ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ! ວາໂຍທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນລົມເຄື່ອນໂຕໄດ້ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄືລົມພັດຂຶ້ນເບື້ອງສູງຢ່າງໜຶ່ງ, ລົມພັດລົງເບື້ອງຕໍ່າຢ່າງໜຶ່ງ, ລົມນອນຢູ່ໃນທ້ອງຢ່າງໜຶ່ງ, ລົມນອນຢູ່ໃນລໍາໄສ້ຢ່າງໜຶ່ງ, ລົມແລ່ນໄປທົ່ວທັງໂຕຢ່າງໜຶ່ງ, ແລະລົມຫາຍໃຈເຂົ້າ-ອອກຢ່າງໜຶ່ງ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ເອີ້ນວ່າ ວາໂຍທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ ! ວາໂຍທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ ; ນີ້ແຫຼະເອີ້ນວ່າ ວາໂຍທາຕ.

- ອຸປຣິ. ມ. ໑໔/໔໓໙/໖໘໗.

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໕໙

ການເກີດຂຶ້ນຂອງທາຕສີ່ເທົ່າກັບການເກີດຂຶ້ນຂອງທຸກຂ໌

ພິກຂຸ ທ. ! ການເກີດຂຶ້ນ ການຕັ້ງຢູ່ ການເກີດໂດຍຍິ່ງ ແລະຄວາມປາກົດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕໃດໆ ນັ້ນເທົ່າກັບເປັນການເກີດຂຶ້ນຂອງທຸກຂ໌, ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ແລະເປັນຄວາມປາກົດຂອງຊະຣາ ແລະມະຣະນະ.

- ນິທານ. ສັງ. ໑໖/໒໐໘/໔໑໔.

ຄວາມເພີນໃນທາຕສີ່ເທົ່າກັບຄວາມເພີນໃນທຸກຂ໌

ພິກຂຸ ທ. ! ຜູ້ໃດຍ່ອມເພີນໂດຍຍິ່ງ ຊຶ່ງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ຜູ້ນັ້ນຍ່ອມເພີນໂດຍຍິ່ງ ຊຶ່ງສິ່ງເປັນທຸກຂ໌. ເຮົາຍ່ອມກ່າວວ່າ “ຜູ້ໃດຍ່ອມເພີນໂດຍຍິ່ງ ຊຶ່ງສິ່ງເປັນທຸກຂ໌, ຜູ້ນັ້ນຍ່ອມບໍ່ຫຼຸດພົ້ນໄປໄດ້ຈາກທຸກຂ໌” ດັ່ງນີ້ແລ.

- ນິທານ. ສັງ. ໑໖/໒໐໘/໔໑໒.

ສະເໜ່ (ຄຸນ)-ໂທດ-ອຸບາຍເຄື່ອງພົ້ນໄປຂອງທາຕສີ່

ພິກຂຸ ທ. ! ຄັ້ງກ່ອນແຕ່ການຕຣັສຮູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຮູ້ ຍັງເປັນໂພທິສັຕ ຢູ່, ຄວາມສົງໄສໄດ້ເກີດຂຶ້ນແກ່ເຮົາວ່າ “ອັນໃດໜໍເປັນສະເໜ່ຂອງປະຖະວີ ທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ? ອັນໃດເປັນໂທດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ? ອັນໃດເປັນອຸບາຍເຄື່ອງອອກພົ້ນໄປໄດ້ຈາກ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ?”.

໑໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ຄວາມຮູ້ຂໍ້ນີ້ ໄດ້ເກີດຂຶ້ນແກ່ເຮົາວ່າ “ສຸຂໂສມະນັດສະໃດໆ ທີ່ອາໄສ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ແລ້ວເກີດຂຶ້ນ, ສຸຂແລະໂສມະນັດສະນີ້ແລ ເປັນ ສະເໜ່ ຂອງ ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ; ປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ດ້ວຍອາການໃດ, ອາການນີ້ແລ ເປັນ ໂທດຂອງປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ; ການນໍາອອກເສຍໄດ້ ຊຶ່ງຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈ ການລະຄວາມກໍາໜັດ ດ້ວຍອໍານາດຄວາມພໍໃຈ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕເສຍໄດ້ ດ້ວຍອຸບາຍໃດ, ອຸບາຍນີ້ແລ ເປັນ ອຸບາຍເຄື່ອງອອກພົ້ນໄປໄດ້ ຈາກປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ,” ດັ່ງນີ້ແລ.

- ນິທານ. ສັງ. ໑໖/໒໐໓/໔໐໔.

ຄວາມລັບຂອງທາຕສີ່

ພິກຂຸ ທ. ! ຖ້າຫາກ ສະເໜ່ ໃນປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ກໍາໜັດຍິນດີຍິ່ງ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້.ພິກຂຸ ທ. ! ແຕ່ເພາະເຫຕທີ່ສະເໜ່ໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງກໍາໜັດຍິນດີຍິ່ງ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕ.

ພິກຂຸ ທ. ! ຖ້າຫາກ ໂທດ ໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ນີ້ຈະບໍ່ໄດ້ມີຢູ່ແລ້ວນັ້ນ, ສັຕທັງຫຼາຍ ກໍຈະບໍ່ເບື່ອໜ່າຍ ໃນປະຖະວີທາຕ ອາໂປທາຕ ເຕໂຊທາຕ ແລະວາໂຍທາຕນີ້. ພິກຂຸ ທ. ! ແຕ່

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໖໑

ເພາະເຫຕທີ່ໂທດໃນ ປະຖະວີທາຕກໍດີ ອາໂປທາຕກໍດີ ເຕໂຊທາຕກໍດີ ແລະວາໂຍທາຕກໍດີ ມີຢູ່ແລ ສັຕທັງຫຼາຍຈຶ່ງເບື່ອໜ່າຍ ໃນປະຖະວີທາຕ ອາໂປທາຕເຕໂຊທາຕ ແລະວາໂຍທາຕ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ