ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ທຸກຂະນິໂຣທະອະຣິຍະສັຈຈ໌ ເປັນແນວໃດໜໍ ? ເພາະຄວາມຈາງຄາຍ ດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະມີຄວາມດັບແຫ່ງ ວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງຄວາມດັບແຫ່ງເວທະນາ; ເພາະ ມີຄວາມດັບແຫ່ງເວທະນາຈຶ່ງ ຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ, ຊະຣາມະຣະນະໂສກະປະຣິເທວະທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະອະຣິຍະສັຈຈ໌.
ພິກຂຸ ທ. ! ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌ ເປັນແນວໃດໜໍ ? ມັຄອັນປະເສີດ ປະກອບດ້ວຍອົງຄ໌ ໘ ປະການນີ້ ນັ້ນເອງ,
໑໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌.
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ຄືອະຣິຍະສັຈຈ໌ທັງຫຼາຍ ໔ປະການ” ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້ ດັ່ງນີ້ ອັນໃດ ອັນເຮົາກ່າວແລ້ວ; ຂໍ້ນັ້ນ ເຮົາກ່າວໝາຍເຖິງ ຂໍ້ຄວາມດັ່ງກ່າວມານີ້, ດັ່ງນີ້ແລ.
- ຕິກ. ອັງ. ໒໐/໒໒໗-໒໒໘/໕໐໑.
ພາກນໍາ
ວ່າດ້ວຍຂໍ້ຄວາມທີ່ຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ
ຈົບ
໑໔໑
ຄໍາຊີ້ຊວນວິງວອນ
ພິກຂຸ ທ. ! ໂຢຄະກັມ ອັນເຈົ້າຕ້ອງປະພຶດ ເພື່ອໃຫ້ຮູ້ວ່າ
“ນີ້ທຸກຂ໌ ນີ້ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ຄວາມດັບສະນິດແຫ່ງທຸກຂ໌
ນີ້ທາງໃຫ້ເຖິງຄວາມດັບສະນິດແຫ່ງທຸກຂ໌.”
ເທສິຕັງ ໂວ ມະຢາ ນິບພານັງ ເທສິໂຕ ນິພພານະຄາມິມັກໂຄ
ນິພພານ ເຮົາໄດ້ສະແດງແລ້ວ,
ທາງໃຫ້ເຖິງນິພພານ ເຮົາກໍໄດ້ສະແດງແລ້ວ ແກ່ເຈົ້າທັງຫຼາຍ.
ກິດໃດ ທີ່ສາສດາຜູ້ອິດູ ສະແຫວງຫາປະໂຍຊນ໌ເກື້ອກູນ
ອາໄສຄວາມອິດູແລ້ວ ຈະຕ້ອງເຮັດ ແກ່ສາວົກທັງຫຼາຍ,
ກິດນັ້ນ ເຮົາໄດ້ເຮັດແລ້ວແກ່ພວກເຈົ້າ.
ນັ້ນເຫງົ້າໄມ້ ; ນັ້ນເຮືອນວ່າງ.
ພວກເຈົ້າຈົ່ງພຽນເຜົາກິເລສ, ຢ່າໄດ້ປະມາດ,
ຢ່າເປັນຜູ້ທີ່ຕ້ອງຮ້ອນໃຈ ໃນພາຍຫລັງເລີຍ.
ອະຢັງ ໂວ ອັມຫາກັງ ອະນຸສາສນີ
ນີ້ແຫຼະ ວາຈາເຄື່ອງກ່າວພໍ່າສອນຂອງເຮົາ ແກ່ເຈົ້າທັງຫຼາຍ.
(ມຫາວາຣ. ສັງ. - ສະລາ. ສັງ.)
໑໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
໑໔໓
ອຸດເທສະແຫ່ງຈະຕຸຣາຣິຢະສັຈຈະ
ພິກຂຸ ທ. ! ຕະຖາຄົຕ ຜູ້ອະຣະຫັນຕະສັມມາສັມພຸດທະ ໄດ້ປະກາດອະນຸດຕະຣະທັມຈັກ ໃຫ້ເປັນໄປແລ້ວ ທີ່ປ່າອິສິປະຕະນະມິຄະທາຍະວັນ ໃກ້ນະຄອນພາຣານະສີ, ເປັນທັມຈັກທີ່ສະມະນະຫຼືພຣາມ, ເທບ ມາຣ ພຣົມ ຫຼືໃຜໆໃນໂລກ ຈະຕ້ານທານໃຫ້ໝູນກັບບໍ່ໄດ້ ຂໍ້ນີ້ຄື ການບອກ ການສະແດງ ການບັນຍັຕ ການແຕ່ງຕັ້ງ ການເປີດເຜີຍ ການຈໍາແນກ ແລະການເຮັດໃຫ້ເຂົ້າໃຈໄດ້ງ່າຍ ຊຶ່ງຄວາມຈິງອັນປະເສີດສີ່ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງໄດ້ແກ່ ຄວາມຈິງອັນປະເສີດຄືທຸກຂ໌, ຄວາມຈິງອັນປະເສີດຄືເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມຈິງອັນປະເສີດຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະ ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.








