ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໒໓

ພິກຂຸ ທ. ! ອັນຕະຄືສັກກາຢະສະມຸທັຍ ເປັນແນວໃດໜໍ ? ຄືຕັນຫາ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ປະກອບດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ມີປົກກະຕິເຮັດໃຫ້ເພີດເພີນດຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ຕັນຫາເຫຼົ່ານີ້ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອັນຕະ ຄື ສັກກາຢະສະມຸທັຍ.

ພິກຂຸ ທ. ! ອັນຕະຄືສັກກາຢະນິໂຣດ ເປັນແນວໃດໜໍ ? ຄືຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ຄວາມສະລະຖິ້ມ ຄວາມໂຍນຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສ ຊຶ່ງຕັນຫານັ້ນນັ້ນແຫຼະ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອັນຕະ ຄື ສັກກາຢະນິໂຣດ.

ພິກຂຸ ທ. ! ອັນຕະຄືສັກກາຢະນິໂຣທະຄາມິນີປະຕິປະທາ ເປັນແນວໃດໜໍ ? ຄື ຫົນທາງອັນປະເສີດ ຊຶ່ງປະກອບດ້ວຍອົງຄ໌ແປດປະການນີ້ເອງ ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອັນຕະ ຄື ສັກກາຢະນິໂຣທະຄາມິນີປະຕິປະທາ.

ພິກຂຸ ທ. ! ອັນຕະ ໔ ຢ່າງ ເຫຼົ່ານີ້ແລ.

- ຂັນທະ. ສັງ. ໑໗/໑໙໒/໒໗໔-໒໗໘.

ຂະຫຍາຍຄວາມຂອງຈະຕຸຣາຣິຢະສັຈຈະ (ອີກນັຍໜຶ່ງ)

(ຊົງສະແດງດ້ວຍຄວາມວ່າສັກກາຍະ)

ພິກຂຸ ທ. ! ເຮົາຈະສະແດງ ຊຶ່ງສັກກາຢະ ສັກກາຢະສະມຸທັຍ ສັກກາຢະນິໂຣດ ແລະສັກກາຢະນິໂຣທະຄາມິນີປະຕິປະທາ ແກ່ພວກເຈົ້າ. ເຈົ້າທັງຫຼາຍຈົ່ງຟັງຄວາມຂໍ້ນັ້ນ.

໑໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ສັກກາຢະ ເປັນແນວໃດໜໍ ? ຄວນຈະກ່າວວ່າ ໄດ້ແກ່ອຸປາທານຂັນທ໌ຫ້າ. ອຸປາທານຂັນທ໌ຫ້າເຫຼົ່າໃດໜໍ ? ອຸປາທານຂັນທ໌ຫ້າຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະ.

ພິກຂຸ ທ. ! ສັກກາຢະສະມຸທັຍ ເປັນແນວໃດໜໍ ? ຄື ຕັນຫາອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ມີປົກກະຕິເຮັດໃຫ້ເພີນຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ຕັນຫາເຫຼົ່ານີ້ ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະສະມຸທັຍ.

ພິກຂຸ ທ. ! ສັກກາຢະນິໂຣດ ເປັນແນວໃດໜໍ ? ຄື ຄວາມຈາງຄາຍດັບໄປໂດຍບໍ່ເຫຼືອ ຄວາມສະລະຖິ້ມ ຄວາມໂຍນຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສ ຊຶ່ງຕັນຫານັ້ນ ນັ້ນແຫຼະ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະນິໂຣດ.

ພິກຂຸ ທ. ! ສັກກາຢະນິໂຣທະຄາມິນີປະຕິປະທາ ເປັນແນວໃດໜໍ ? ຄື ຫົນທາງອັນປະເສີດ ຊຶ່ງປະກອບດ້ວຍອົງຄ໌ແປດປະການກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ສັກກາຢະນິໂຣທະຄາມິນີປະຕິປະທາ, ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໙໓/໒໘໔-໒໘໘.

ຂະຫຍາຍຄວາມຂອງຈະຕຸຣາຣິຢະສັຈຈະ (ອີກນັຍໜຶ່ງ)

(ຊົງສະແດງດ້ວຍຄໍາວ່າໂລກ)

ພິກຂຸ ທ. ! ໂລກ ເປັນສິ່ງທີ່ຕະຖາຄົຕໄດ້ຮູ້ພ້ອມສະເພາະແລ້ວ, ຕະຖາຄົຕເປັນຜູ້ຖອນຕົນຈາກໂລກໄດ້ແລ້ວ. ເຫຕໃຫ້ເກີດໂລກ ເປັນສິ່ງທີ່ຕະຖາຄົຕໄດ້ຮູ້ພ້ອມ

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໒໕

ສະເພາະແລ້ວ. ຕະຖາຄົຕລະເຫຕໃຫ້ເກີດໂລກໄດ້ແລ້ວ. ຄວາມດັບບໍ່ເຫຼືອແຫ່ງໂລກ ເປັນສິ່ງທີ່ຕະຖາຄົຕຮູ້ພ້ອມສະເພາະແລ້ວ, ຕະຖາຄົຕເຮັດໃຫ້ແຈ້ງຄວາມດັບບໍ່ເຫຼືອແຫ່ງໂລກໄດ້ແລ້ວ. ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງໂລກເປັນສິ່ງທີ່ຕະຖາຄົຕຮູ້ພ້ອມສະເພາະແລ້ວ. ຕະຖາຄົຕເຮັດໃຫ້ເກີດມີຂຶ້ນໄດ້ແລ້ວຊຶ່ງທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງໂລກນັ້ນ.

- ອິຕິວຸ. ຂຸ. ໒໕/໓໒໑/໒໙໓.

.... ແນະເຈົ້າ ! ໃນຮ່າງກາຍທີ່ຍາວວາໜຶ່ງ ຊຶ່ງປະກອບດ້ວຍສັນຍາ ແລະໃຈນີ້ເອງ ເຮົາໄດ້ບັນຍັຕໂລກ, ເຫຕເກີດຂອງໂລກ, ຄວາມດັບບໍ່ເຫຼືອຂອງໂລກ, ແລະທາງໃຫ້ເຖິງຄວາມດັບບໍ່ເຫຼືອຂອງໂລກໄວ້.

- ຈຕຸກກະ. ອັງ. ໒໑/໖໔/໔໖.

ອະຣິຍະສັຈຈ໌ສີ່ ທີ່ຊົງສະແດງໂດຍພິສະດານ (ນັຍທີໜຶ່ງ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ