂຸທັງຫຼາຍ ! ພາລະນີ້ຂອງບຸກຄົນຜູ້ເຖິງພ້ອມດ້ວຍທິດຖິຄືອາຣິຍະຍາສາວົກນັ້ນ ເມື່ອທຳວິໄນທີ່ຕະຖາຄົດປະກາດໄວ້ແລ້ວອັນບັນດິດສະແດງຢູ່.
ຍ່ອມໄດ້ຄວາມຮູ້ອັດຖະລົດ ຍ່ອມໄດ້ຄວາມຮູ້ທໍາ ຍ່ອມໄດ້ປຣາໂມດອັນປະກອບດ້ວຍທໍາອາຣິຍະສາວົກຮູ້ສັດຢ່າງນີ້ວ່າ
ບຸກຄົນຜູ້ເຖິງພ້ອມດ້ວຍທິດຖິ ປະກອບດ້ວຍພາລະເຊັ່ນໃດເຖີງເຮົາກໍປະກອບດ້ວຍພາລະເຊັ່ນນັ້ນ.
ນີ້ຍານທີ່ 7 ເປັນອະຣິຍະ ເປັນໂລກຸດຕະຣະ ບໍ່ທົ່ວໄປກັບປຸຖຸຊົນ ອັນອາຣິຍະສາວົກນັ້ນບັນລຸແລ້ວ.








