ອານິສົງ
ໜ້າ/ 43
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງອັນບຸກຄົນຈະເລີນແລີນກະທຳໃຫ້ຫຼາຍແລ້ວເປັນໄປເພື່ອຄວາມສັງເວນຫຼາຍ ເປັນໄປເພື່ອປະໂຫຍດຫຼາຍ ເປັນໄປເພື່ອຄວາມກະເສມໂຍຄະຫຼາຍ ເປັນໄປເພື່ອສະຕິແລະສັບປະສັນຍະ ເປັນໄປໄດ້ຊານທັດສະນະ ເປັນໄປເພື່ອຢູ່ເປັນສຸກໃນປັດຈຸບັນ ເປັນໄປເພື່ອກະທຳໃຫ້ແຈ້ງເຊິ່ງຜົນ ຄືວິຊາແລະວິມຸດຕິ.
ທັມຂໍ້ໜຶ່ງ ຄືຫຍັງ ຄື ກາຍຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີແລ ອັນບຸກຄົນອົບຮົມແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມ ສັງເວນຫຼາຍ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຍຄະຫຼາຍ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຍຄະຫຼາຍ ຍ່ອມເປັນໄປເພື່ອສະຕິແລະສັບປະສັນຍະ ຍ່ອມເປັນໄປເພື່ອໄດ້ຊານທັດສະນະ ຍ່ອມເປັນໄປເພື່ອຢູ່ເປັນສຸກໃນປັດຈຸບັນ ຍ່ອມເປັນໄປເພື່ອທຳໃຫ້ແຈ້ງເຊິ່ງຜົນ ຄື ວິຊາແລະວິມຸດຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວກະທຳໃຫ້ຫຼາຍແລ້ວ ແມ້ກາຍກໍສະງົບ ແມ້ຈິດກໍສະງົບ ແມ້ວິຕົກວິຈານກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງວິຊາແມ້ທັງສິ້ນກໍເຖິງຄວາມຈະ ເລີນຈົບບໍລິບູນ.
ທັມຂໍ້ໜຶ່ງຄືຫຍັງ ? ຄື ກາຍຄະຕາສະຕິ.ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ແມ້ກາຍກໍສະງົບ ແມ້ຈິດກໍສະງົບ ແມ້ວິຕົກວິຈານກໍສະງົບ ທັມທີ່ເປັນໄປໃນສ່ວນແຫ່ງວິຊາແມ້ທັງສິ້ນກໍເຖິງຄວາມຈະເລີນບໍລິບູນ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ອະກຸສົນທັມທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນ ໄດ້ເລີຍ ແລະ ອະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມລະໄດ້ເສຍໄດ້.
ທັມຂໍ້ໜຶ່ງ ຄືຫຍັງ ຄື ກາຍຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ອະກຸສົນທັມທີ່ຍັງບໍ່ເກີດ ຍ່ອມບໍ່ເກີດຂຶ້ນໄດ້ເລີຍ ແລະ ອະກຸສົນທັມທີ່ເກີດຂຶ້ນແລ້ວຍ່ອມລະເສຍໄດ້
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ກຸສົນທັມທີ່ຍັງບໍ່ເກີດ ຍ່ອມເກີດຂຶ້ນ ແລະກຸສົນທັມທີ່ເກີດຂຶ້ນແລ້ວ ຍ່ອມເປັນໄປເພື່ອຄວາມໄພບູນຈະເລີນຍິ່ງ.
ທັມຂໍ້ໜຶ່ງຄືຫຍັງ ຄື ກາຍຄະຕາສະຕິ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງນີ້ແລ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມຈະເລີນໄພບູນຍິ່ງ.
ພິກຂຸທັງຫຼາຍ ! ທັມຂໍ້ໜຶ່ງອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມລະອະວິຊາເສຍໄດ້ ວິຊາຍ່ອມເກີດຂຶ້ນ ຍ່ອມລະອັດສະມິມານະເສຍໄດ້ ອະນຸໄສຍ່ອມເຖິງຄວາມເພິກຖອນ ຍ່ອມລະສັງໂຍນເສຍໄດ້.
ທັມຂໍ້ໜຶ່ງຄືຫຍັງ ຄື ກາຍຄະຕາສະຕິ.
ອານິສົງແຫ່ງການຟັງທຳເນື່ອງໆ
ຈຕຸກກ. ອໍ. 21/178/191.
ພິກຂຸທັງຫຼາຍ ! ອານິສົງ 4 ປະການແຫ່ງການຟັງທຳທັງຫຼາຍທີ່ບຸກຄົນຄວນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ອັນບຸກຄົນເພິ່ງຫວັງໄດ້ອານິສົງ 4 ປະການຢ່າງໃດ?
ພິກຂຸທັງຫຼາຍ! ພິກຂຸໃນທຳວິໄນນີ້ ຍ່ອມຮໍ່າຮຽນທຳ ຄື ສຸຕະ ເວຍາກໍຣະນະ ຄາຖາ ອຸທານ ອິຕິວຸຕະກະ ຊາຕົກ ອັບພູຕະທຳ ເວທັນລະ ທຳເຫຼົ່ານັ້ນອັນພິກຂຸນັ້ນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍດີດ້ວຍຄວາມເຫັນ ທານມີສະຕິຫຼົງລືມເມື່ອທຳກາລະ ຍ່ອງເຂົ້າເຖິງເທບນິກາຍໝູ່ໃດໝູ່ໜຶ່ງ ບົດທຳທັງຫຼາຍ ຍ່ອມປະກົດແກ່ທ່ານຜູ້ມີສຸກໃນພົບນັ້ນ ສະຕິບັງເກີດຂື້ນຊ້າແຕ່ສັດນັ້ຍເປັນຜູ້ບັນລຸຄຸນວິເສດຢ່າງໄວ.
ພິກຂຸທັງຫຼາຍ ! ນີ້ເປັນອານິສົງປະການທີ່ 1 ແຫ່ງທຳທັງຫຼາຍທີ່ບຸກຄົນຟັງເນື່ອງໆ ຄ່ອງປາກ ຂື້ນໃຈ ແທງຕະຫຼອດດ້ວຍຄວາມເຫັນ ອັນບຸກຄົນເພີ່ງຫວັງໄດ້.








