ອານິສົງ
ໜ້າ/ 43
ອັນຈະມີເປັນຄັ້ງສຸດທ້າຍເມື່ອຈະດັບຈິດນັ້ນຈະເປັນສິ່ງທີ່ ເຂົາຮູ້ແຈ້ງແລ້ວດັບໄປຫາແມ່ນເປັນສິ່ງທີ່ເຂົາບໍ່ຮູ້ແຈ້ງບໍ່ ດັ່ງນີ້.
ທັມເປັນອຸປະກາລະສະເພາະແກ່ອານາປານສະຕິພາວະນາ
- ບາລີ ປຍຈກ. ອໍ. 22/135-136/96-98.
ພິກຂຸທັງຫຼາຍ ! ພິກຂຸຜູ້ມຸ່ງປະພຶດ ກະທຳອານາປານສະຕິຊຶ່ງປະ ກອບດ້ວຍທັມ 5 ປະການ ຍ່ອມແທງຕະຫຼອດອະກຸປະທັມ (ຜູ້ມີທັມບໍ່ກຳເລີບ) ໄດ້ຕໍ່ການບໍ່ນານທ່ຽວ, 5 ປະການຢ່າງໃດ ?
ພິກຂຸທັງຫຼາຍ ! 5 ປະການຄື ໃນກໍລະນີນີ້ ພິກຂຸ
ເປັນຜູ້ມີຄວາມຕ້ອງການນ້ອຍ ມີກິດນ້ອຍ ລ້ຽງງ່າຍສັນໂດດໃນບໍຣິກຂານແຫ່ງຊີວິດ
ເປັນຜູ້ມີອາຫານນ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ້ມີທ້ອງອັນພຣ່ອງ
ເປັນຜູ້ບໍ່ມີຄວາມມືນຊາ ປະກອບຕົນຢູ່ໃນຄວາມຕື່ນ
ເປັນຜູ້ມີສຸຕະຫຼາຍຊົງສຸຕະ ສັ່ງສົມສຸຕະ ຄືທັມເຫຼົ່າໃດອັນງົດງາມໃນເບື້ອງຕົ້ນ ງົດງາມໃນທ່າມກາງ ງົດງາມໃນທີ່ສຸດ ສະແດງຢູ່ເຊິ່ງພຮົມມະຈັນ ອັນບໍລິສຸດບໍລິບູນສິ້ນເຊິ່ງ ພ້ອມທັງອັດຖະ ແລະພະຍັນຊະນະ ທັມມີລັກຊະນະເຫັນປານນັ້ນ ເປັນທັມທີ່ທ່ານສະດັບແລ້ວຫຼາຍ ຊົງຈຳໄວ້ຄ່ອງປາກຂຶ້ນໃຈ ແທງຕະຫຼອດດ້ວຍທິດຖິ
ພິຈາລະນາເຫັນສະເພາະຢູ່ເຊິ່ງຈິດອັນຫຼຸດພົ້ນແລ້ວ (ຕາມລຳດັບ) ຢ່າງໃດ.
ພິກຂຸທັງຫຼາຍ ! ພິກຂຸເປັນຜູ້ມຸ່ງປະພຶດກະທຳ ອານາປານສະຕິເຊິ່ງປະກອບດ້ວຍທັມ 5 ປະການເຫຼົ່ານີ້ແລຍ່ອມແທງຕະຫຼອດອຸປະທັມໄດ້ຕໍ່ການບໍ່ນານທ່ຽວ.
ໄນຍະທີ່ສອງ
ພິກຂຸທັງຫຼາຍ ! ພິກຂຸຜູ້ຈະເລີນອານາປານສະຕິ ເຊິ່ງປະກອບດ້ວຍທັມ 5 ປະການ ຍ່ອມແທ່ງຕະຫຼອດອຸປະທັມ ໄດ້ຕໍ່ການບໍ່ດົນນານ, 5 ປະການຢ່າງໃດ ?
ພິກຂຸທັງຫຼາຍ 5 ປະການຄື ໃນກໍລະນີນີ້ ພິກຂຸ
ພິກຂຸເປັນຜູ້ມີຄວາມຕ້ອງການນ້ອຍ ມີກິດນ້ອຍ ລ້ຽງງ່າຍ ສັນໂດດໃນການບໍຣິຂານແຫ່ງຊີວິດ
ເປັນຜູ້ມີອາຫານນ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ້ມີທ້ອງອັນພຣ່ອງ
ເປັນຜູ້ບໍ່ມີຄວາມມືນຊາ ປະກອບຕົນຢູ່ໃນຄວາມຕືນ
ເປັນຜູ້ໄດ້ຕາມປາດຖະນາ ໄດ້ໂດຍບໍ່ຍາກ ໄດ້ບໍ່ລຳບາກ ເຊິ່ງກາຖາອັນເປັນໄປເພື່ອຄວາມຂູດເກົາກິເລດ ເປັນທີ່ສະບາຍແກ່ທັມເຄື່ອງເປີດໂລ່ງແຫ່ງຈິດ ຄື
ອັບປິດສະກາຖາ (ເລື່ອງປາດຖະນານ້ອຍ)
ສັນຕຸຖິກະຖາ (ເລື່ອງສັນໂດດ)
ປະວິເວກກະຖາ (ເລື່ອງຄວາມສະງັດ)
ອະສັງສັດຄະກະຖາ (ເລື່ອງບໍ່ຄຸກຄີ່)
ວິຣິຍະຣັມພະກະຖາ (ເລື່ອງມີຄວາມພຽນ)
ສີລະກະຖາ (ເລື່ອງສີນ)
ສະມາທິກະຖາ (ເລື່ອງສະມາທິ)
ປັນຍາກະຖາ (ເລື່ອງປັນຍາ)
ວິມຸດຕິກະຖາ (ເລື່ອງວິມຸດ)
ວິມຸດຕິຊານສະນະກະຖາ (ເລື່ອງວິມຸດຕິຍານນະທັດສະນະ)
ພິຈາລະນາສະເພາະຢູ່ເຊິ່ງຈິດອັນຫຼຸດພົ້ນແລ້ວ (ຕາມລຳດັບ) ຢ່າງໃດ ?
ພິກຂຸທັງຫຼາຍ ! ພິກຂຸຜູ້ຈະເລີນອານາປານສະຕິ ເຊິ່ງປະກອບດ້ວຍທັມ 5 ປະການເຫຼົ່ານີ້ແລ ຍ່ອມແທງຕະຫຼອດອະກຸປະທັມ ໄດ້ຕໍ່ການບໍ່ນານທ່ຽວ.
ໄນຍະທີ່ສາມ
ພິກຂຸທັງຫຼາຍ ! ພິກຂຸຜູ້ປະກອບທັມໃຫ້ຫຼາຍເຊິ່ງ ອານາປານສະຕິເຊິ່ງປະກອບດ້ວຍທັມ 5 ປະການຍ່ອມແທ່ງຕະຫຼອດອະກຸປະທັມໄດ້ຕໍ່ການບໍ່ນານທ່ຽວ, 5 ປະການຢ່າງໃດ ?
ພິກຂຸທັງຫຼາຍ ! 5 ປະການຄືໃນກໍລະນີນີ້ ພິກຂຸ
ເປັນຜູ້ມີຄວາມຕ້ອງການນ້ອຍ ມີກິດນ້ອຍ ລ້ຽງງ່າຍ ສັນໂດດໃນການບໍລິຂານແຫ່ງຊີວິດ
ເປັນຜູ້ມີອາຫານນ້ອຍ ປະກອບຕົນຢູ່ໃນຄວາມເປັນຜູ້ມີທ້ອງອັນພຣ່ອງ
ເປັນຜູ້ມີຄວາມມືນຊາ ປະກອບຕົນຢູ່ໃນຄວາມຕື່ນ
ເປັນຜູ້ຢູ່ປ່າ ມີເສນາສະນະອັນສະງັດ
ພິຈາລະນາເຫັນສະເພາະຢູ່ເຊິ່ງຈິດອັນຫຼຸດພົ້ນແລ້ວ (ຕາມລຳດັບ) ຢ່າງໃດ ?
ພິກຂຸທັງຫຼາຍ ! ພິກຂຸຜູ້ກະທຳໃຫ້ຫຼາຍເຊິ່ງ ອານາປານສະຕິເຊິ່ງປະກອບດ້ວຍທັມ 5 ປະການເຫຼົ່ານີ້ແລຍ່ອມແທ່ງຕະຫຼອດອະກຸປະທັມ ໄດ້ຕໍ່ການບໍ່ນານທ່ຽວ.
ອານິສົງແຫ່ງກາຍຄະຕາສະຕິ
- ບາລີ ເອກ. ອໍ. 20/55-60/225-246.
ພິກຂຸທັງຫຼາຍ ! ກາຍຄະຕາສະຕິອັນພິກຂຸຮູບໃດຮູບໜຶ່ງຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ກຸສົນທັມຢ່າງໃດຢ່າງໜຶ່ງ ເຊິ່ງເປັນໄປໃນສວນວິຊາ ຍ່ອມຫຍັ່ງລົງໃນກາຍໃນຂອງພິກຂຸນັ້ນປຽບເໝືອນມາຫາສະມຸດທອນອັນຜູ້ໃດຜູ້ໜຶ່ງຖູກຕ້ອງດ້ວຍໃຈແລ້ວແມ່ນ້ຳນ້ອຍສາວໃດສາຍໜຶ່ງເຊິ່ງໄຫຼໄປສູ່ສະມຸດ ຍ່ອມຫຍັ່ງລົງໃນພາຍໃນຂອງຜູ້ນັ້ນສະນັ້ນ








