ອະຣິຍະສັຈພາກຕົ້ນ

ໜ້າ/ 382

ຍ່ອມເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນ. ເມື່ອພິກຂຸນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນຢູ່, ຮູບນັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນຮູບນັ້ນ ຈະຍ່ອມມີໄດ້ແນວໃດ.

- ຂັນທະ. ສັງ. ໑໗/໑໗໑/໒໔໒.

ອັສສາທະຂອງຮູບ

ພິກຂຸ ທ. ! ອັສສາທະ (ສະເໜ່) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ປຽບເໝືອນ ນາງສາວນ້ອຍແຫ່ງກະສັດກໍດີ ນາງສາວນ້ອຍແຫ່ງພຣາມກໍດີ ແລະນາງສາວນ້ອຍແຫ່ງຄະຫະບໍດີກໍດີ ທີ່ມີໄວອັນບຸຄຄົລຍ່ອມສະແດງວ່າ ອາຍຸສິບຫ້າ ຫຼືສິບຫົກ ບໍ່ສູງໂພດ ບໍ່ຕໍ່າໂພດ ບໍ່ຜອມໂພດ ບໍ່ອ້ວນໂພດ ບໍ່ດໍາໂພດ ບໍ່ຂາວໂພດ. ພິກຂຸ ທ. ! ເຫຼົ່ານາງສາວນ້ອຍນັ້ນໆ ຈະມີສີສັນແຫ່ງວັນນະ ອັນງົດງາມ ໃນສະໄໝນັ້ນເປັນຢ່າງຍິ່ງ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນແລ ຂ້ານ້ອຍ !”

ພິກຂຸ ທ. ! ສຸຂ ໂສມະນັດສະໃດໆ ທີ່ອາໄສສີສັນແຫ່ງວັນນະ ອັນງົດງາມແລ້ວ ບັງເກີດຂຶ້ນ, ສຸຂ ໂສມະນັດສະນີ້ແລ ເປັນອັສສາທະຂອງຮູບ.

- ມູ. ມ. ໑໒/໑໗໓/໒໐໑.

ອາທີນະວະຂອງຮູບ

ພິກຂຸ ທ. ! ອາທີນະວະ (ໂທດ) ຂອງຮູບ ເປັນແນວໃດໜໍ ?

ພິກຂຸ ທ. ! ບຸຄຄົລຈະໄດ້ເຫັນນ້ອງຍິງ ໃນກໍລະນີນີ້ ນັ້ນແຫຼະ ໂດຍກາລຕໍ່ມາ ມີອາຍຸໄດ້ ໘໐ ປີກໍຕາມ ໙໐ ປີກໍຕາມ ໑໐໐ ປີກໍຕາມ ຊະຣາ ຊຸດໂຊມແລ້ວ

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໖໕

ມີຫຼັງຂົດງໍ ດຸດດັ່ງໄມ້ໂຄປານສິ (ສີຍົວ) ແຫ່ງຫຼັງຄາ ມີກາຍຄົດໄປຄົດມາ ມີໄມ້ຄ້ອນເທົ້າຄໍ້າຢັນໄປໃນທາງເບື້ອງໜ້າ ຍ່າງໂຕສັ່ນງຶກໆ ກະສັບກະສ່າຍ ຜ່ານວັຍອັນແຂງແຮງໄປແລ້ວ ມີແຂ້ວຫຼ່ອນແລ້ວ ມີຜົມຫງອກແລ້ວ ມີຜົມຕັດສັ້ນຢ່າງລວກໆ ມີຜິວໜັງຫ່ຽວຍານ ແລະມີໂຕເຕັມໄປດ້ວຍຈຸດ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ນີ້ແລ ເປັນອາທີນົບຂອງ ຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລ ຈະໄດ້ເຫັນນ້ອງຍິງນັ້ນແຫຼະອາພາດລົງ ໄດ້ຮັບທຸກຂ໌ທໍຣະມານ ເປັນໄຂ້ໜັກ ນອນກິ້ງເກືອກຢູ່ໃນມູດແລະຄູດ ຂອງຕົນເອງ ອັນບຸຄຄົລຕ້ອງຊ່ວຍພະຍຸງ ໂຈມໃຫ້ລຸກ ແລະໃຫ້ນອນ.

ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນແຫ່ງວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລ ຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ຕາຍແລ້ວວັນໜຶ່ງ ກໍຕາມ

໑໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຕາຍແລ້ວສອງວັນກໍຕາມ ຕາຍແລ້ວສາມວັນກໍຕາມ ຫຼື ກໍາລັງຂຶ້ນອືດ ມີສີຂຽວ ມີໜອງໄຫຼ.

ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສິສັນແຫ່ງວັນນະ ອັນງົດງາມ ທີ່ມີແຕ່ເດີມໃດໆ ສີສັນວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພິກຂຸ ທ. ! ໂທດເຍື່ອງອື່ນຍັງມີອີກ : ບຸຄຄົລຈະໄດ້ເຫັນນ້ອງຍິງນັ້ນແຫຼະ ອັນເຂົາຖິ້ມແລ້ວໃນປ່າຊ້າ ເປັນບ່ອນຖິ້ມສົບ ອັນຝູງກາຕອດຈິກກິນຢູ່ ກໍຕາມ ອັນຝູງແຮ້ງຕອດຈິກກິນຢູ່ກໍຕາມ ອັນຝູງນົກຫຸ້ມຕອດຈິກກິນຢູ່ກໍຕາມ ອັນຝູງໝາກັດກິນຢູ່ກໍຕາມ ອັນຝູງໝາຈອກກັດກິນຢູ່ກໍຕາມ ແລະອັນໝູ່ໜອນຕ່າງຊະນິດ ຊອນກິນຢູ່ກໍຕາມ. ພິກຂຸ ທ. ! ພວກເຈົ້າ ເຂົ້າໃຈຄວາມຂໍ້ນັ້ນວ່າແນວໃດ ? ສີສັນແຫ່ງວັນນະ ອັນງົດງາມທີ່ມີແຕ່ເດີມໃດໆ ສີສັນວັນນະ ອັນງົດງາມນັ້ນ ຍ່ອມອັນຕະທານຫາຍໄປ, ໂທດຍ່ອມບັງເກີດ ປາກົດ ບໍ່ແມ່ນຫຼື ?

“ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !”

ພິກຂຸ ທ. ! ແມ່ນວ່ານີ້ແລ ເປັນອາທີນົບຂອງຮູບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ