ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດອະນຸດ ຕະຣະທັມຈັກ ໃຫ້ເປັນໄປແລ້ວ ທີ່ປ່າອິສິປະຕະນະມິຄະທາຍະວັນ ໃກ້ນະຄອນພາຣານະສີ, ເປັນທັມຈັກທີ່ສະມະນະຫຼືພຣາມ, ເທບ ມາຣ ພຣົມ ຫຼືໃຜໆໃນໂລກ ຈະຕ້ານທານໃຫ້ໝູນກັບບໍ່ໄດ້ ຂໍ້ນີ້ຄື ການບອກ ການສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກ ແລະການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງເຫຼົ່ານີ້ແລ.

- ອຸປຣິ. ມ. ໑໔/໔໔໙/໖໙໙.

໑໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

໑໔໕

ພາກ ໑

ວ່າດ້ວຍ

ທຸກຂະອະຣິຢະສັຈຈະ ຄວາມຈິງອັນປະເສີດຄືທຸກຂ໌

໑໔໖

ພາກ ໑

ມີເລື່ອງ :- ນິດເທສະ ໑ ວ່າດ້ວຍປະເພດແລະອາການແຫ່ງທຸກຂ໌ຕາມຫຼັກທົ່ວໄປ ໑໒ ເລື່ອງ

ນິດເທສະ ໒ ວ່າດ້ວຍທຸກຂ໌ສະຫຼຸບໃນປັນຈຸປາທານະຂັນທ໌ ໙໕ ເລື່ອງ

ນິດເທສະ ໓ ວ່າດ້ວຍຫຼັກເລັກນ້ອຍກ່ຽວກັບຄວາມທຸກຂ໌ ໑໘ ເລື່ອງ

໑໔໗

ພາກ ໑

ວ່າດ້ວຍ

ທຸກຂະອະຣິຢະສັຈຈະ ຄວາມຈິງອັນປະເສີດຄືທຸກຂ໌

(ມີ ໓ ນິດເທສະ)

ອຸດເທສະແຫ່ງທຸກຂະອະຣິຢະສັຈຈະ

ພິກຂຸ ທ. ! ຄວາມຈິງອັນປະເສີດຄືທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມເກີດ ເປັນທຸກຂ໌, ຄວາມແກ່ ເປັນທຸກຂ໌, ຄວາມຕາຍ ເປັນທຸກຂ໌, ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ເປັນທຸກຂ໌, ຄວາມປະສົບດ້ວຍສິ່ງບໍ່ເປັນທີ່ຮັກ ເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກ ເປັນທຸກຂ໌, ຄວາມປາຖະໜາເຍື່ອງໃດ ແລ້ວບໍ່ໄດ້ເຍື່ອງນັ້ນ ເປັນທຸກຂ໌; ກ່າວໂດຍສະຫຼຸບແລ້ວ ປັນຈຸປາທານະຂັນທ໌ (ຂັນທ໌ຫ້າອັນເປັນທີ່ຕັ້ງແຫ່ງອຸປາທານ) ເປັນໂຕທຸກຂ໌; ນີ້ເອີ້ນວ່າ ຄວາມຈິງອັນປະເສີດຄື ທຸກຂ໌.

- ຕິກ. ອັງ. ໒໐/໒໒໗/໕໐໑.

໑໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ນິດເທສະແຫ່ງທຸກຂະອະຣິຢະສັຈຈະ

ນິດເທສະ ໑ ວ່າດ້ວຍປະເພດແລະອາການແຫ່ງທຸກຂ໌ຕາມຫຼັກທົ່ວໄປ

(ມີ ໑໒ ເລື່ອງ)

ຄວາມເກີດ

ພິກຂຸ ທ. ! ຄວາມເກີດ ເປັນແນວໃດໜໍ ? ພິກຂຸ ທ. ! ການເກີດ ການກໍາເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ຊຶ່ງອາຍະຕະນະທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມເກີດ.

- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມແກ່

ພິກຂຸ ທ. ! ຄວາມແກ່ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມເສື່ອມໄປແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມແກ່.

- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມຕາຍ

ພິກຂຸ ທ. ! ຄວາມຕາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍໄປ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ

ພາກ ໑ - ທຸກຂະອະຣິຢະສັຈຈະ ໑໔໙

ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີຄືຊີວິຕ ຈາກສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ; ນີ້ເອີ້ນວ່າ ຄວາມຕາຍ.

- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມໂສກ

ພິກຂຸ ທ. ! ຄວາມໂສກ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມໂສກ ຄວາມເສົ້າ ຄວາມເປັນຜູ້ເສົ້າ ຄວາມໂສກກຸ້ມກັດ ຄວາມໂສກສຸມກຸ້ມກັດຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດແນວໃດແນວໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມໂສກ.

- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມຮໍ່າໄຮລໍາພັນ

ພິກຂຸ ທ. ! ຄວາມຮໍ່າໄຮລໍາພັນ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຄໍ່າຄວນ ຄວາມຮໍ່າໄຮລໍາພັນ ການຄໍ່າຄວນ ການຮໍ່າໄຮລໍາພັນ ຄວາມເປັນຜູ້ຄໍ່າຄວນ ຄວາມເປັນຜູ້ຮໍ່າໄຮລໍາພັນຂອງບຸຄຄົລຜູ້ປະເຊີນແລ້ວ ດ້ວຍຄວາມວິບັດແນວໃດແນວໜຶ່ງ ອັນຄວາມທຸກຂ໌ຊະນິດໃດຊະນິດໜຶ່ງກະທົບແລ້ວ; ນີ້ເອີ້ນວ່າ ຄວາມຮໍ່າໄຮລໍາພັນ.

- ມຫາ. ທີ. ໑໐/໓໔໑/໒໙໕.

ຄວາມທຸກຂ໌ກາຍ

ພິກຂຸ ທ. ! ຄວາມທຸກຂ໌ກາຍ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມທົນໄດ້ຍາກທີ່ເປັນໄປທາງກາຍ ຄວາມບໍ່ຜາສຸຂທີ່ເປັນໄປທາງກາຍ ຄວາມທົນໄດ້ຍາກ

໑໕໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມຮູ້ສຶກອັນບໍ່ຜາສຸຂ ທີ່ເກີດແຕ່ຄວາມກະທົບທາງກາຍ; ນີ້ເອີ້ນວ່າ ຄວາມທຸກຂ໌ກາຍ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ