ອະຣິຍະສັຈພາກຕົ້ນ
ໜ້າ/ 382
- ມຫາ. ທີ. ໑໐/໓໔໒/໒໙໕.
ຄວາມທຸກຂ໌ໃຈ
ພິກຂຸ ທ. ! ຄວາມທຸກຂ໌ໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມທົນໄດ້ຍາກທີ່ເປັນໄປທາງໃຈ ຄວາມບໍ່ຜາສຸຂທີ່ເປັນໄປທາງໃຈ ຄວາມທົນໄດ້ຍາກຄວາມຮູ້ສຶກອັນບໍ່ຜາສຸຂ ທີ່ເກີດແຕ່ຄວາມຄວາມກະທົບທາງໃຈ; ນີ້ເອີ້ນວ່າ ຄວາມທຸກຂ໌ໃຈ.
- ມຫາ. ທີ. ໑໐/໓໔໒/໒໙໕.
ຄວາມຄັບແຄ້ນໃຈ
ພິກຂຸ ທ. ! ຄວາມຄັບແຄ້ນໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມກຸ້ມໃຈ ຄວາມຄັບໃຈ ຄວາມເປັນຜູ້ກຸ້ມໃຈ ຄວາມເປັນຜູ້ຄັບໃຈ ຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດເຍື່ອງໃດເຍື່ອງໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມຄັບແຄ້ນໃຈ.
- ມຫາ. ທີ. ໑໐/໓໔໒/໒໙໕໕.
ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກ
ພິກຂຸ ທ. ! ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ?ພິກຂຸ ທ. ! ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະເຫຼົ່າໃດ ໃນໂລກນີ້ ທີ່ບໍ່ໜ້າປາຖະໜາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈ ມີແກ່ຜູ້ນັ້ນ ຫຼືວ່າຊົນເຫຼົ່າໃດ
ພາກ ໑ - ທຸກຂະອະຣິຢະສັຈຈະ ໑໕໑
ເປັນຜູ້ບໍ່ຫວັງປະໂຍຊນ໌ ບໍ່ຫວັງຄວາມເກື້ອກູນ ບໍ່ຫວັງຄວາມຜາສຸຂ ບໍ່ຫວັງຄວາມກະເສມຈາກເຄື່ອງຜູກມັດຕໍ່ເຂົາ, ການຕ້ອງໄປດ້ວຍກັນ ການຕ້ອງມາດ້ວຍກັນການຕ້ອງຢູ່ຮ່ວມກັນ ຄວາມຄະລົນກັບອາຣົມ ຫຼືບຸຄຄົລເຫຼົ່ານັ້ນ; ນີ້ເອີ້ນວ່າ ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌.
- ມຫາ. ທີ. ໑໐/໓໔໒/໒໙໕.
ຄວາມພັດພາກຈາກສິ່ງເປັນທີ່ຮັກ
ພິກຂຸ ທ. ! ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະເຫຼົ່າໃດ ໃນໂລກນີ້ ທີ່ໜ້າປາຖະໜາ ໜ້າຮັກໃຄ່ ໜ້າພໍໃຈມີແກ່ຜູ້ນັ້ນ ຫຼືວ່າຊົນເຫຼົ່າໃດເປັນຜູ້ຫວັງປະໂຍຊນ໌ ຫວັງຄວາມເກື້ອກູນ ຫວັງຄວາມຜາສຸຂ ຫວັງຄວາມກະເສມຈາກເຄື່ອງຜູກມັດຕໍ່ເຂົາ ເຊັ່ນມານດາບິດາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ມິຕ ອາມາດ ຍາດສາຍໂລຫິດກໍຕາມ, ການບໍ່ໄດ້ໄປຮ່ວມກັນ ການບໍ່ໄດ້ມາຮ່ວມກັນ ການບໍ່ໄດ້ຢູ່ຮ່ວມກັນ ຄວາມບໍ່ໄດ້ຄະລົນກັນກັບອາຣົມ ຫຼືບຸຄຄົລເຫຼົ່ານັ້ນ; ນີ້ເອີ້ນວ່າ ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌.
- ມຫາ. ທີ. ໑໐/໓໔໒/໒໙໕.
ຄວາມປາຖະໜາເຍື່ອງໃດແລ້ວບໍ່ໄດ້ເຍື່ອງນັ້ນ
ພິກຂຸ ທ. ! ຄວາມປາຖະໜາເຍື່ອງໃດແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມເກີດເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມເກີດເປັນທັມມະດາ
໑໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແລະຄວາມເກີດໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ; ນີ້ເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.
ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມແກ່ເປັນທັມມະດາ ຍ່ອມເກີດຄວາມປາຖນາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມແກ່ເປັນທັມມະດາ ແລະຄວາມແກ່ໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖນາ; ແມ່ນນີ້ກໍເອີ້ນວ່າ ຄວາມປາຖນາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.
ພິກຂຸ ທ. ! ສັຕທັງຫຼາຍ ຜູ້ມີຄວາມຕາຍເປັນທັມມະດາ ຍ່ອມເກີດຄວາມປາຖະໜາຂຶ້ນວ່າ “ໂອໜໍ ! ຂໍເຮົາບໍ່ຄວນເປັນຜູ້ມີຄວາມຕາຍເປັນທັມມະດາ ແລະ ຄວາມຕາຍໜໍ ກໍຈົ່ງຢ່າມີມາເຖິງເຮົາເລີຍ” ດັ່ງນີ້, ຂໍ້ນີ້ ບໍ່ແມ່ນສິ່ງທີ່ສັຕຈະບັນລຸໄດ້ ດ້ວຍຄວາມປາຖະໜາ; ແມ່ນນີ້ກໍເອີ້ນວ່າ ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນເປັນທຸກຂ໌.








