ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໓໕

໔. ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌

ພິກຂຸ ທ. ! ກໍອະຣິຍະສັຈຈ໌ຄື ຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຫົນທາງອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນີ້ເອງ, ອົງຄ໌ແປດຄື ຄວາມເຫັນຊອບ ຄວາມດໍາຣິຊອບ ວາຈາຊອບ ການງານຊອບ ອາຊີວະຊອບ ຄວາມພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.

ພິກຂຸ ທ. ! ຄວາມເຫັນຊອບ ເປັນແນວໃດ ? ພິກຂຸ ທ. ! ຄວາມຮູ້ໃນທຸກຂ໌ ຄວາມຮູ້ໃນເຫຕໃຫ້ເກີດແຫ່ງທຸກຂ໌ ຄວາມຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຮູ້ໃນຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອັນໃດ, ນີ້ເຮົາກ່າວວ່າ ຄວາມເຫັນຊອບ.

ພິກຂຸ ທ. ! ຄວາມດໍາຣິຊອບ ເປັນແນວໃດ ? ພິກຂຸ ທ. ! ຄວາມດໍາຣິໃນການອອກ (ຈາກກາມ) ຄວາມດໍາຣິໃນການບໍ່ພະຍາບາດ ຄວາມດໍາຣິໃນການບໍ່ບຽດບຽນ, ນີ້ເຮົາກ່າວວ່າ ຄວາມດໍາຣິຊອບ.

ພິກຂຸ ທ. ! ວາຈາຊອບ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການເວົ້າຕົວະ ການເວັ້ນຈາກການເວົ້າຍຸແຍ່ໃຫ້ແຕກກັນ ການເວັ້ນຈາກການເວົ້າຫຍາບ ການເວັ້ນຈາກການເວົ້າໂລເລ, ນີ້ເຮົາກ່າວວ່າ ວາຈາຊອບ.

ພິກຂຸ ທ. ! ການງານຊອບ ເປັນແນວໃດ ? ພິກຂຸ ທ. ! ການເວັ້ນຈາກການຂ້າສັຕ ການເວັ້ນຈາກການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ການເວັ້ນຈາກການປະພຶດຜິດໃນກາມທັງຫຼາຍ, ນີ້ເຮົາກ່າວວ່າ ການງານຊອບ.

໑໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ອາຊີວະຊອບ ເປັນແນວໃດ ? ພິກຂຸ ທ. ! ອະຣິຍະສາວົກໃນກໍລະນີນີ້ ລະການຫາລ້ຽງຊີບທີ່ຜິດເສຍ ສໍາເລັດຄວາມເປັນຢູ່ ດ້ວຍການຫາລ້ຽງຊີບທີ່ຊອບ, ນີ້ເຮົາກ່າວວ່າ ອາຊີວະຊອບ.

ພິກຂຸ ທ. ! ຄວາມພຽນຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມບໍ່ບັງເກີດຂຶ້ນ ແຫ່ງອະກຸສົລທັມທັງຫຼາຍອັນລາມົກ ທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອການລະເສຍຊຶ່ງອະກຸສົລທັມທັງຫຼາຍ ອັນລາມົກ ທີ່ບັງເກີດຂຶ້ນແລ້ວ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ເພື່ອການບັງເກີດຂຶ້ນ ແຫ່ງກຸສົລທັມທັງຫຼາຍ ທີ່ຍັງບໍ່ໄດ້ບັງເກີດ; ຍ່ອມປຸກຄວາມພໍໃຈ ຍ່ອມພະຍາຍາມ ຍ່ອມປາຣົບຄວາມພຽນ ຍ່ອມປະຄັບປະຄອງຈິຕ ຍ່ອມຕັ້ງຈິຕໄວ້ ເພື່ອຄວາມຢັ້ງຢືນ ຄວາມບໍ່ລືມເລືອນ ຄວາມງອກງາມຍິ່ງຂຶ້ນ ຄວາມໄພບູນ ຄວາມຈະເຣີນ ຄວາມເຕັມຮອບແຫ່ງກຸສົລທັມທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມພຽນຊອບ.

ພິກຂຸ ທ. ! ຄວາມລະນຶກຊອບ ເປັນແນວໃດ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິ ພິຈາຣະນາເຫັນກາຍໃນກາຍຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້; ເປັນຜູ້ມີປົກກະຕິ ພິຈາຣະນາເຫັນເວທະນາໃນເວທະນາທັງຫຼາຍຢູ່,ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້; ເປັນຜູ້ມີປົກກະຕິ ພິຈາຣະນາເຫັນຈິຕໃນຈິຕຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້;

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໓໗

ເປັນຜູ້ມີປົກກະຕິ ພິຈາຣະນາເຫັນທັມໃນທັມທັງຫຼາຍຢູ່, ມີຄວາມພຽນເຄື່ອງເຜົາບາບ ມີຄວາມຮູ້ສຶກໂຕທົ່ວພ້ອມ ມີສະຕິ ນໍາເອົາຄວາມພໍໃຈ ແລະຄວາມບໍ່ພໍໃຈໃນໂລກ ອອກເສຍໄດ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ຄວາມລະນຶກຊອບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ