ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເວທະນາ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກເຫຼົ່ານີ້ ຄືເວທະນາອັນເກີດແຕ່ສັມຜັສທາງຕາ, ເວທະນາອັນເກີດແຕ່ສັມຜັສທາງຫູ, ເວທະນາອັນເກີດແຕ່ສັມຜັສທາງດັງ, ເວທະນາອັນເກີດແຕ່ສັມຜັສທາງລີ້ນ, ເວທະນາອັນເກີດແຕ່ສັມຜັສທາງກາຍ, ແລະເວທະນາອັນເກີດແຕ່ສັມຜັສທາງໃຈ. ພິກຂຸ ທ. ! ນີ້ ເອີ້ນວ່າ ເວທະນາ.
- ຂັນທະ. ສັງ. ໑໗/໗໓/໑໑໔.
ຄວາມໝາຍຂອງຄໍາວ່າ “ເວທະນາ”
ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ເວທະນາ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ຮູ້ສຶກ (ຕໍ່ຜົລອັນເກີດຈາກຜັສສະ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກເອີ້ນວ່າ ເວທະນາ. ສິ່ງນັ້ນຍ່ອມຮູ້ສຶກໄດ້ຊຶ່ງອັນໃດ ? ສິ່ງນັ້ນຍ່ອມຮູ້ສຶກໄດ້ ຊຶ່ງຄວາມຮູ້ສຶກອັນເປັນສຸຂແດ່, ຍ່ອມຮູ້ສຶກໄດ້ຊຶ່ງຄວາມຮູ້ສຶກອັນເປັນທຸກຂ໌ແດ່, ແລະຍ່ອມຮູ້ສຶກໄດ້ ຊຶ່ງຄວາມຮູ້ສຶກອັນບໍ່ທຸກຂ໌ບໍ່ສຸຂແດ່
໑໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາທີ່ຮູ້ສຶກ (ຕໍ່ຜົລອັນເກີດຈາກຜັສສະ) ໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນຈຶ່ງຖືກ ເອີ້ນວ່າ ເວທະນາ.
- ຂັນທະ. ສັງ. ໑໗/໑໐໕/໑໕໙.
ອຸປະມາແຫ່ງເວທະນາ
ພິກຂຸ ທ. ! ເມື່ອຝົນເມັດຫຍາບ ຕົກໃນສາຣະທະສະໄໝ (ທ້າຍລະດູຝົນ), ຕ່ອມນໍ້າຍ່ອມເກີດຂຶ້ນ ແລະແຕກກະຈາຍຢູ່ເທິງໜ້ານໍ້າ. ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນຕ່ອມນໍ້ານັ້ນ ກໍເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອບຸຣຸສນັ້ນເຫັນຢູ່ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ຕ່ອມນໍ້ານັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນຕ່ອມນໍ້ານັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;
ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນຄື ເວທະນາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ພິກຂຸ ຮູ້ສຶກໃນເວທະນານັ້ນ ຍ່ອມເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນຮູ້ສຶກຢູ່ ເພັ່ງພິນິດພິຈາຣະນາໂດຍຖີ່ຖ້ວນຢູ່, ເວທະນານັ້ນຍ່ອມປາກົດເປັນຂອງວ່າງ ຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນ ເວທະນານັ້ນ ຈະຍ່ອມມີໄດ້ແນວໃດ.
- ຂັນທະ. ສັງ. ໑໗/໑໗໑/໒໔໓.
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໗໑
ຄວາມໝາຍອັນແທ້ຈິງຂອງ “ບາດານ”
ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ເວົ້າກັນວ່າບາດານ ມີຢູ່ໃຕ້ມະຫາສະມຸດ. ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ກ່າວສິ່ງນັ້ນຊຶ່ງບໍ່ມີຢູ່ ບໍ່ເປັນຢູ່ ວ່າບາດານມີຢູ່ໃຕ້ມະຫາສະມຸດ. ພິກຂຸ ທ. ! ຄໍາວ່າ “ບາດານ” ນັ້ນເປັນຄໍາແທນຊື່ຂອງ ທຸກຂະ ເວທະນາອັນມີຢູ່ໃນສຣີຣະນີ້. ພິກຂຸ ທ. ! ປຸຖຸຊົນຜູ້ບໍ່ມີການສະດັບ ຖືກຕ້ອງທຸກຂະເວທະນາໃນສຣີຣະນີ້ຢູ່ ຍ່ອມເສົ້າໂສກ ຍ່ອມລໍາບາກໃຈ ຮໍ່າໄຮລໍາພັນ ເປັນຜູ້ຕີເອິກຮ້ອງໄຫ້ ຍ່ອມເຖິງຄວາມມີສະຕິຟັ່ນເຟືອນ. ພິກຂຸ ທ. ! ເຮົາກ່າວວ່າປຸຖຸຊົນຜູ້ບໍ່ມີການສະດັບນີ້ ຈົມລົງແລ້ວໃນບາດານ ບໍ່ມີບ່ອນຢືນຢຽບເຖິງ.
ພິກຂຸ ທ. ! ສ່ວນອະຣິຍະສາວົກ ຜູ້ມີການສະດັບ ເມື່ອຖືກຕ້ອງທຸກຂະເວທະນາ ທີ່ເປັນໄປໃນສຣີຣະ ຍ່ອມບໍ່ເສົ້າໂສກ ຍ່ອມບໍ່ລໍາບາກໃຈ ບໍ່ຮໍ່າໄຮລໍາພັນ ບໍ່ເປັນຜູ້ຕີເອິກຮ້ອງໄຫ້ ຍ່ອມບໍ່ເຖິງຄວາມເປັນຜູ້ມີສະຕິຟັ່ນເຟືອນ. ພິກຂຸ ທ. ! ເຮົາກ່າວວ່າ ອະຣິຍະສາວົກຜູ້ມີການສະດັບນີ້ ບໍ່ຈົມລົງແລ້ວໃນບາດານ ມີບ່ອນຢືນຢຽບເຖິງ.
- ສະລາ. ສັງ. ໑໘/໒໕໕/໓໖໕.
ທັມລັກສະນະ ໗ ປະການແຫ່ງ ເວທະນາ
(ຮູ້ຈັກເວທະນາ, ເຫຕເກີດເວທະນາ, ຄວາມດັບເວທະນາ, ວິທີດັບເວທະນາ, ອັສສາທະຂອງເວທະນາ, ອາທີນະວະຂອງເວທະນາ, ນິສສະຣະນະຂອງເວທະນາ)
(໑). ພິກຂຸ ທ. ! ເວທະນາ ໓ ຢ່າງເຫຼົ່ານີ້ມີຢູ່ ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ : ນີ້ເຮົາເອີ້ນວ່າ ເວທະນາ.








