ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ພິກຂຸຊື່ວ່າຜູ້ບໍ່ຮູ້ຈັກຮູບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸ ໃນກໍລະນີນີ້ ຍ່ອມບໍ່ຮູ້ຕາມເປັນຈິງວ່າ “ຮູບຊະນິດໃດຊະນິດໜຶ່ງ ນັ້ນຄືມະຫາພູຕະສີ່ຢ່າງ ແລະຮູບທີ່ອາໄສມະຫາພູຕະສີ່ຢ່າງ ເຫຼົ່ານັ້ນດ້ວຍ” ດັ່ງນີ້. ພິກຂຸ ທ. ! ນີ້ແລ ເອີ້ນວ່າ ພິກຂຸ ຜູ້ບໍ່ຮູ້ຈັກ ຮູບ.

- ເອກາທສກ. ອັງ. ໒໔/໓໗໘/໒໒໔.

ພິກຂຸ ທ. ! ພິກຂຸຊື່ວ່າຜູ້ຮູ້ຈັກຮູບ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍຣະນີນີ້ ຍ່ອມຮູ້ຕາມເປັນຈິງວ່າ “ຮູບຊະນິດໃດຊະນິດໜຶ່ງ ນັ້ນຄືມະຫາພູຕະສີ່ຢ່າງ ແລະຮູບທີ່ອາໄສມະຫາພູຕະສີ່ຢ່າງ ເຫຼົ່ານັ້ນດ້ວຍ” ດັ່ງນີ້. ພິກຂຸ ທ. ! ນີ້ແລ ເອີ້ນວ່າ ພິກຂຸ ຜູ້ຮູ້ຈັກ ຮູບ.

- ເອກາທສກ. ອັງ. ໒໔/໓໘໑/໒໒໔.

ມະຫາພູຕະ ຄື ທາຕສີ່

ພິກຂຸ ທ. ! ທາຕ ມີສີ່ຢ່າງ ເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ປະຖະວີທາຕຸ (ທາຕດິນ) ອາໂປທາຕຸ (ທາຕນໍ້າ) ເຕໂຊທາຕຸ (ທາຕໄຟ) ແລະວາໂຍທາຕຸ (ທາຕລົມ). ພິກຂຸ ທ. ! ເຫຼົ່ານີ້ແລ ຄື ທາຕສີ່ຢ່າງ.

- ນິທານ. ສັງ. ໑໖/໒໐໓/໔໐໓.

ພິກຂຸ ! ປະຖະວີທາຕ ເປັນແນວໃດໜໍ ? ປະຖະວີທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.

ພິກຂຸ ! ປະຖະວີທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນຂອງແຂງ ເປັນຂອງຫຍາບ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໕໗

ສະເພາະຕົນ ກ່າວຄືຜົມທັງຫຼາຍ ຂົນທັງຫຼາຍ ເລັບທັງຫຼາຍ ແຂ້ວທັງຫຼາຍ ໜັງ ຊີ້ນເນື້ອ ເອັນທັງຫຼາຍ ກະດູກທັງຫຼາຍ ເຍື່ອໃນກະດູກ ໄຕ ຫົວໃຈ ຕັບ ພັງຜືດ ມ້າມ ປອດ ລໍາໄສ້ສຸດ ອາຫາຣໃນກະເພາະ ອຸດຈາຣະ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ເອີ້ນວ່າ ປະຖະວີທາຕ ທີ່ເປັນໄປ ໃນພາຍໃນ. ພິກຂຸ ! ປະຖະວີທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະ ເອີ້ນວ່າ ປະຖະວີທາຕ.

- ອຸປຣິ. ມ. ໑໔/໔໓໗/໖໘໔.

ພິກຂຸ ທ. ! ອາໂປທາຕ ເປັນແນວໃດໜໍ ? ອາໂປທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.

ພິກຂຸ ທ. ! ອາໂປທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເອີບອາບ ປຽກຊຸ່ມ ອັນວິນຍານທາຕ ອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄື ນໍ້າບີ ນໍ້າສະເລດ ໜອງ ເລືອດ ເຫື່ອ ໄຂມັນ ນໍ້າຕາ ນໍ້າເຫຼືອງ ນໍ້າລາຍ ນໍ້າເມືອກ ນໍ້າມື່ນຫຼໍ່ລື່ນຂໍ້ ນໍ້າມູດ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ ເອີ້ນວ່າອາໂປທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ ! ອາໂປທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະເອີ້ນວ່າ ອາໂປທາຕ.

- ອຸປຣິ. ມ. ໑໔/໔໓໘/໖໘໕.

ພິກຂຸ ! ເຕໂຊທາຕ ເປັນແນວໃດໜໍ ? ເຕໂຊທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.

໑໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ! ເຕໂຊທາຕ ທີ່ເປັນໄປໃນພາຍໃນ ເປັນແນວໃດໜໍ ? ພິກຂຸ ! ສ່ວນໃດເປັນຂອງເຜົາ ເປັນຂອງໄໝ້ ອັນວິນຍານທາຕອາໄສແລ້ວ ຊຶ່ງມີຢູ່ໃນຕົນ ສະເພາະຕົນ ກ່າວຄືທາຕໄຟທີ່ຍັງກາຍໃຫ້ອົບອຸ່ນຢ່າງໜຶ່ງ, ທາຕໄຟທີ່ຍັງກາຍໃຫ້ຊະຣາ ຊຸດໂຊມຢ່າງໜຶ່ງ, ທາຕໄຟທີ່ຍັງກາຍໃຫ້ກະວົນກະວາຍຢ່າງໜຶ່ງ, ທາຕໄຟທີ່ເຮັດອາຫາຣ ຊຶ່ງກິນແລ້ວ ດື່ມແລ້ວ ຄ້ຽວແລ້ວ ຊິມແລ້ວ ໃຫ້ແປຮູບໄປດ້ວຍດີຢ່າງໜຶ່ງ; ຫຼືແມ່ນສ່ວນອື່ນອີກໃດໆ (ຊຶ່ງມີລັກສະນະເຊັ່ນດຽວກັນ). ພິກຂຸ ! ນີ້ ເອີ້ນວ່າ ເຕໂຊທາຕ ທີ່ເປັນໄປໃນພາຍໃນ. ພິກຂຸ! ເຕໂຊທາຕ ທີ່ເປັນໄປໃນພາຍໃນກໍຕາມ ທີ່ເປັນພາຍນອກກໍຕາມ; ນີ້ແຫຼະເອີ້ນວ່າ ເຕໂຊທາຕ.

- ອຸປຣິ. ມ. ໑໔/໔໓໘/໖໘໖.

ພິກຂຸ ! ວາໂຍທາຕ ເປັນແນວໃດໜໍ ? ວາໂຍທາຕ ທີ່ເປັນໄປໃນພາຍໃນກໍມີ, ທີ່ເປັນພາຍນອກກໍມີ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ