ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເວທະນາ ເຍື່ອງໃດເຍື່ອງໜຶ່ງ ມີຢູ່ ເປັນສຸຂກໍຕາມ ເປັນທຸກຂ໌ກໍຕາມ ເປັນອະທຸກຂະມະສຸຂະກໍຕາມ ເປັນພາຍໃນກໍຕາມ ພາຍນອກກໍຕາມ ບຸຄຄົລຮູ້ວ່າ ສິ່ງເຫຼົ່ານີ້ເປັນທຸກຂ໌ ມີຄວາມຫຼອກລວງເປັນທັມມະດາ ມີການແຕກສະຫຼາຍເປັນທັມມະດາ ສະເຫວີຍແລ້ວ ສະເຫວີຍແລ້ວ ເຫັນຢູ່ວ່າ ເປັນສິ່ງທີ່ມີຄວາມດັບສິ້ນໄປເປັນທັມມະດາ : ດັ່ງນີ້ ຍ່ອມປາສະຈາກຄວາມກໍາໜັດໃນ ເວທະນາ ນັ້ນໆ.
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໗໕
ເມື່ອບຸຄຄົລສະເຫວີຍສຸຂເວທະນາຢູ່ ບໍ່ຮູ້ຈັກແຈ້ງຊຶ່ງເວທະນານັ້ນ ຣາຄານຸສັຍ ຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກ ຈາກອໍານາດຂອງເວທະນານັ້ນ. ເມື່ອບຸຄຄົລສະເຫວີຍທຸກຂະເວທະນາຢູ່ ບໍ່ຮູ້ຈັກແຈ້ງຊຶ່ງເວທະນານັ້ນ ປະຕິຄານຸສັຍຍ່ອມມີແກ່ເຂົາ ຜູ້ມອງບໍ່ເຫັນທາງອອກ ຈາກອໍານາດຂອງເວທະນານັ້ນ. ບຸຄຄົລເພີດເພີນແມ່ນແຕ່ໃນອະທຸກຂະມະສຸຂະ ອັນພຣະພູຣິປັນຍາພຸດທະເຈົ້າ ຊົງສະແດງວ່າ ເປັນທັມອັນລະງັບ ກໍຫາພົ້ນຈາກທຸກຂ໌ໄປໄດ້ບໍ່.
ເມື່ອໃດ ພິກຂຸມີຄວາມພຽນເຜົາກິເລສ ບໍ່ປະຖິ້ມສັມປະຊັນຍະ ກໍເປັນບັນດິຕ ຮອບຮູ້ເວທະນາທັງປວງ ພິກຂຸນັ້ນ ເພາະຮອບຮູ້ຊຶ່ງເວທະນາ ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນວ່າກາຍແຕກ ຈົບເວດ ບໍ່ເຂົ້າເຖິງ ຊຶ່ງການນັບວ່າ ເປັນອັນໃດ.
ບຸຄຄົລໃດ ຖືກທຸກຂະເວທະນາ ອັນເກີດຂຶ້ນແລ້ວໃນສຣີຣະ ປານກັບວ່າຈະຈົບເສຍຊຶ່ງຊີວິຕ ອົດກັ້ນບໍ່ໄດ້ ຍ່ອມຫວັ່ນໄຫວ ຍ່ອມຄໍ່າຄວນ ຮ້ອງໄຫ້ ທຸບພະລະພາບ ໝົດກໍາລັງ; ບຸຄຄົລນັ້ນຈົມລົງແລ້ວ ໃນບາດານ (ແຫ່ງເວທະນາ) ຊຶ່ງບໍ່ມີທີ່ຢືນຢຽບເຖິງ.
ສ່ວນບຸຄຄົລໃດ ຖືກທຸກຂະເວທະນາ ອັນເກີດຂຶ້ນແລ້ວໃນສຣີຣະປານກັບວ່າຈະຈົບເສຍຊຶ່ງຊີວິຕ ຍ່ອມອົດກັ້ນໄດ້ ບໍ່ຫວັ່ນໄຫວ; ບຸຄຄົລນັ້ນບໍ່ຈົມລົງແລ້ວໃນບາດານ ເພາະມີທີ່ຢືນຢຽບເຖິງ.
ຜູ້ໃດ ເຫັນສຸຂໂດຍຄວາມເປັນທຸກຂ໌ ເຫັນທຸກຂ໌ໂດຍຄວາມເປັນລູກສອນ ເຫັນອະທຸກຂະມະສຸຂະ ອັນກໍາລັງມີຢູ່ ໂດຍຄວາມເປັນຂອງບໍ່ທ່ຽງ; ຜູ້ນັ້ນເປັນ ພິກຂຸຜູ້ຮູ້ ເຫັນໂດຍຊອບ ຍ່ອມຮອບຮູ້ ຊຶ່ງເວທະນາ ເພາະຮອບຮູ້ເວທະນາ
໑໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຈຶ່ງເປັນຜູ້ບໍ່ມີອາສະວະ ໃນທິຕຖະທັມ ເປັນຜູ້ຕັ້ງຢູ່ໃນທັມ ຈົນເຖິງກາຍແຕກ ຈົບເວດ ບໍ່ເຂົ້າເຖິງ ຊຶ່ງການນັບວ່າ ເປັນອັນໃດ,
- ສະລາ. ສັງ. ໑໘/໒໕໔-໒໕໗/໓໖໐,໓໖໒,໓໖໔,໓໖໖,໓໖໘.
ວິພາກແຫ່ງເວທະນາ
ພິກຂຸ ທ. ! ເຮົາຈະສະແດງທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດ ແກ່ພວກເຈົ້າທັງຫຼາຍ, ພວກເຈົ້າຈົ່ງຟັງທັມປະຣິຍາຍຂໍ້ນັ້ນ.
ພິກຂຸ ທ. ! ທັມປະຣິຍາຍ ຊຶ່ງມີປະຣິຍາຍຮ້ອຍແປດນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ເວທະນາ ແມ່ນວ່າສອງຢ່າງ ເຮົາໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສາມຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າຫ້າຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າຫົກຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສິບແປດຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ເວທະນາ ແມ່ນວ່າສາມສິບຫົກຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ, ແລະເວທະນາ ແມ່ນວ່າຮ້ອຍແປດຢ່າງ ເຮົາກໍໄດ້ກ່າວແລ້ວໂດຍປະຣິຍາຍ.
ພິກຂຸ ທ. ! ເວທະນາສອງຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສອງຢ່າງນັ້ນຄື ເວທະນາທີ່ເປັນໄປທາງກາຍ ແລະເວທະນາທີ່ເປັນໄປທາງໃຈ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສອງຢ່າງ
ພິກຂຸ ທ. ! ເວທະນາສາມຢ່າງ ນັ້ນເປັນແນວໃດໜໍ ? ເວທະນາສາມຢ່າງນັ້ນຄື ສຸຂະເວທະນາ (ຄວາມຮູ້ສຶກອັນເປັນສຸຂ) ທຸກຂະເວທະນາ (ຄວາມຮູ້ສຶກອັນເປັນທຸກຂ໌)
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໗໗
ແລະອະທຸກຂະມະສຸຂະເວທະນາ (ຄວາມຮູ້ສຶກກໍຍັງບໍ່ອາດກ່າວໄດ້ວ່າເປັນທຸກຂ໌ຫຼືສຸຂ). ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາສາມຢ່າງ.
ພິກຂຸ ທ. ! ເວທະນາຫ້າຢ່າງ ນັ້ນເປັນແນວໃດໜໍ ? ເວທະນາຫ້າຢ່າງນັ້ນ ຄື ອິນຊີຄືສຸຂ ອິນຊີຄືທຸກຂ໌ ອິນຊີຄືໂສມະນັດສະ ອິນຊີຄືໂທມະນັດສະ ແລະອິນຊີຄື ອຸເປກຂາ. ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເວທະນາຫ້າຢ່າງ.








