ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ສັຕທັງຫຼາຍຜູ້ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ ແລະຄວາມໂສກ ຄວາມຮໍ່າໄຮ ລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖນາ; ແມ່ນນີ້ ກໍເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.

- ມຫາ. ທີ. ໑໐/໓໔໓/໒໙໕.

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໕໓

ປັນຈຸປາທານຂັນທ໌

ພິກຂຸ ທ. ! ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານຂັນທ໌ ໄດ້ແກ່ສິ່ງເຫຼົ່ານີ້ຄື ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມ ຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ; ເຫຼົ່ານີ້ແລເອີ້ນວ່າ ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນຕົວທຸກຂ໌.

- ມຫາ. ທີ. ໑໐/໓໔໓/໒໙໕.

ນິດເທສະ ໑

ວ່າດ້ວຍປະເພດ ແລະອາການແຫ່ງທຸກຂ໌ຕາມຫຼັກທົ່ວໄປ

ຈົບ

໑໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິດເທສະ ໒ ວ່າດ້ວຍທຸກຂ໌ສະຫຼຸບໃນປັນຈຸປາທານຂັນທ໌

(ມີ ໙໕ ເລື່ອງ )

ພິກຂຸ ທ. ! ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານຂັນທ໌ນັ້ນໄດ້ແກ່ສິ່ງເຫຼົ່ານີ້ຄື ຂັນທ໌ອັນເປັນ ທີ່ຕັ້ງແຫ່ງຄວາມຢຶດໝັ້ນຄືຮູບ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ເວທະນາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ສັນຍາ, ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມ ຢຶດໝັ້ນຄື ສັງຂາຣ, ແລະຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຄື ວິນຍານ. ເຫຼົ່ານີ້ແລເອີ້ນວ່າ ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານຂັນທ໌ເປັນໂຕທຸກຂ໌.

- ມຫາ. ທີ. ໑໐/໓໔໓/໒໙໕.

ຕອນ ໑ ວ່າດ້ວຍເບັນຈະຂັນທ໌ໂດຍວິພາກ

(ກ.) ວິພາກແຫ່ງເບັນຈະຂັນທ໌

(ມີ ໕ ວິພາກ)

ພິກຂຸ ທ. ! ເບັນຈະຂັນທ໌ ເປັນແນວໃດໜໍ ?

ພິກຂຸ ທ. ! ຮູບຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີຕກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ຮູບຂັນທ໌.

ພິກຂຸ ທ. ! ເວທະນາ ຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີຕກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ເວທະນາຂັນທ໌.

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໕໕

ພິກຂຸ ທ. ! ສັນຍາຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼື ປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼື ປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ສັນຍາຂັນທ໌.

ພິກຂຸ ທ. ! ສັງຂາຣທັງຫຼາຍຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ສັງຂາຣະຂັນທ໌.

ພິກຂຸ ທ. ! ວິນຍານຊະນິດໃດຊະນິດໜຶ່ງມີຢູ່ ຈະເປັນອະດີຕ ອະນາຄົຕ ຫຼືປັຈຈຸບັນກໍຕາມ ເປັນພາຍໃນຫຼືພາຍນອກກໍຕາມ ຫຍາບຫຼືລະອຽດກໍຕາມ ຕໍ່າຊາມ ຫຼືປານີດກໍຕາມ ມີໃນທີ່ໄກຫຼືທີ່ໃກ້ກໍຕາມ; ນີ້ເອີ້ນວ່າ ວິນຍານຂັນທ໌.

ພິກຂຸ ທ. ! ເຫຼົ່ານີ້ເອີ້ນວ່າ ເບັນຈະຂັນທ໌.

- ຂັນທະ. ສັງ. ໑໗/໕໙/໙໕.

໑. ວິພາກແຫ່ງຮູບຂັນທ໌

ຮູບ ແລະຮູບອາໄສ

ພິກຂຸ ທ. ! ມະຫາພູຕະ (ທາຕຸ) ສີ່ຢ່າງ ແລະຮູບທີ່ອາໄສມະຫາພູຕະສີ່ຢ່າງ ເຫຼົ່ານັ້ນດ້ວຍ; ນີ້ເອີ້ນວ່າ ຮູບ.

- ນິທານ. ສັງ. ໑໖/໔/໑໔; ແລະ ຂັນທະ. ສັງ.໑໗/໗໒/໑໑໓.

໑໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ