ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອັກຄິເວດສະນະ ! ສະໄໝໃດສະເຫວີຍອະທຸກຂະມະສຸຂະເວທະນາຢູ່ ສະໄໝນັ້ນ ບໍ່ໄດ້ສະເຫວີຍສຸຂະເວທະນາ ແລະບໍ່ໄດ້ສະເຫວີຍທຸກຂະເວທະນາ ສະໄໝນັ້ນ ສະເຫວີຍແຕ່ອະທຸກຂະມະສຸຂະເວທະນາເຍື່ອງດຽວ.

ອັກຄິເວດສະນະ ! ສຸຂະເວທະນາ ເປັນຂອງບໍ່ທ່ຽງ ອັນປັຈຈັຍປຸງແຕ່ງແລ້ວ ອາໄສເຫຕເກີດຂຶ້ນແລ້ວ ມີຄວາມດັບສິ້ນໄປເປັນທັມມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທັມມະດາ ມີຄວາມດັບເປັນທັມມະດາ. ອັກຄິເວດສະນະ ! ເຖິງແມ່ນ ທຸກຂະເວທະນາ ກໍເປັນຂອງບໍ່ທ່ຽງ ອັນປັຈຈັຍປຸງແຕ່ງແລ້ວ ອາໄສເຫຕເກີດຂຶ້ນແລ້ວ ມີຄວາມດັບສິ້ນໄປເປັນທັມມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທັມມະດາ ມີຄວາມດັບເປັນທັມມະດາ. ອັກຄິເວສສະນະ ! ເຖິງແມ່ນອະທຸກຂະມະສຸຂະເວທະນາໜໍ ກໍເປັນຂອງບໍ່ທ່ຽງ ອັນປັຈຈັຍປຸງແຕ່ງແລ້ວ ອາໄສເຫຕເກີດຂຶ້ນແລ້ວ ມີຄວາມດັບສິ້ນໄປເປັນທັມມະດາ ມີຄວາມເສື່ອມໄປເປັນທັມມະດາ ມີຄວາມຈາງຄາຍໄປເປັນທັມມະດາ ມີຄວາມດັບເປັນທັມມະດາແລ.

- ມ. ມ. ໑໓/໒໖໗/໒໗໓.

ເວທະນາມີທັມມະດາແປປ່ຽນ

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງຕາ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້ ;

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງຫູ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້ ;

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໘໑

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງດັງ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງລີ້ນ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງກາຍ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້;

ພິກຂຸ ທ. ! ເວທະນາອັນເກີດແຕ່ສັມຜັສທາງໃຈ ເປັນຂອງບໍ່ທ່ຽງ ມີຄວາມແປປ່ຽນ ມີຄວາມເປັນໂດຍເຍື່ອງອື່ນໄດ້ແລ.

- ຂັນທ. ສັງ. ໑໗/໒໘໐/໔໗໓.

ເວທະນາເປັນທຸກຂ໌ ເປັນລູກສອນ ເປັນຂອງບໍ່ທ່ຽງ

ພິກຂຸ ທ. ! ເວທະນາ ມີສາມຢ່າງເຫຼົ່ານີ້. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ.

ພິກຂຸ ທ. ! ສຸຂະເວທະນາ ຕ້ອງເຫັນໂດຍຄວາມເປັນທຸກຂ໌, ທຸກຂະເວທະນາຕ້ອງເຫັນໂດຍຄວາມເປັນລູກສອນ, ອະທຸກຂະມະສຸຂະເວທະນາ ຕ້ອງເຫັນໂດຍຄວາມເປັນຂອງບໍ່ທ່ຽງ.

ພິກຂຸ ທ. ! ແຕ່ກາລໃດແລ ສຸຂເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນທຸກຂ໌, ທຸກຂະເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນລູກສອນ,

໑໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອະທຸກຂະມະສຸຂເວທະນາ ເປັນສິ່ງທີ່ພິກຂຸເຫັນແລ້ວ ໂດຍຄວາມເປັນຂອງ ບໍ່ທ່ຽງ; ພິກຂຸ ທ. ! ແຕ່ກາລນັ້ນ ພິກຂຸນີ້ ເຮົາເອີ້ນວ່າ “ຜູ້ເຫັນໂດຍຖືກຕ້ອງ (ສັມມັດດະໂສ) ໄດ້ຕັດຕັນຫາເສຍແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ໄດ້ເຮັດທີ່ສຸດແຫ່ງທຸກຂ໌ ເພາະຮູ້ຈັກໜ້າຕາຂອງມານະ ຢ່າງຖືກຕ້ອງແລ້ວ”.

- ສະລາ. ສັງ. ໑໘/໒໕໖/໓໖໗.

ເວທະນາທຸກຊະນິດ ກ້າວໄປສູ່ຄວາມດັບ

ພິກຂຸອົງຄ໌ໜຶ່ງຂາບທູນວ່າ :-

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ເມື່ອຂ້ານ້ອຍ ອອກສູ່ປະວິເວກຢູ່ ໄດ້ເກີດການໃຄ່ຄວນຂຶ້ນໃນໃຈວ່າ ‘ພຣະຜູ້ມີພຣະພາຄໄດ້ຕຣັດເວທະນາໄວ້ ໓ ຢ່າງ ຄືສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະ ສຸຂະເວທະນາ’. ກໍພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດຄໍານີ້ໄວ້ວ່າ ‘ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌’ ດັ່ງນີ້ ຂໍ້ທີ່ພຣະອົງຄ໌ຕຣັດວ່າ ‘ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌’ ດັ່ງນີ້ ຊົງໝາຍເຖິງອັນໃດໜໍ ?”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ