ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ດີແລ້ວ ດີແລ້ວ. ເຮົາກ່າວເວທະນາໄວ້ ໓ ຢ່າງ ເຫຼົ່ານີ້ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາຈິງແທ້; ແລະຍັງໄດ້ກ່າວວ່າ “ເວທະນາໃດໆກໍຕາມ ເວທະນານັ້ນໆ ປະມວນລົງໃນຄວາມທຸກຂ໌”. ຂໍ້ນີ້ເຮົາກ່າວໝາຍເຖິງ ຄວາມເປັນຂອງບໍ່ທ່ຽງ ແຫ່ງສັງຂາຣທັງຫຼາຍນັ້ນເອງ, ແລະເຮົາຍັງກ່າວໝາຍເຖິງ ຄວາມເປັນຂອງດັບສິ້ນໄປເປັນທັມມະດາ ຄວາມເປັນຂອງເສື່ອມໄປເປັນທັມມະດາ ຄວາມເປັນຂອງຈາງຄາຍໄປເປັນທັມມະດາ ຄວາມເປັນຂອງດັບບໍ່ເຫຼືອເປັນທັມມະດາ ຄວາມເປັນຂອງແປປ່ຽນເປັນທັມມະດາ ຂອງສັງຂາຣທັງຫຼາຍນັ້ນແຫຼະ ທີ່ໄດ້ກ່າວວ່າ “ເວທະນາໃດໆ ກໍຕາມ ເວທະນານັ້ນໆປະມວນລົງໃນຄວາມທຸກຂ໌” ດັ່ງນີ້.

- ສະລາ. ສັງ. ໑໘/໒໖໘/໓໙໑.

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໘໓

ເວທະນາເປັນທາງມາແຫ່ງອະນຸສະຢະ

ພິກຂຸ ທ. ! ອາໄສຕາກັບຮູບ ເກີດຈັກຂຸວິນຍານ (ຄວາມຮູ້ແຈ້ງທາງຕາ) ຂຶ້ນ,ອາໄສຫູກັບສຽງ ເກີດໂສຕະວິນຍານ (ຄວາມຮູ້ແຈ້ງທາງຫູ) ຂຶ້ນ, ອາໄສດັງກັບກິ່ນເກີດຄານະວິນຍານ (ຄວາມຮູ້ແຈ້ງທາງດັງ) ຂຶ້ນ, ອາໄສລີ້ນກັບຣົສ ເກີດຊິວຫາວິນຍານ (ຄວາມຮູ້ແຈ້ງທາງລີ້ນ) ຂຶ້ນ, ອາໄສກາຍກັບໂຜຕຖັພພະ ເກີດກາຍະວິນຍານ (ຄວາມຮູ້ແຈ້ງທາງກາຍ) ຂຶ້ນ, ແລະອາໄສໃຈກັບທັມມາຣົມ ເກີດມະໂນວິນຍານ (ຄວາມຮູ້ແຈ້ງທາງໃຈ) ຂຶ້ນ; ຄວາມປະຈວບພໍ້ກັນ ແຫ່ງສິ່ງທັງສາມ (ເຊັ່ນຕາ-ຮູບ-ຈັກຂຸວິນຍານເປັນຕົ້ນ ແຕ່ລະໝວດ) ນັ້ນ ຊື່ວ່າ ຜັສສະ. ເພາະຜັສສະເປັນປັຈຈັຍ ຈຶ່ງເກີດມີເວທະນາ ອັນເປັນສຸຂແດ່ ທຸກຂ໌ແດ່ ບໍ່ທຸກຂ໌ບໍ່ສຸຂແດ່. ບຸຄຄົລນັ້ນ ເມື່ອສຸຂເວທະນາຖືກຕ້ອງແລ້ວ ຍ່ອມເພີດເພີນ ຍ່ອມພໍ່າສັນເສີນ ເມົາໝົກຢູ່, ອະນຸສັຍຄືຣາຄະ ຍ່ອມນອນເນື່ອງຢູ່ໃນສັນດານຂອງບຸຄຄົລນັ້ນ. ເມື່ອທຸກຂະເວທະນາຖືກຕ້ອງແລ້ວ ຍ່ອມເສົ້າໂສກ ຍ່ອມຣະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມຫຼົງໄຫຼຢູ່, ອະນຸສັຍຄືປະຕິຄະ ຍ່ອມນອນເນື່ອງຢູ່ໃນສັນດານຂອງບຸຄຄົລນັ້ນ. ເມື່ອເວທະນາອັນບໍ່ທຸກຂ໌ບໍ່ສຸຂຖືກຕ້ອງແລ້ວ ຍ່ອມບໍ່ຮູ້ຕາມເປັນຈິງ ຊຶ່ງເຫຕໃຫ້ເກີດເວທະນານັ້ນດ້ວຍ ຊຶ່ງຄວາມດັບແຫ່ງເວທະນານັ້ນດ້ວຍ ຊຶ່ງອັສສາທະ (ສະເໜ່) ຂອງເວທະນານັ້ນດ້ວຍ ຊຶ່ງອາທີນົບ (ໂທດ) ຂອງເວທະນານັ້ນດ້ວຍຊຶ່ງນິສສະຣະນະ (ອຸບາຍເຄື່ອງອອກພົ້ນ) ຂອງເວທະນານັ້ນດ້ວຍ, ອະນຸສັຍຄືອະວິຊຊາ ຍ່ອມນອນເນື່ອງຢູ່ໃນສັນດານຂອງບຸຄຄົລນັ້ນ.

ພິກຂຸ ທ. ! ບຸຄຄົລນັ້ນໜໍ ຍັງລະອະນຸສັຍຄືຣາຄະ ໃນເພາະສຸຂເວທະນາບໍ່ໄດ້, ຍັງບັນເທົາອະນຸສັຍຄືປະຕິຄະ ໃນເພາະທຸກຂະເວທະນາບໍ່ໄດ້, ຍັງຖອນອະນຸສັຍຄືອະວິຊຊາ ໃນເພາະອະທຸກຂະມະສຸຂະເວທະນາບໍ່ໄດ້, ຍັງລະອະວິຊຊາບໍ່ໄດ້ ແລະຍັງເຮັດວິຊຊາໃຫ້ເກີດຂຶ້ນບໍ່ໄດ້ ແລ້ວຈະເຮັດທີ່ສຸດແຫ່ງທຸກຂ໌ ໃນທິຕຖະທັມ (ປັຈຈຸບັນ) ນີ້ ດັ່ງນີ້ : ຂໍ້ນີ້ ບໍ່ແມ່ນຖານະ ທີ່ຈະມີໄດ້ເລີຍ.

- ອຸປຣິ. ມ. ໑໔/໕໑໖/໘໒໒.

໑໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອັສສາທະຊັ້ນເລີດຂອງເວທະນາ

ພິກຂຸ ທ. ! ອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະສະງັດຈາກກາມ ແລະສະງັດຈາກອະກຸສົລທັມທັງຫຼາຍ ຍ່ອມບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ພິກຂຸ ທ. ! ໃນສະໄໝໃດ ພິກຂຸ, ເພາະສະງັດຈາກກາມ ແລະສະງັດຈາກອະກຸສົລທັມທັງຫຼາຍ ຍ່ອມບັນລຸຊານທີໜຶ່ງ ຊຶ່ງມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່, ໃນສະໄໝນັ້ນ ເຂົາຍ່ອມບໍ່ຄິດ ແມ່ນແຕ່ໃນທາງ ທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຕົນເອງ, ຍ່ອມບໍ່ຄິດ ແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນແກ່ຜູ້ອື່ນ, ແລະຍ່ອມບໍ່ຄິດແມ່ນແຕ່ໃນທາງທີ່ຈະໃຫ້ເກີດຄວາມເດືອດຮ້ອນ ແກ່ຕົນເອງແລະຜູ້ອື່ນທັງສອງຝ່າຍ. ໃນສະໄໝນັ້ນ ເຂົາຍ່ອມສະເຫວີຍເວທະນາ ອັນບໍ່ສ້າງຄວາມເດືອດຮ້ອນແຕ່ເຍື່ອງໃດເລີຍ. ພິກຂຸ ທ. ! ເຮົາກ່າວອັສສາທະ (ສະເໜ່) ຂອງເວທະນາທັງຫຼາຍ ວ່າມີການບໍ່ກໍ່ຄວາມເດືອດຮ້ອນແກ່ຜູ້ໃດເປັນຢ່າງຍິ່ງ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ