ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ພິກຂຸເປັນຜູ້ມີປົກກະຕິ ພິຈາຣະນາເຫັນທັມໃນທັມ ທ. ຄື ອະຣິຍະສັຈຈ໌ ໔ ຢ່າງຢູ່ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືເຫຕໃຫ້ເກີດແຫ່ງທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືຫົນທາງເປັນເຄື່ອງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”

໑. ທຸກຂະອະຣິຢະສັຈຈະ

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄືທຸກຂ໌ນັ້ນ ເປັນແນວໃດໜໍ ? ຄວາມເກີດກໍເປັນທຸກຂ໌, ຄວາມແກ່ກໍເປັນທຸກຂ໌, ຄວາມຕາຍກໍເປັນທຸກຂ໌, ຄວາມໂສກ ຄວາມຮໍ່າໄຮລໍາພັນ

໑໒໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈກໍເປັນທຸກຂ໌, ຄວາມຄະຣົນດ້ວຍສິ່ງບໍ່ເປັນທີ່ຮັກກໍເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກກໍເປັນທຸກຂ໌, ຄວາມທີ່ຕົນປາຖະໜາແລ້ວ ບໍ່ໄດ້ສິ່ງນັ້ນສົມຫວັງກໍເປັນທຸກຂ໌, ກ່າວໂດຍຫຍໍ້ ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖືທັງ ໕ ເປັນທຸກຂ໌.

ພິກຂຸ ທ. ! ຄວາມເກີດ ເປັນແນວໃດໜໍ ? ພິກຂຸ ທ. ! ການເກີດ ການກໍາເນີດ ການກ້າວລົງ (ສູ່ຄັນ) ການບັງເກີດ ການບັງເກີດໂດຍຍິ່ງ ພາວະແຫ່ງຄວາມປາກົດຂອງຂັນທ໌ທັງຫຼາຍ ການທີ່ສັຕໄດ້ອາຍະຕະນະທັງຫຼາຍໃນຈໍາພວກສັຕນັ້ນໆ ຂອງສັຕນັ້ນໆ, ນີ້ເຮົາເອີ້ນວ່າ ຄວາມເກີດ.

ພິກຂຸ ທ. ! ຄວາມແກ່ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມມີໜັງຫ່ຽວ ຄວາມໝົດສິ້ນໄປໆແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕເຫຼົ່ານັ້ນໆ, ນີ້ເຮົາເອີ້ນວ່າ ຄວາມແກ່.

ພິກຂຸ ທ. ! ຄວາມຕາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ ທ. ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄືຊີວິຕຈາກຈໍາພວກສັຕນັ້ນໆ ຂອງສັຕເຫຼົ່ານັ້ນໆ, ນີ້ເຮົາເອີ້ນວ່າ ຄວາມຕາຍ.

ພິກຂຸ ທ. ! ຄວາມໂສກ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມໂສກ ການໂສກ ພາວະແຫ່ງການໂສກ ຄວາມໂສກໃນພາຍໃນ ຄວາມໂສກທົ່ວໃນພາຍໃນຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນຄວາມທຸກຂ໌ເຍື່ອງໃດ ເຍື່ອງໜຶ່ງກະທົບແລ້ວ, ນີ້ເຮົາເອີ້ນວ່າ ຄວາມໂສກ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໒໗

ພິກຂຸ ທ. ! ຄວາມຮໍ່າໄຮລໍາພັນ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມຄໍ່າຄວນ ຄວາມຮໍ່າໄຮລໍາພັນ ການຄໍ່າຄວນ ການຮໍ່າໄຮລໍາພັນ ພາວະແຫ່ງຜູ້ຄໍ່າຄວນ ພາວະແຫ່ງຜູ້ຮໍ່າໄຮລໍາພັນ ຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນຄວາມທຸກຂ໌ເຍື່ອງໃດເຍື່ອງໜຶ່ງກະທົບແລ້ວ. ນີ້ເຮົາເອີ້ນວ່າ ຄວາມຮໍ່າໄຮລໍາພັນ.

ພິກຂຸ ທ. ! ຄວາມທຸກຂ໌ກາຍ ເປັນແນວໃດໜໍ ? ພິກຂຸ ທ. ! ການທົນໄດ້ຍາກ ທີ່ເປັນໄປທາງກາຍ ການບໍ່ດີ (ຄືບໍ່ສະບາຍເປັນປົກກະຕິ) ທີ່ເປັນໄປທາງກາຍ ການທົນຍາກທີ່ເກີດແຕ່ຄວາມກະທົບທາງກາຍ ຄວາມຮູ້ສຶກທີ່ບໍ່ດີ ອັນເກີດແຕ່ຄວາມກະທົບທາງກາຍໃດໆ, ນີ້ເຮົາເອີ້ນວ່າ ຄວາມທຸກຂ໌ກາຍ.

ພິກຂຸ ທ. ! ຄວາມທຸກຂ໌ໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ການທົນຍາກທີ່ເປັນໄປທາງໃຈ ການບໍ່ດີ (ຄືບໍ່ສະບາຍເປັນປົກກະຕິ) ທີ່ເປັນໄປທາງໃຈ ການທົນຍາກທີ່ເກີດແຕ່ຄວາມກະທົບທາງໃຈ ຄວາມຮູ້ສຶກທີ່ບໍ່ດີ ອັນເກີດແຕ່ຄວາມກະທົບທາງໃຈໃດໆ, ນີ້ເຮົາເອີ້ນວ່າ ຄວາມທຸກຂ໌ໃຈ.

ພິກຂຸ ທ. ! ຄວາມຄັບແຄ້ນໃຈ ເປັນແນວໃດໜໍ ? ພິກຂຸ ທ. ! ຄວາມກຸ້ມໃຈ ຄວາມຄັບແຄ້ນໃຈ ພາວະແຫ່ງຜູ້ກຸ້ມໃຈ ພາວະແຫ່ງຜູ້ຄັບແຄ້ນໃຈ ຂອງບຸຄຄົລຜູ້ປະກອບແລ້ວ ດ້ວຍຄວາມຈິບຫາຍອັນໃດອັນໜຶ່ງ ຫຼືຂອງບຸຄຄົລຜູ້ອັນທຸກຂ໌ເຍື່ອງໃດ ເຍື່ອງໜຶ່ງກະທົບແລ້ວ, ນີ້ເຮົາເອີ້ນວ່າ ຄວາມຄັບແຄ້ນໃຈ.

ພິກຂຸ ທ. ! ຄວາມຄະລົນດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ ອາຣົມຄື ຮູບ ກິ່ນ ສຽງ ຣົສ ໂຜຕຖັພພະ ເຫຼົ່ານັ້ນ

໑໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ