ອານິສົງ

ໜ້າ/ 43

ພິກຂຸນັ້ນຖ້າສະເວິຍ ເວທະນາອັນເປັນສຸກ ກໍເປັນຜູ້ບໍ່ຕິດໃຈພົວພັນສະເວີຍເວທະນານັ້ນ ຖ້າສະເວີຍເວທະນາ ອັນເປັນທຸກ ກໍເປັນຜູ້ບໍ່ຕິດໃຈພົວພັນ ສະເວີຍເວທະນານັ້ນ ຖ້າສະເວີຍເວທະນາ ອັນເປັນອະທຸກຂະມະສຸກ ກໍໍເປັນຜູ້ບໍ່ຕິດໃຈພົວພັນສະເວີຍເວທະນານັ້ນ.

ພິກຂຸທັງຫຼາຍ ! ເມື່ອສະເວີຍ ເວທະນາອັນມີກາຍເປັນທີ່ສຸດຮອບຍ່ອມຮູ້ຊັດວ່າເຮົາສະເວີຍເວທະນາອັນມີກາຍເປັນທີ່ສຸດຮອບ ເມື່ອສະເວີຍ ເວທະນາອັນມີຊີວິດເປັນທີ່ສຸດຮອບ ຍ່ອມຮູ້ຊັດວ່າ ເຮົາສະເວີຍເວທະນາອັນມີຊີວິດເປັນທີ່ສຸດຮອບ. ທ່ານຍ່ອມຮູ້ຊັດວ່າ ເວທະນາທັງປວງອັນເຮົາບໍ່ເພີດເພີນແລ້ວ ຈັກເປັນຂອງດັບເຍັນໃນອັດຕາພາບນີ້ນັ່ນທ່ຽວ ຈົນກະທັງເຖິງທີ່ສຸດຮອບແຫ່ງ

ຊີວິດ ເພາະການແຕກທຳລາຍແຫ່ງກາຍ ດັ່ງນີ້.

ພິກຂຸທັງຫຼາຍ ! ປຽບເໝືອນປະທີບນຳມັ້ນ ໄດ້ອາໄສນຳ້ມັນ ແລະ ໄສ້ແລ້ວກໍລຸກໂພງຢູ່ໄດ້ ເມື່ອຂາດປັດໃຈເຄື່ອງຫຼໍ່ລ້ຽງ ເພາະຂາດນຳ້ມັນ ແລະ ໄສ້ນັ້ນແລ້ວ ຍ່ອມດັບລົງ ນີເຊັ່ນໃດ

ພິກຂຸທັງຫຼາຍ ! ຂໍ້ນີ້ກໍສັນນັ້ນ ຄືພິກຂຸເມື່ອສະເວີຍ ເວທະນາອັນມີກາຍເປັນທີ່ສຸດຮອບ ກໍຮູ້ຊັດວ່າເຮົາສະເວີຍເວທະນາອັນມີກາຍເປັນທີ່ສຸດຮອບດັ່ງນີ້ ເມື່ອສະເວີຍເວທະນາອັນມີຊີວິດເປັນທີ່ສຸດຮອບ ກໍຮູ້ຊັດວ່າເຮົາສະເວີຍເວທະນາອັນ ມີຊີວິດທີ່ສຸດຮອບ ດັ່ງນີ້.

ພິກຂຸນັ້ນ ຍ່ອມຮູ້ຊັດວ່າ ເວທະນາທັງປວງ ອັນເຮົາບໍ່ເພີດເພີນແລ້ວ ຈັກເປັນຂອງດັບເຍັນໃນອັດຕາພາບນີ້ນັ້ນແລ ຈົນກະທັ່ງເຖິງທີ່ສຸດຮອບແຫ່ງຊີວິດ ເພາະການແຕກທຳລາຍແຫ່ງກາຍ ດັ່ງນີ້.

ແບບການຈະເລີນອານາປານສະຕິທີ່ມີຜົນຫຼາຍ

(ແບບທີ່ສອງ)

ບາລີ ມາຫາວານ. ສໍ. 19/395/1308.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນກະທຳໃຫ້ຫຼາຍແລ້ວ ຍ່ອມມີຜົນຫຼາຍມີອານິສົງຫຼາຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ? ກະທຳໃຫ້ຫຼາຍແລ້ວຢ່າງໃດ ? ຈຶ່ງມີຜົນຫຼາຍມີອານິສົງຫຼາຍ ?

ພິກຂຸທັງຫຼາຍ ! ໃນກໍລະນີນີ້ ພິກຂຸຍ່ອມຈະເລີນສະຕິໂພດຊົງ ອັນປະກອບດ້ວຍອານາປານສະຕິອັນເປັນໂພດຊົງທີ່ອາໄສວິເວກ ອາໄສວິລາຄະ (ຄວາມຈາງຄາຍ) ອາໄສນິໂລດ (ຄວາມດັບ) ນ້ອມໄປເພື່ອໂວດສັກຄະ (ຄວາມສະລະລົງ) ຍ່ອມຈະເລີນທຳມະວິຈະຍາໂພດຊົງອັນປະກອບດ້ວຍ ອານາປານສະຕິ ອັນເປັນໂພດຊົງທີ່ອາ ໄສຈາກວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປເພື່ອໂວດສັກຄະຍ່ອມຈະເລີນ ວິລິຍະສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິ ໂລດ ນ້ອມໄປເພື່ອໂວດສັກຄະ ຍ່ອມຈະເລີນ ປິຕິສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນໂພດທີ່ອາໄສຈາກວິເວກ ອາໄສວິລາຄະ ອາໄສນິ ໂລດ ນ້ອມໄປເພື່ອໂວດສັກຄະ ຍ່ອມຈະ ເລີນ ປັດສັດທິສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນໂພດຊົງທີ່ອາໄສຈາກວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປເພື່ອໂວດສັກຄະຍ່ອມຈະເລີນ ສະມາທິສົມໂພດຊົງອັນປະ ກອບດ້ວຍອານາປານສະຕິ ອັນເປັນສົມໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປເພື່ອໂວດສັກຄະ ຍ່ອມຈະ ເລີນ ອຸເບກຂາ ສົມໂພດຊົງ ອັນປະກອບດ້ວຍອານາປານສະຕິ ອັນເປັນສົມໂພດຊົງທີ່ອາໄສວິເວກ ອາໄສວິລາຄະ ອາໄສນິໂລດ ນ້ອມໄປເພື່ອໂວດສັກຄະ

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມມີຜົນຫຼາຍມີອານິສົງຫຼາຍ.

ຈະເລີນອານາປານສະຕິ ມີອານິສົງເປັນເອກປະການ

(ອີກສູດໜຶ່ງ)

ບາລີ ມາຫາວານ. ສໍ 19/171/655.

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມມິຜົນຫຼາຍ ມີອານິສົງຫຼາຍ ກໍອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງໃດ ກະທຳໃຫ້ຫຼາຍແລ້ວຢ່າງໃດ ຍ່ອມມີຜົນຫຼາຍມີອານິສົງຫູາຍ ?

ພິກຂຸທັງຫຼາຍ ! ພິກຂຸໃນທຳວິໄນນີ້ ຍ່ອມຈະເລີນສະຕິສົມໂພດຊົງ ອັນປະກອບດ້ວຍເມດອານາປານສະຕິ ອາໄສວິເວກ ອາໄສວິລາຄະ (ຄວາມຈາງຄາຍ) ອາໄສນິໂລດ (ຄວາມດັບ) ນ້ອມໄປເພື່ອໂວດສັກຄະ (ຄວາມສະສະລົງ)

ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວຢ່າງນີ້ ກະທຳໃຫ້ຫຼາຍແລ້ວຢ່າງນີ້ແລ ຍ່ອມມີຜົນຫຼາຍມີອານິສົງຫຼາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ