ອານິສົງ
ໜ້າ/ 43
ທ່ານຍ່ອມທຳການຝຶກຫັດ ສຶກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງກາຍທັງປວງ ຫາຍໃຈອອກທ່ານຍ່ອມທຳການຝືກຫັດສືກສາວ່າ ເຮົາເປັນຜູ້ທຳກາຍຍະສັງຂານໃຫ້ລະງັບ ຫາຍໃຈເຂົ້າ ເຮົາເປັນຜູ້ທຳກາຍຍະສັງຂານໃຫ້ລະງັບ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈເຂົ້າວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງປີຕິ ຫາຍໃຈອອກ ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມເຊິ່ງສຸກ ຫາຍໃຈເຂົ້າວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງສຸກ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດຕະສັງຂານ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັກສືກສາວ່າ ເຮົາເປັນຜູ້ທຳໃຫ້ຈິດຕະສັງຂານໃຫ້ລະງັບ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ທຳຈິດຕະສັງຂານໃຫ້ລະງັບ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ຮູ້ພ້ອມສະເພາະເຊິ່ງຈິດ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ປາໂມດຍິ່ງ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ທຳຈິດໃຫ້ປາໂມດຍິ່ງ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ທຳຈິດໃຫ້ຕັ້ງໝັ້ນ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈເຂົ້າ ວ່າ ເຮົາເປັນຜູ້ທຳຈິດໃຫ້ປ່ອຍຢູ່ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມບໍ່ທ່ຽງຢູ່ເປັນປະຈຳ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມຈາງຄາຍຢູ່ເປັນປະຈຳ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມດັບບໍ່ເຫຼືອຢູ່ເປັນປະຈຳ ຫາຍໃຈອອກ
ທ່ານຍ່ອມທຳການຝຶກຫັດສືກສາວ່າ ເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈເຂົ້າ ວ່າເຮົາເປັນຜູ້ເຫັນເຊິ່ງຄວາມສະລັດຄືນຢູ່ເປັນປະຈຳ ຫາຍໃຈອອກ
ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຍ່ອມມີຜົນໃຫ່ຍ ມີອານິສົງໃຫ່ຍ.
ພິກຂຸທັງຫຼາຍ ! ເມື່ອອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢູ່ຢ່າງນີ້ ຜົນອານິສົງ 7 ປະການ ຍ່ອມເປັນສິ່ງທີ່ຫວັງໄດ້.
ຜົນອານິສົງ 7 ປະການເປັນຢ່າງໃດ ? ຜົນອານິສົງ 7 ປະການຄື
ການບັນລຸອໍລະຫັນຕະຜົນທັນທີໃນປັດຈຸບັນນີ້
ຖ້າບໍ່ເຊັ່ນນັ້ນ ຍ່ອມບັນລຸອໍລະຫັນຕະຜົນໃນການແຫ່ງມໍລະນະ
ຖ້າບໍ່ເຊັ່ນນັ້ນ ເພາະສິ້ນໂອລຳພາຄິຍະສັງໂຍດ 5 ຍ່ອມເປັນອັດຕຣາປະຣິນິພາຍີ
ຖ້າບໍ່ເຊັ່ນນັ້ນ ເພາະສິ້ນໂອລຳພາຄິຍະສັງໂຍດ 5 ຍ່ອມເປັນອຸປະຫັດຈະປະຣິນິພາຍີ
ຖ້າບໍ່ເຊັ່ນນັ້ນ ເພາະສິ້ນໂອລຳພາຄິຍະສັງໂຍດ 5 ຍ່ອມເປັນອະສັງຂາຣາປະຣິນິພາຍີ
ຖ້າບໍ່ເຊັ່ນນັ້ນ ເພາະສິ້ນໂອລຳພາຄິຍະສັງໂຍດ 5 ຍ່ອມເປັນສາສັງຂາຣາປະຣິນິພາຍີ
ຖ້າບໍ່ເຊັ່ນນັ້ນເພາະສິ້ນໂອລຳພາຄິຍະສັງໂຍດ 5 ຍ່ອມເປັນອຸທັງໂສໂຕອະກະນິຄາມີ
ພິກຂຸທັງຫຼາຍ ! ອານາປານສະຕິ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຢ່າງນີ້ແລ ຜົນອານິສົງ 7 ປະການເຫຼົ່ານີ້ຍ່ອມຫວັງໄດ້ ດັ່ງນີ້.
ອານາປານສະຕິເປັນເຫດໃຫ້ເຖິງເຊິ່ງນິບພານ
ບາລີ ເອກ ອໍ 80/36-40/186-180.
ພິກຂຸທັງຫຼາຍ ! ທັມຢ່າງໜຶ່ງ ອັນບຸກຄົນຈະເລີນແລ້ວ ກະທຳໃຫ້ຫຼາຍແລ້ວ ຍ່ອມເປັນໄປເພື່ອຄວາມໜ່າຍໂດຍສ່ວນດຽວ ເພື່ອຄາຍກຳໜັດ ເພື່ອຄວາມດັບ ເພື່ອຄວາມສະຫງົບ ເພື່ອຄວາມຮູ້ຍິ່ງ ເພື່ອຄວາມຕຣັດສະຮູ້ ເພື່ອນິບພານ.
ທັມຢ່າງໜຶ່ງຄືຢ່າງໃດ ? ຄື...ອານາປານສະຕິ....








