ອະຣິຍະສັຈພາກຕົ້ນ
ໜ້າ/ 382
(໒). ເພາະຄວາມເກີດຂຶ້ນແຫ່ງຜັສສະ ຈຶ່ງມີຄວາມເກີດຂຶ້ນແຫ່ງ ເວທະນາ (: ນີ້ ຄືສະມຸທັຍແຫ່ງ ເວທະນາ)
໑໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ປະຕິປະທາໃຫ້ເຖິງຕັນຫາຍ່ອມມີ ເພາະການເກີດຂຶ້ນແຫ່ງເວທະນາ (ຕັນຫາເວທະນາສະມຸທະຍະຄາມິນີປະຕິປະທາ)
(໓). ເພາະຄວາມດັບແຫ່ງຜັສສະ ຈຶ່ງມີຄວາມດັບແຫ່ງເວທະນາ (: ນີ້ຄືນິໂຣດ ແຫ່ງເວທະນາ).
(໔). ອະຣິຍະອັຕຖັງຄິກະມັຄຄະນີ້ ເປັນ ປະຕິປະທາໃຫ້ເຖິງຄວາມດັບ ແຫ່ງເວທະນາ; ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ (: ນີ້ຄືນິໂຣທະຄາມິນີປະຕິປະທາແຫ່ງເວທະນາ).
(໕). ສຸຂໂສມະນັດສະອັນໃດ ອາໄສເວທະນາເກີດຂຶ້ນ : ນີ້ຄື ອັສສາທະ (ສະເໜ່) ແຫ່ງເວທະນາ.
(໖). ຄວາມບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ແຫ່ງເວທະນາ : ນີ້ຄື ອາທີນະວະ (ໂທດ) ຂອງ ເວທະນາ.
(໗). ການນໍາອອກເສຍໄດ້ ຊຶ່ງສັນທະຣາຄະ ການລະເສຍໄດ້ ຊຶ່ງສັນທະຣາຄະໃນ ເວທະນາ : ນີ້ຄື ນິສສະຣະນະ (ອຸບາຍເຄື່ອງອອກ) ຈາກເວທະນາ.
- ສະລາ. ສັງ. ໑໘/໒໘໙/໔໓໘.
ຫຼັກທີ່ຄວນຮູ້ກ່ຽວກັບເວທະນາ
ພິກຂຸ ທ. ! ຂໍ້ທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກເວທະນາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງເວທະນາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງເວທະນາ, ຕ້ອງຮູ້ຈັກຜົລຂອງເວທະນາ,
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໗໓
ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງ ຄວາມດັບບໍ່ເຫຼືອຂອງເວທະນາ” ດັ່ງນີ້ນັ້ນ, ເຮົາກ່າວໝາຍເຖິງອັນໃດໜໍ ?
ພິກຂຸ ທ. ! ຂໍ້ນັ້ນເຮົາກ່າວໝາຍເຖິງ ເວທະນາສາມ ເຫຼົ່ານີ້; ຄື ສຸຂເວທະນາ ທຸກຂະເວທະນາ ແລະອະທຸກຂະມະສຸຂະເວທະນາ.
ພິກຂຸ ທ. ! ເຫຕເປັນແດນເກີດຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ຜັສສະ (ການປະຈວບພໍ້ກັນແຫ່ງອາຍະຕະນະພາຍໃນ ແລະພາຍນອກ ແລະວິນຍານ) ເປັນເຫຕ ເປັນແດນເກີດຂອງ ເວທະນາ.
ພິກຂຸ ທ. ! ຄວາມເປັນຕ່າງໆກັນຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ສຸຂະເວທະນາ ທີ່ເຈືອປົນດ້ວຍອາມິດ (ກາມະຄຸນ ໕) ກໍມີ ສຸຂະເວທະນາ ທີ່ບໍ່ເຈືອປົນດ້ວຍອາມິດ (ບໍ່ມີກາມະຄຸນ ໕) ກໍມີ; ທຸກຂະເວທະນາ ທີ່ເຈືອປົນດ້ວຍອາມິດກໍມີທຸກຂະເວທະນາ ທີ່ບໍ່ເຈືອປົນດ້ວຍອາມິດກໍມີ; ອະທຸກຂະມະສຸຂະເວທະນາ ທີ່ເຈືອປົນດ້ວຍອາມິດກໍມີ ອະທຸກຂະມະສຸຂະເວທະນາ ທີ່ບໍ່ເຈືອປົນດ້ວຍມິດກໍມີ. ພິກຂຸ ທ. ! ນີ້ເອີ້ນວ່າ ຄວາມເປັນຕ່າງໆກັນຂອງ ເວທະນາ.
ພິກຂຸ ທ. ! ຜົລຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ເມື່ອສະເຫວີຍ ເວທະນາໃດຢູ່ ຍັງອັຕຕະພາບ ຊຶ່ງເກີດແຕ່ເວທະນານັ້ນໆ ໃຫ້ເກີດຂຶ້ນເປັນຝ່າຍບຸນຍ໌ກໍຕາມ ເປັນຝ່າຍບໍ່ແມ່ນບຸນຍ໌ກໍຕາມ. ພິກຂຸ ທ. ! ນີ້ເອີ້ນວ່າ ຜົລຂອງເວທະນາ.
ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມດັບບໍ່ເຫຼືອຂອງເວທະນາມີໄດ້ ເພາະຄວາມດັບບໍ່ເຫຼືອຂອງຜັສສະ.
໑໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອະຣິຍະມັຄຄະມີອົງຄ໌ ໘ ນີ້ນັ້ນເອງ ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ, ໄດ້ແກ່ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ....
ພິກຂຸ ທ. ! ຄໍາໃດທີ່ເຮົາກ່າວວ່າ “ຕ້ອງຮູ້ຈັກເວທະນາ, ຕ້ອງຮູ້ຈັກເຫຕເປັນແດນເກີດຂອງເວທະນາ, ຕ້ອງຮູ້ຈັກຄວາມເປັນຕ່າງໆກັນຂອງເວທະນາ, ຕ້ອງຮູ້ ຈັກຜົລຂອງເວທະນາ, ຕ້ອງຮູ້ຈັກຄວາມດັບບໍ່ເຫຼືອຂອງເວທະນາ, ແລະຕ້ອງຮູ້ຈັກທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອຂອງເວທະນາ” ດັ່ງນີ້ນັ້ນ, ເຮົາກ່າວໝາຍເຖິງຄວາມຂໍ້ນີ້ແລ.
- ສັກກ. ອັງ. ໒໒/໔໖໐/໓໓໔.
ປະມວນເລື່ອງໜ້າຮູ້ພິເສດກ່ຽວກັບເວທະນາ
ພຸດທະສາວົກ ເປັນຜູ້ມີຈິຕຕັ້ງໝັ້ນ ມີສະຕິ ມີສັມປະຊັນຍະ ຍ່ອມຮູ້ແຈ້ງຊຶ່ງເວທະນາ ຊຶ່ງແດນເກີດແຫ່ງເວທະນາ ຊຶ່ງທັມເປັນທີ່ດັບແຫ່ງເວທະນາ ຊຶ່ງຫົນທາງໃຫ້ເຖິງຄວາມດັບສິ້ນໄປ (ແຫ່ງສັນທະຣາຄະໃນເວທະນາ), ພິກຂຸ ເພາະດັບສິ້ນ (ສັນທະຣາຄະ) ແຫ່ງເວທະນາທັງຫຼາຍ ເປັນຜູ້ຫາຍຫິວດັບເຢັນສະນິດ.








