ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ເປັນຮ່າງກະດູກ ຍັງມີຊີ້ນແລະເລືອດ ແລະຍັງມີເອັນເປັນເຄື່ອງດຶງຮັດຢູ່ກໍຕາມ ເປັນຮ່າງກະດູກທີ່ປາສະຈາກຊີ້ນ ແຕ່ຍັງມີເລືອດເປື້ອນຢູ່ ແລະຍັງມີເອັນເປັນເຄື່ອງດຶງຮັດໄວ້ກໍຕາມ

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໖໗

ເປັນຮ່າງກະດູກ ທີ່ປາສະຈາກຊີ້ນເນື້ອ ແລະເລືອດ ແຕ່ຍັງມີເອັນເປັນເຄື່ອງດຶງຮັດໄວ້ກໍຕາມ ເປັນທ່ອນກະດູກທີ່ປາສະຈາກເອັນ ເປັນເຄື່ອງດຶງຮັດ ກະຈັດກະຈາຍໄປຄົນລະທິດລະທາງ ກະດູກມືໄປທາງໜຶ່ງ ກະດູກຕີນໄປທາງໜຶ່ງ ກະດູກແຂ່ງໄປທາງໜຶ່ງ ກະດູກຂາໄປທາງໜຶ່ງ ກະດູກສະໂພກໄປທາງໜຶ່ງ ກະດູກຂໍ້ສັນຫຼັງໄປທາງໜຶ່ງ ກະດູກຂ້າງໄປທາງໜຶ່ງ ກະດູກໜ້າເອິກໄປທາງໜຶ່ງ ກະດູກແຂນໄປທາງໜຶ່ງ ກະດູກໄຫຼ່ໄປທາງໜຶ່ງ ກະດູກຄໍໄປທາງໜຶ່ງ ກະດູກຄາງໄປທາງໜຶ່ງ ແຂ້ວໄປທາງໜຶ່ງ ກະໂຫຼກຫົວໄປທາງໜຶ່ງ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ເປັນທ່ອນກະດູກ ມີສີຂາວເໝືອນດັ່ງສີສັງຂ໌ກໍຕາມ ເປັນທ່ອນກະດູກກອງເຮ່ຍຊະຢູ່ ດົນເກີນກວ່າປີໜຶ່ງໄປແລ້ວກໍຕາມເປັນກະດູກເປື່ອຍຜຸ່ຍລະອຽດໄປແລ້ວກໍຕາມ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ກໍເປັນອາທີນົບຂອງຮູບ.

- ມູ. ມ. ໑໒/໑໗໓/໒໐໒.

໑໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິສສະຣະນະຂອງຮູບ

ພິກຂຸ ທ. ! ນິສສະຣະນະ (ອຸບາຍເຄື່ອງອອກພົ້ນໄປໄດ້) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ການລະເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບດ້ວຍອຸບາຍໃດ, ອຸບາຍນີ້ແລ ເປັນອຸບາຍເຄື່ອງອອກພົ້ນໄປໄດ້ຂອງຮູບແລ.

- ມູ. ມ. ໑໒/໑໗໕/໒໐໓, ແລະຂັນທະ. ສັງ. ໑໗/໗໗/໑໑໙.

ຂໍ້ຄວນກຳນົດກ່ຽວກັບ ຮູບ

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສຮູບແລ້ວເກີດຂຶ້ນ. ສຸຂ ໂສມະນັດສະນີ້ແລ ເປັນ ສະເໜ່ (ອັສສາທະ) ຂອງຮູບ; ຮູບບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດໆ, ອາການນີ້ແລ ເປັນໂທດ (ອາທີນົບ) ຂອງຮູບ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ການລະເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈໃນຮູບ ດ້ວຍອຸບາຍໃດໆ ອຸບາຍນີ້ແລ ເປັນ ເຄື່ອງອອກພົ້ນໄປໄດ້ (ນິສສະຣະນະ) ຈາກຮູບ.

- ຂັນທະ. ສັງ. ໑໗/໓໔,໗໗/໕໙,໑໑໙.

ຮູບຂັນທ໌ໂດຍນັຍແຫ່ງອະຣິຍະສັຈຈ໌ສີ່

ພິກຂຸ ທ. ! ຮູບ ເປັນແນວໃດໜໍ ? ພິກຂຸ ທ. ! ມະຫາພູຕະສີ່ຢ່າງ ແລະຮູບທີ່ອາໄສມະຫາພູຕະສີ່ຢ່າງເຫຼົ່ານັ້ນດ້ວຍ : ພິກຂຸ ທ. ! ນີ້ເອີ້ນວ່າ ຮູບ;

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໖໙

ຄວາມເກີດຂຶ້ນແຫ່ງຮູບ ມີໄດ້ ເພາະຄວາມເກີດຂຶ້ນແຫ່ງອາຫາຣ; ຄວາມດັບບໍ່ເຫຼືອແຫ່ງຮູບ ມີໄດ້ເພາະຄວາມດັບບໍ່ເຫຼືອແຫ່ງອາຫາຣ; ອະຣິຍະມັຄຄະມີອົງຄ໌ ໘ ນີ້ນັ້ນເອງ ເປັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ໄດ້ແກ່ : ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທຳການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

- ຂັນທະ. ສັງ. ໑໗/໗໒/໑໑໓.

໒. ວິພາກແຫ່ງເວທະນາຂັນທ໌

ເວທະນາຫົກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ