ອານິສົງ

ໜ້າ/ 43

ພິກຂຸທັງຫຼາຍ ! 2 ກັບເປັນປະມານອາຍຸຂອງເທວະດາເຫຼົ່າອາພັດສະຣະ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມ ອາພັດສະຣະ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .

(3) ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະຄວາມຈາງຄາຍໄປແຫ່ງປິຕິຈຶ່ງຢູ່ອຸເບກຂາ ມີສະຕິສັມປະຊັນຍະແລະຍ່ອມສຸກດ້ວຍກາຍຈຶ່ງບັນລຸຕາຕິຍະຊານອັນເປັນຊານທີ່ພຣະອາຣິຍະເຈົ້າທັງຫຼາຍກ່າວວ່າ ຜູ້ໄດ້ຊານນີ້ເປັນຜູ້ຢູ່ອຸເບກຂາມີສະຕິຢູ່ເປັນສຸກ ເຂົາຍ່ອມມັກໃຈທັມນັ້ນ ປາຖະໜາທັມນັ້ນແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ສຸຖະກິໜະຫະ

ພິກຂຸທັງຫຼາຍ ! 4 ກັບ ເປັນປະມານອາຍຸຂອງເທວະດາເຫຼົ່າ ສຸຖະກິໜະຫະ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມ ສຸຖະກິໜະຫະ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .

(4) ອີກປະການໜຶ່ງບຸກຄົນບາງຄົນໃນໂລກນີ້ເພາະລະສຸກແລະທຸກໄດ້ເພາະຄວາມດັບຫາຍໄປແຫ່ງໂສມະນັດແລະໂທມະນັດທັງຫຼາຍໃນການກ່ອນ ຈຶ່ງບັນລຸຈະຕຸຕະຊານ ອັນບໍ່ມີທຸກບໍ່ມີສຸກມີແຕ່ສະຕິອັນບໍລິສຸດເພາະອຸເບກຂາແລ້ວແລະຢູ່ ຍ່ອມມັກໃຈທັມນັ້ນ ປາຖະໜາທັມນັ້ນແລະເຖິງຄວາມຍິນດີດ້ວຍທັມນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ເວຫັບຜະລະ

ພິກຂຸທັງຫຼາຍ ! 500 ກັບເປັນປະມານອາຍຸຂອງເທວະດາເຫຼົ່າ ເວຫັບຜະລະ ປຸຖຸຊົນດໍາລົງຢູ່ໃນ ຊັ້ນ ເວຫັບຜະລະນັ້ນ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.

ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່.

ພິກຂຸທັງຫຼາຍ ! ບຸກຄົນ 4 ຈຳພວກນີ້ແລ ມີຢູ່ໃນໂລກຫາໄດ້ໃນໂລກ.

ຂໍ້ແຕກຕ່າງລະຫວ່າງອິຣິຍະສາວົກຜູ້ໄດ້ຟັງ ກັບປຸຖຸຊົນຜູ້ບໍ່ໄດ້ຟັງ ເມື່ອໄດ້ສຳມາທິ

(ອະຮູບປະສັນຍາ)

ບາລີ ຕິກ. ອໍ 20/343/556.

ພິກຂຸທັງຫລາຍບຸກຄົນ 3 ຈຳພວກນີ້ມີຢູ່ໃນໂລກ ຫາໄດ້ໃນໂລກ 3 ຈຳພວກຄືຫຍັງແດ່ ຄື:

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ