ອານິສົງ

ໜ້າ/ 43

ໄດ້ບັນລຸມັກຜົນໃນປະຈຸບັນ

ພິກຂຸທັງຫຼາຍ ! ເມື່ອອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ເພິ່ງຫວັງໄດ້ 2 ຢ່າງ ຢ່າງໃດຢ່າງໜຶ່ງຄື; ອໍລະ ຫັນຕະຜົນໃນປັດຈຸບັນ ຫຼື ເມື່ອຍັງມີຄວາມຍືດຖືເຫຼືອຢູ່ ຍ່ອມເປັນ ພຣະອານາຄາມີ.

ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ເພິ່ງຫວັງຜົນໄດ້ 2 ຢ່າງ ຢ່າງໃດຢ່າງໜຶ່ງຄື; ອໍລະຫັນໃນປັດຈຸບັນ ຫຼື ຍັງມີຄວາມຍືດຖືເຫຼືອຢູ່ ຍ່ອມເປັນພຣະອານາຄາມີ ?

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຈະເລີນສະຕິສົມໂພດຊົງ ອັນປະກອບອານາປານສະຕິ ອັນເປັນສົມໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປໃນການສະລະ.

ພິກຂຸທັງຫຼາຍ ! ເມື່ອອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງນີ້ ກະທຳໃຫ້ຫຼາຍແລ້ວຢ່າງນີ້ ເພິ່ງ ຫວັງຜົນໄດ້ 2 ຢ່າງໃດຢ່າງໜຶ່ງ ຄື; ອໍລະຫັນໃນປັດຈຸບັນ ຫຼື ເມື່ອຍັງມີຄວາມຍືດຖືຢູ່ ຍ່ອມເປັນພຣະອານາຄາມີ.

ເພື່ອປະໂຫຍດຫຼາຍ

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ.

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຈະເລີນສະຕິສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນສົມໂພດທີ່ອາໄສວິ ເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປໃນການສະລະ.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງນີ້ ກະທຳໃຫ້ຫຼາຍແລ້ວຢ່າງນີ້ແລ ຍ່ອມເປັນໄປເພື່ອປະໂຫຍດຫຼາຍ.

ເພື່ອຄວາມກະເສມຈາກໂຍຄະຫຼາຍ

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຍຄະຫຼາຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງ ກະທຳໃຫ້ຢ່າງໃຫ້ຫຼາຍແລ້ວຢ່າງໃດ ຍ່ອມເປັນໄປເພື່ອຄວາມກະເສມຈາກໂຍຄະຫຼາຍ ?

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຈະເລີນສະຕິສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນສົມໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປໃນການສະລະ.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນ ແລ້ວຢ່າງນີ້ ກະທຳໃຫ້ຫຼາຍແລ້ວຢ່າງນີແລ ຍ່ອມເປັນໄປຈາກກະເສມຈາກໂຍ ຄະຫຼາຍ.

ເພື່ອຄວາມສັງເວນຫຼາຍ

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມສັງເວນຫຼາຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ຍ່ອມເປັນໄປເພື່ອຄວາມສັງເວນ ?

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ຍ່ອມຈະເລີນສະຕິສົມໂພດຊົງ ອັນປະກອບອານາປານສະຕິ ອັນເປັນສົມໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປໃນການສະລະ.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງນີ້ ກະທຳໃຫ້ຫຼາຍຢ່າງນີແລ ຍ່ອມເປັນໄປເພື່ອຄວາມສັງເວນຫຼາຍ.

ພິກຂຸທັງຫຼາຍ ! ແມ່ນ້ຳຄົງຄາໄຫຼໄປສູ່ທິດປຣາຈີນ ຫຼັ່ງໄປສູ່ທິດປຣາຈີນ ບ່າໄປສູ່ທິດປຣາຈີນ ສັນໃດ ພິກຂຸຜູ້ຈະເລີນໂພດຊົງ 7 ກໍຍ່ອມເປັນຜູ້ນ້ອມໄປສູ່ນິບພານ ໂນ້ນໄປສູ່ນິບພານ ໂອນໄປສູ່ນິບພານ ສັນນັ້ນເໝືອນກັນ ກໍພິກຂຸຜູ້ຈະເລີນໂພດຊົງ 7 ກະທຳໃຫ້ຫຼາຍເຊິ່ງໂພດຊົງ 7 ຢ່າງໃດ ຍ່ອມເປັນຜູ້ນ້ອມໄປສູ່ນິບພານ ໂນ້ນໄປສູ່ນິບພານ ໂອນໄປສູ່ນິບພານ.

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຈະເລີນສະຕິສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ ຍ່ອມຈະເລີນ ທຳມະວິຈະຍະສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ວິລິຍະສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ປິຕິສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ປັດສັດທິສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ຍ່ອມຈະເລີນ ສະມາທິສົມໂພດຊົງ ອັນອາໄສວິເວກ ອັນອາໄສວິລາຄະ ອັນອາໄສນິໂລດ ນ້ອມໄປໃນການສະລະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ