ອານິສົງ
ໜ້າ/ 43
ດູຣາອານົນ ! ໃນສອງຄົນນັ້ນ ບຸກຄົນໃດເປັນຜູ້ຟຸ້ງຊ້ານແຕ່ຮູ້ຊັດເຊຶ່ງເຈໂຕວິມຸດ ປັນຍາວິມຸດອັນເປັນທີ່ດັບໂດຍບໍ່ເຫຼືອແຫ່ງຄວາມຟຸ້ງຊ່ານຂອງເຂົາຕາມຄວາມເປັນຈິງນັ້ນບຸກຄົນນັ້ນກະທຳກິດແມ້ດ້ວຍການຟັງ ກະທຳກິດແມ້ດ້ວຍຄວາມເປັນພະຫູສູດ ແທງຕະຫຼອດດ້ວຍທິດທິ ຍ່ອມໄດ້ວິມຸດແມ້ອັນເກີດໃນສະໃໝ ບຸກຄົນນີ້ດີກ່ວາ ແລະປານີດກ່ວາບຸກຄົນທີ່ກ່າວຂ້າງຕົ້ນນັ້ນ ຂໍ້ນັ້ນເພາະເຫດໃດ ເພາະກະແສແຫ່ງທຳຍ່ອມຖືກຕ້ອງບຸກຄົນນີ້ ໃຜແລຈະຮູ້ເຫດນັ້ນໄດ້ນອກຈາກຕະຖາຄົດ.
ດູຣາອານົນ ! ເພາະເຫດນັ້ນແລ ທ່ານທັງຫຼາຍຢ່າໄດ້ປະມານໃນບຸກຄົນ ແລະຢ່າໄດ້ຖືປະມານໃນບຸກຄົນເພາະຜູ້ຖືປະມານໃນບຸກຄົນຍ່ອມທຳລາຍຄຸນວິເສດຂອງຕົນ ເຮົາຫຼືຜູ້ທີ່ຄືເຮົາຈຶ່ງຖືປະມານໃນບຸກຄົນໄດ້.
ສຸຕະສູດ
ສະບັບຫຼວງ ເຫຼັ້ມທີ 22 ສຸຕັນຕະປິຕົກ ອັງຄຸຕະຕນິກາຍ ປັດຈົກ-ສັກກະນິບາດ ໜ້າທີ່ 106 ຂໍ້ທີ 96-97
ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທຳ 5 ປະການ ເສບອານາປານາສະຕິ ກຳມະຖານຢູ່ ຍ່ອມແທງຕະຫຼອດທຳ ທີ່ບໍ່ກຳເລີ້ມໂດຍບໍ່ດົນ ທັມ 5 ປະການເປັນຈັ່ງໃດ ຄື:
ພິກຂຸໃນທັມມະວິໃນນີ້ຍ່ອມເປັນຜູ້ມີກິດນ້ອຍ ລ້ຽງງ່າຍຍິນດີໃນການບໍລິຂານແຫ່ງຊີວິດ
ຍ່ອມເປັນຜູ່ມີອາຫານນ້ອຍ ປະກອບຄວາມເປັນຜູ່ບໍ່ເຫັນແກ່ປາກແກ່ທ້ອງ
ຍ່ອມເປັນຜູ້ມີຄວາມງ້ວງນອນນ້ອຍ ປະກອບຄວາມພຽນເປັນເຄື່້ອງຕື່ນຢູ່
ຍ້ອມເປັນພະຫູສູດ ສົງສຸຕະ ສັງສົມສຸຕະ ເປັນຜູ້ໄດ້ຟັງມາຫຼາຍ ຊົງຈຳໄວ້ ຄ່ອງປາກ ຂຶ້ນໃຈ ແທງຕະຫຼອດດ້ວຍດີ ດ້ວຍຄວາມເຫັນ ຊຶ່ງທຳທັງຫຼາຍອັນງາມໃນເບື້ອງຕົ້ນ ງາມໃນທ່າມກາງ ງາມໃນທີສຸດ ປະກາດພົມມະຈັນພ້ອມທາງອັດຖະ ພ້ອມທາງພະຍັນສະນະ ບໍລິສຸດບໍລິບູນສິນເຊີງ
ຍ່ອມພິດຈາລະນາຈິດຕາມທີ່ຫຼຸດພົ້ນແລ້ວ
ດູຣາພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບດ້ວຍທຳ 5 ປະການນິແຫຼະ ເສບອານາປານະສະຕິກໍາມະຖານຢູ່ຍ້ອມແທງຕະຫຼອດທໍາທີ່ບໍ່ກຳເລື່ມໃນການບໍ່ດົນ.
ຂໍ້ແຕກຕ່າງລະຫວ່າງອິຣິຍະສາວົກຜູ້ໄດ້ຟັງ ກັບປຸຖຸຊົນຜູ້ບໍ່ໄດ້ຟັງ ເມື່ອໄດ້ສຳມາທິ
(ຮູບປະສັນຍາ)
ບາລີ ຈຕຸກກ. ອໍ. 21/168/123.
ພິກຂຸທັງຫລາຍບຸກຄົນ 4 ຈຳພວກນີ້ມີຢູ່ໃນໂລກ ຫາໄດ້ໃນໂລກ 4 ຈຳພວກຄືຫຍັງແດ່ ຄື:
(1) ບຸກຄົນບາງຄົນໃນໂລກນີ້ ເພາະສະງັດຈາກກາມ ແລະອະກຸສົນລະທຳທັງຫຼາຍ ບັນລຸປະຖົມມະຊານ ມີວິຕົກ ມີວິຈານ ມີປິຕິແລະສຸກ ອັນເກີດຈາກວິເວກແລ້ວແລຢູ່ ເຂົາຍ່ອມມັກໃຈທຳນັ້ນ ປາດຖະໜາທຳນັ້ນ ແລະເຖິງຄວາມຍິນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າພຣົມມະກາຍິກາ
ພິກຂຸທັງຫລາຍ ! ກັບ 1 ເປັນປະມານອາຍຸຂອງເທວະດາພົມມະກາຍິກາ ປຸທຸຊົນດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າຕະຫຼອດອາຍຸຍັງປະມານອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມເຂົ້າເຖິງນະຮົກແດ່ກຳເນີດເດັຍລະສານແດ່ ໄປຣດວິໄຊແດ່ ສວນສາວົກຂອງພະຜູ້ມີພະພາກ ດຳລົງຢູ່ໃນຊັ້ນພຣົມມະກາຍິການັ້ນ ຕາບເທົ່າສິນຂະຍຸ ຍັງປະມານ ອາຍຸຂອງເທວະດາເລົ່ານັ້ນໃຫ້ສິນໄປແລ້ວຍ່ອມຣິນິພານໃນພົບນັ້ນເອງ.
ພິກຂຸທັງຫຼາຍ ! ນີ້ເປັນຄວາມຜິດແຜກແຕກຕ່າງກັນເປັນຄວາມມຸ້ງໝາຍທີ່ແຕກຕ່າງກັນເປັນເຄື່້ອງກະທຳໃຫ້ແຕກຕ່າງກັນລະວ່າງອະຣິຍະສາວົກຜູ້ໄດ້ສະດັບກັບປຸຖຸຊົນຜູ່ບໍ່ໄດ້ສະດັບໃນເມື່ອຄະຕິອຸບັດຍັງມີຢູ່ .
(2) ອີກປະການຫນຶ່ງ ບຸກຄົນບາງຄົນໃນໂລກນີ້ເພາະສະງົບວິຕົກ ແລະວິຈານໄດ້ຈຶ່ງບັນລຸທຸຕິຍະຊານອັນເປັນເຄື່້ອງຜ່ອງໃສແຫ່ງຈິດໃນພາຍໃນໃຫ້ສະມາທິເປັນທຳອັນເອກພຸດຂຶ້ນ ບໍ່ມີວິຕົກບໍ່ມີວິຈານມີແຕ່ປິຕິແລະສຸກອັນເກີດຈາກສຳມາທິແລ້ວແລຢູ່ ເຂົ່າຍ່ອມມັກໃຈທັມນັ້ນ ປາຖະໜາທຳນັ້ນ ແລະເຖິງຄວາມຍິນດີດ້ວຍທຳນັ້ນ ເຂົາດຳລົງຢູ່ໃນທຳນັ້ນ ນ້ອມໃຈໄປໃນທຳນັ້ນ ຢູ່ຫຼາຍດ້ວຍທຳນັ້ນ ບໍ່ເສື່ອມຈາກທຳນັ້ນ ເມື່ອທຳກາລະ ຍ່ອມເຂົ້າເຖິງຄວາມເປັນສະຫາຍຂອງເທວະດາເຫຼົ່າ ອາພັດສະຣະ








