ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເວທະນາຫົກຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຫົກຢ່າງນັ້ນ ຄື ເວທະນາອັນເກີດແຕ່ສັມຜັສທາງຕາ, ເວທະນາອັນເກີດແຕ່ສັມຜັສທາງຫູ, ເວທະນາ ອັນເກີດແຕ່ສັມຜັສທາງດັງ, ເວທະນາອັນເກີດແຕ່ສັມຜັສທາງລີ້ນ, ເວທະນາອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາອັນເກີດແຕ່ສັມຜັສທາງໃຈ. ພິກຂຸ ທ. ! ເຫຼົ່ານີ້ ເອີ້ນວ່າ ເວທະນາຫົກຢ່າງ.

ພິກຂຸ ທ. ! ເວທະນາສິບແປດຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສິບແປດຢ່າງນັ້ນ ຄື ຄວາມຮູ້ສຶກຂອງຈິຕ ທີ່ມົ່ວສຸມຢູ່ດ້ວຍໂສມະນັດສະຫົກຢ່າງ, ຄວາມຮູ້ສຶກຂອງຈິຕ ທີ່ມົ່ວສຸມຢູ່ດ້ວຍໂທມະນັດສະຫົກຢ່າງ, ແລະຄວາມຮູ້ສຶກຂອງຈິຕທີ່ມົ່ວສຸມຢູ່ດ້ວຍອຸເປກຂາຫົກຢ່າງ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສິບແປດຢ່າງ.

ພິກຂຸ ທ. ! ເວທະນາສາມສິບຫົກຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສາມສິບຫົກຢ່າງນັ້ນຄື ໂສມະນັດສະເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນ (ກາມະຄຸນ ໕) ຫົກຢ່າງ, ໂສມະນັດສະເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ (ບໍ່ກ່ຽວດ້ວຍກາມະຄຸນ ໕) ຫົກຢ່າງ, ໂທມະນັດສະເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນຫົກຢ່າງ, ໂທມະນັດສະເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນຫົກຢ່າງ,

໑໗໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອຸເປກຂາເວທະນາ ທີ່ເນື່ອງດ້ວຍເຢົ້າເຮືອນຫົກຢ່າງ, ແລະອຸເປກຂາເວທະນາ ທີ່ເນື່ອງດ້ວຍການຫຼີກອອກຈາກເຢົ້າເຮືອນ ຫົກຢ່າງ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສາມສິບຫົກຢ່າງ.

ພິກຂຸ ທ. ! ເວທະນາຮ້ອຍແປດຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຮ້ອຍແປດຢ່າງນັ້ນ ຄື ເວທະນາສາມສິບຫົກ (ດັ່ງທີ່ກ່າວແລ້ວຂ້າງຕົ້ນ) ສ່ວນທີ່ເປັນອະດີຕ, ເວທະນາສາມສິບຫົກ ສ່ວນທີ່ເປັນອະນາຄົຕ, ແລະເວທະນາສາມສິບຫົກ ສ່ວນທີ່ເປັນປັຈຈຸບັນ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາຮ້ອຍແປດຢ່າງ.

ພິກຂຸ ທ. ! ເຫຼົ່ານີ້ ຊື່ວ່າທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດແລ.

- ສະລາ. ສັງ. ໑໘/໒໘໖-໘/໔໓໐-໗.

“ທັມ” (ຄືເວທະນາ) ເປັນສິ່ງທີ່ບັນຍັຕໄດ້ຫຼາຍປະຣິຍາຍ

(ອັນເປັນເຫຕໃຫ້ຫຼົງຜິດຖຽງກັນ)

ພິກຂຸ ທ. ! ເວທະນາເຮົາກ່າວແລ້ວໂດຍປະຣິຍາຍ ແມ່ນວ່າສອງຢ່າງ, ໂດຍປະຣິຍາຍແມ່ນວ່າສາມຢ່າງ, ໂດຍປະຣິຍາຍແມ່ນວ່າຫ້າຢ່າງ, ໂດຍປະຣິຍາຍແມ່ນວ່າຫົກຢ່າງ, ໂດຍປະຣິຍາຍແມ່ນວ່າສິບແປດຢ່າງ, ໂດຍປະຣິຍາຍແມ່ນວ່າສາມສິບຫົກຢ່າງ, ໂດຍປະຣິຍາຍແມ່ນວ່າຮ້ອຍແປດຢ່າງ.

ພິກຂຸ ທ. ! ໂດຍປະຣິຍາຍເຊັ່ນນີ້ ທີ່ເຮົາສະແດງທັມ. ເມື່ອເຮົາສະແດງທັມຢູ່ໂດຍປະຣິຍາຍເຊັ່ນນີ້, ຊົນເຫຼົ່າໃດ ຈະບໍ່ສຳຄັນຮ່ວມ ຈະບໍ່ຮູ້ຮ່ວມ ຈະບໍ່ພໍໃຈຮ່ວມແກ່ກັນແລະກັນ ວ່າເປັນທັມທີ່ເຮົາກ່າວດີແລ້ວ ຕຣັດໄວ້ດີແລ້ວ; ເມື່ອເປັນດັ່ງນີ້

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໗໙

ສິ່ງທີ່ເຂົາຫວັງໄດ້ ກໍຄື ຈະບາດໝາງກັນ ຜິດຖຽງກັນ ວິວາດກັນ ສຽບແທງກັນແລະກັນ ດ້ວຍຫອກປາກຢູ່.

ພິກຂຸ ທ. ! ໂດຍປະຣິຍາຍເຊັ່ນນັ້ນ ທີ່ເຮົາສະແດງທັມ. ເມື່ອເຮົາສະແດງທັມຢູ່ໂດຍປະຣິຍາຍເຊັ່ນນັ້ນ, ຊົນເຫຼົ່າໃດ ຈະສຳຄັນຮ່ວມ ຈະຮູ້ຮ່ວມ ຈະພໍໃຈຮ່ວມແກ່ກັນແລະກັນ ວ່າເປັນທັມທີ່ເຮົາກ່າວດີແລ້ວ ຕຣັດໄວ້ດີແລ້ວ; ເມື່ອເປັນດັ່ງນີ້ ສິ່ງທີ່ເຂົາຫວັງໄດ້ ກໍ ຄືຈະພ້ອມພຽງກັນ ບັນເທີງຕໍ່ກັນ ບໍ່ວິວາດກັນ ເຂົ້າກັນໄດ້ເໝືອນ ນໍ້ານົມກັບນໍ້າ ມອງກັນແລະກັນດ້ວຍສາຍຕາອັນເປັນທີ່ຮັກຢູ່, ດັ່ງນີ້ແລ.

- ສະລາ. ສັງ. ໑໘/໒໘໓/໔໒໕.

ເວທະນາມີທັມມະດາບໍ່ທ່ຽງ

ອັກຄິເວດສະນະ ! ເວທະນາມີສາມຢ່າງເຫຼົ່ານີ້. ສາມຢ່າງເຫຼົ່າໃດໜໍ ? ສາມຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ.

ອັກຄິເວດສະນະ ! ສະໄໝໃດສະເຫວີຍສຸຂະເວທະນາຢູ່ ສະໄໝນັ້ນບໍ່ໄດ້ສະເຫວີຍທຸກຂະເວທະນາ ແລະບໍ່ໄດ້ສະເຫວີຍອະທຸກຂະມະສຸຂະເວທະນາ ສະໄໝນັ້ນ ສະເຫວີຍແຕ່ສຸຂະເວທະນາເຍື່ອງດຽວ.

ອັກຄິເວດສະນະ ! ສະໄໝໃດສະເຫວີຍທຸກຂະເວທະນາຢູ່ ສະໄໝນັ້ນບໍ່ໄດ້ສະເຫວີຍສຸຂະເວທະນາ ແລະບໍ່ໄດ້ສະເຫວີຍອະທຸກຂະມະສຸຂະເວທະນາ ສະໄໝນັ້ນ ສະເຫວີຍແຕ່ທຸກຂະເວທະນາເຍື່ອງດຽວ.

໑໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ