ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຄວາມຕັ້ງໃຈໝັ້ນຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດແລ້ວຈາກກາມທັງຫຼາຍ ສະງັດແລ້ວຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງຊານທີໜຶ່ງ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ເພາະວິຕົກວິຈາຣລະງັບລົງ, ເຂົາເຂົ້າເຖິງຊານທີສອງ ອັນເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິເປັນທັມອັນເອກຜຸດຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິ ແລະສຸຂ ອັນເກີດແຕ່ສະມາທິແລ້ວແລຢູ່. ເພາະປີຕິຈາງຫາຍໄປ, ເຂົາເປັນຜູ້ເພັ່ງເສີຍຢູ່ໄດ້ ມີສະຕິ ມີຄວາມຮູ້ສຶກໂຕທົ່ວພ້ອມ ແລະໄດ້ສະເຫວີຍສຸຂດ້ວຍນາມກາຍ ຍ່ອມເຂົ້າເຖິງຊານທີສາມ ອັນເປັນຊານທີ່ພຣະອະຣິຍະເຈົ້າທັງຫຼາຍ ກ່າວສັນເສີນຜູ້ໄດ້ບັນລຸວ່າ “ເປັນຜູ້ເສີຍຢູ່ໄດ້ ມີສະຕິ ມີຄວາມຢູ່ເປັນປົກກະຕິສຸຂ” ແລ້ວແລຢູ່ ເພາະລະສຸຂ ແລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍແຫ່ງໂສມະນັດສະ ແລະໂທມະນັດສະໃນກາລກ່ອນ ເຂົາຍ່ອມເຂົ້າເຖິງຊານທີສີ່ ອັນບໍ່ທຸກຂ໌ ແລະບໍ່ສຸຂ ມີແຕ່ສະຕິ ອັນບໍຣິສຸດເພາະອຸເປກຂາ ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວວາມຕັ້ງໃຈໝັ້ນຊອບ.
ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
- ມຫາ. ທີ. ໑໐/໓໔໐-໓໕໐/໒໙໔-໒໙໙.
໑໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອະຣິຍະສັຈຈ໌ສີ່ ທີ່ຊົງສະແດງໂດຍພິສະດານ (ນັຍທີສອງ)
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ຄືອະຣິຍະສັຈຈ໌ທັງຫຼາຍ ໔ປະການ” ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້. ຂໍ້ນີ້ເປັນທັມທີ່ເຮົາກ່າວແລ້ວດັ່ງນີ້ ເຮົາອາໄສຊຶ່ງອັນໃດໜໍ ຈຶ່ງກ່າວແລ້ວເຊັ່ນນີ້ ? ພິກຂຸ ທ. ! ເພາະອາໄສຊຶ່ງທາຕທັງຫຼາຍ ໖ ປະການ ການກ້າວລົງສູ່ຄັນ ຍ່ອມມີ; ເມື່ອການກ້າວລົງສູ່ຄັນມີຢູ່, ນາມຮູບຍ່ອມມີ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ. ພິກຂຸ ທ. ! ເຮົາຍ່ອມບັນຍັຕວ່າ “ນີ້ເປັນຄວາມທຸກຂ໌” ດັ່ງນີ້; ວ່າ “ນີ້ເປັນທຸກຂະສະມຸທັຍ” ດັ່ງນີ້; ວ່າ “ນີ້ເປັນທຸກຂະນິໂຣດ” ດັ່ງນີ້; ວ່າ “ນີ້ເປັນທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້; ແກ່ສັຕຜູ້ສາມາດສະເຫວີຍເວທະນາ.
ພິກຂຸ ທ. ! ທຸກຂະອະຣິຢະສັຈຈະ ເປັນແນວໃດໜໍ ? ແມ່ນວ່າຄວາມເກີດກໍເປັນທຸກຂ໌, ແມ່ນວ່າຄວາມແກ່ກໍເປັນທຸກຂ໌, ແມ່ນວ່າຄວາມຕາຍກໍເປັນທຸກຂ໌, ແມ່ນວ່າໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍເປັນທຸກຂ໌, ການພົບພໍ້ກັບສິ່ງບໍ່ເປັນທີ່ຮັກເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌, ປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນ ນັ້ນກໍເປັນທຸກຂ໌ : ກ່າວໂດຍຫຍໍ້ ປັນຈຸປາທານະຂັນທ໌ທັງຫຼາຍ ເປັນທຸກຂ໌. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະອະຣິຢະສັຈຈະ.
ພິກຂຸ ທ. ! ທຸກຂະສະມຸທະຢະອະຣິຢະສັຈຈະ ເປັນແນວໃດໜໍ ? ເພາະມີອະວິຊຊາ ເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໓໙
ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະສະມຸທະຢະອະຣິຢະສັຈຈະ.








