ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຖ້າຫາກ ອຸບາຍເຄື່ອງອອກພົ້ນໄປໄດ້ ຈາກປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້. ພິກຂຸ ທ. ! ແຕ່ເພາະເຫຕທີ່ອຸບາຍ ເຄື່ອງອອກພົ້ນໄປໄດ້ຈາກ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ.

- ນີທານ. ສັງ. ໑໖/໒໐໕/໔໐໘.

ທາຕສີ່ບໍ່ທ່ຽງ ເປັນທຸກຂ໌ ເປັນອະນັຕຕາ

ຣາຫຸລະ ! ເຈົ້າເຂົ້າໃຈຄວາມຂໍ້ນັ້ນ ວ່າແນວໃດ ? ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ໑ ທ່ຽງຫຼືບໍ່ທ່ຽງ ?

“ບໍ່ທ່ຽງ ຂ້ານ້ອຍ !”

ກໍສິ່ງໃດບໍ່ທ່ຽງ, ສິ່ງນັ້ນເປັນທຸກຂ໌ ຫຼືເປັນສຸຂໜໍ ?

“ເປັນທຸກຂ໌ ຂ້ານ້ອຍ !”

໑. ຕຣັດເຖິງອາກາສະທາຕ ແລະວິນຍານທາຕ ໃນບ່ອນນີ້ດ້ວຍ.

໑໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ກໍສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທຳມະດາ ຄວນແລຫຼື ທີ່ຈະຕາມເຫັນສິ່ງນັ້ນວ່າ “ນັ້ນເປັນຂອງເຮົາ (ເອຕັງມະມະ), ນັ້ນເປັນເຮົາ (ເອ ໂສຫະມັສສະມິ) ນັ້ນເປັນໂຕຕົນຂອງເຮົາ (ເອໂສເມອັຕຕາ).”

“ຂໍ້ນັ້ນ ບໍ່ຄວນເຫັນເຊັ່ນນັ້ນ ຂ້ານ້ອຍ !”

- ນິທານ. ສັງ. ໑໖/໒໙໑/໖໑໖.

ຍັງຍິນດີໃນທາຕສີ່ຢູ່ ເພາະບໍ່ຮູ້ຈັກທາຕສີ່

ພິກຂຸ ທ. ! ໃນໂລກນີ້ ປຸຖຸຊົນເປັນຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນເຫຼົ່າພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງ ພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນເຫຼົ່າສັຕບຸຣຸສ ບໍ່ສະຫຼາດໃນທັມ ຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ ຍ່ອມໝາຍຮູ້ດິນ ນໍ້າ ໄຟ ລົມ ໂດຍຄວາມເປັນດິນ ນໍ້າ ໄຟ ລົມ, ຄັນໝາຍຮູ້ດິນ ນໍ້າ ໄຟ ລົມ ໂດຍຄວາມເປັນດິນ ນໍ້າ ໄຟ ລົມແລ້ວ ຍ່ອມສ້າງຄວາມໝາຍໝັ້ນ ຊຶ່ງດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນ ໃນດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນ ໂດຍເປັນດິນ ນໍ້າ ໄຟ ລົມ, ຍ່ອມສ້າງຄວາມໝາຍໝັ້ນວ່າ “ດິນ ນໍ້າ ໄຟ ລົມ ເປັນຂອງເຮົາ” ດັ່ງນີ້, ແລະຍ່ອມເພີນໂດຍຍິ່ງ ຊຶ່ງດິນ ນໍ້າ ໄຟ ລົມ. ຂໍ້ນັ້ນເພາະເຫຕໃດ ? ເຮົາຍ່ອມກ່າວວ່າ ເພາະເຫຕວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ປຸຖຸຊົນນັ້ນ ຍັງບໍ່ໄດ້ກໍານົດຮູ້ ໂດຍທົ່ວເຖິງແລ້ວ.

- ມູ. ມ. ໑໒/໑/໒.

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໖໓

ຄວາມໝາຍຂອງຄໍາວ່າ “ຮູບ”

ພິກຂຸ ທ. ! ຄົນທົ່ວໄປກ່າວກັນວ່າ “ຮູບ” ເພາະອາໄສຄວາມໝາຍອັນໃດໜໍ ? ພິກຂຸ ທ. ! ເພາະກິຣິຍາ ທີ່ແຕກສະຫຼາຍໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນສິ່ງນັ້ນ ຈຶ່ງຖືກເອີ້ນວ່າ ຮູບ. ສິ່ງນັ້ນແຕກສະຫຼາຍໄດ້ ເພາະອັນໃດ ? ສິ່ງນັ້ນແຕກສະຫຼາຍໄດ້ ເພາະຄວາມເຢັນແດ່, ແຕກສະຫຼາຍໄດ້ ເພາະຄວາມຮ້ອນແດ່, ແຕກສະຫຼາຍໄດ້ ເພາະຄວາມຫິວແດ່, ແຕກສະຫຼາຍໄດ້ ເພາະຄວາມກະຫາຍແດ່, ແຕກສະຫຼາຍໄດ້ ເພາະຖືກຕ້ອງກັບເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານແດ່, (ດັ່ງນີ້ເປັນຕົ້ນ). ພິກຂຸ ທ. ! ເພາະກິຣິຍາ ທີ່ແຕກສະຫຼາຍໄດ້ ມີຢູ່ໃນສິ່ງນັ້ນ (ເຊັ່ນນີ້ແລ) ດັ່ງນັ້ນ ສິ່ງນັ້ນ ຈຶ່ງຖືກເອີ້ນວ່າ ຮູບ.

- ຂັນທະ. ສັງ. ໑໗/໑໐໕/໑໕໙.

ອຸປະມາແຫ່ງຮູບ

ພິກຂຸ ທ. ! ແມ່ນໍ້າຄົງຄານີ້ ໄຫຼພັດເອົາຟອງນໍ້າ ກ້ອນໃຫຍ່ກ້ອນໜຶ່ງມາ, ບຸຣຸສຜູ້ມີຈັກຂຸ (ຕາມປົກກະຕິ) ເຫັນຟອງນໍ້າກ້ອນໃຫຍ່ກ້ອນນັ້ນ ກໍຍ່ອມເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນ ເມື່ອບຸຣຸສຜູ້ນັ້ນເຫັນຢູ່ ເພັ່ງພິນິດພິຈາຣະນາ ໂດຍຖີ່ຖ້ວນຢູ່, ກ້ອນຟອງນໍ້ານັ້ນ ຍ່ອມປາກົດເປັນຂອງວ່າງຂອງເປົ່າ ແລະປາກົດເປັນຂອງຫາແກ່ນສານບໍ່ໄດ້ຕໍ່ໄປ. ພິກຂຸ ທ. ! ກໍແກ່ນສານໃນກ້ອນຟອງນໍ້ານັ້ນ ຈະຍ່ອມມີໄດ້ແນວໃດ, ອຸປະມານີ້ເຊັ່ນໃດ;

ພິກຂຸ ທ. ! ອຸປະໄມກໍເຊັ່ນນັ້ນ ຄື ຮູບຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ, ພິກຂຸເຫັນຮູບນັ້ນ

໑໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ