ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອັນເປັນທີ່ບໍ່ໜ້າປາຖະໜາ ໜ້າຮັກໃຄ່ພໍໃຈແກ່ຜູ້ໃດ ຫຼືວ່າຊົນເຫຼົ່າໃດເປັນຜູ້ບໍ່ຫວັງປະໂຍຊນ໌ ບໍ່ຫວັງຄວາມເກື້ອກູນ ບໍ່ຫວັງຄວາມຜາສຸຂ ບໍ່ຫວັງຄວາມກະເສມຈາກເຄື່ອງຜູກຮັດຕໍ່ເຂົາ. ການທີ່ໄປດ້ວຍກັນ ການມາດ້ວຍກັນ ການຢຸດຢູ່ຮ່ວມກັນຄວາມຄະລົນດ້ວຍອາຣົມ ຫຼືບຸຄຄົລເຫຼົ່ານັ້ນ, ນີ້ເຮົາເອີ້ນວ່າ ຄວາມຄະລົນດ້ວຍສິ່ງບໍ່ເປັນທີ່ຮັກເປັນທຸກຂ໌.

ພິກຂຸ ທ. ! ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ໃນໂລກນີ້ອາຣົມ ຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະ ເຫຼົ່ານັ້ນ ອັນເປັນທີ່ໜ້າປາຖະໜາຮັກໃຄ່ພໍໃຈຂອງຜູ້ໃດ ຫຼືວ່າຊົນເຫຼົ່າໃດ ເປັນຜູ້ຫວັງປະໂຍຊນ໌ ຫວັງຄວາມເກື້ອກູນ ຫວັງຄວາມຜາສຸຂ ຫວັງຄວາມກະເສມຈາກເຄື່ອງຜູກຮັດຕໍ່ເຂົາ ຄືມານດາ ບິດາ ອ້າຍນ້ອງຊາຍ ເອື້ອຍນ້ອງຍິງ ມິຕ ອາມາດ ຍາດສາຍໂລຫິດກໍຕາມ, ການທີ່ບໍ່ໄດ້ໄປຮ່ວມ ການທີ່ບໍ່ໄດ້ມາຮ່ວມ ການບໍ່ໄດ້ຢຸດຢູ່ຮ່ວມ ບໍ່ໄດ້ຄະລົນດ້ວຍອາຣົມ ຫຼືບຸຄຄົລເຫຼົ່ານັ້ນ, ນີ້ເຮົາເອີ້ນວ່າ ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌.

ພິກຂຸ ທ. ! ຄວາມທີ່ສັຕປາຖະໜາແລ້ວ ບໍ່ໄດ້ສິ່ງນັ້ນສົມຫວັງເປັນທຸກຂ໌ ເປັນແນວ ໃດ ? ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ສັຕ ຜູ້ມີຄວາມເກີດເປັນທັມມະດາດັ່ງນີ້ວ່າ “ໂອໜໍ ! ຂໍເຮົາ ທ. ບໍ່ຄວນເປັນຜູ້ມີຄວາມເກີດເປັນທັມມະດາ ແລະຄວາມເກີດບໍ່ຄວນມາເຖິງເຮົາ ທ. ໜໍ,” ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ. ເຖິງແມ່ນນີ້ ກໍຊື່ວ່າປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌. ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ສັຕ ຜູ້ມີຄວາມແກ່ເປັນທັມມະດາ ດັ່ງນີ້ວ່າ “ໂອໜໍ ! ຂໍເຮົາ ທ. ບໍ່ຄວນເປັນຜູ້ມີຄວາມແກ່ເປັນທັມມະດາ ແລະຄວາມແກ່ບໍ່ຄວນມາເຖິງເຮົາ ທ. ໜໍ,” ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖະໜາ. ເຖິງແມ່ນນີ້ກໍຊື່ວ່າ ປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໒໙

ພິກຂຸ ທ. ! ຄວາມປາຖະໜາເກີດຂຶ້ນແກ່ໝູ່ສັຕ ຜູ້ມີຄວາມເຈັບປ່ວຍເປັນທັມມະດາ.... ມີຄວາມຕາຍເປັນທັມມະດາ.... ມີຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ... (ຄວາມດັ່ງດຽວກັນກັບເບື້ອງຕົ້ນ)... ກໍຂໍ້ນີ້ ບໍ່ແມ່ນສັຕຈະບັນລຸໄດ້ດ້ວຍຄວາມປາຖນາ. ເຖິງແມ່ນນີ້ ກໍຊື່ວ່າປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌.

ພິກຂຸ ທ. ! ກ່າວໂດຍຫຍໍ້ ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖືທັງ ໕ ເປັນທຸກຂ໌ ເປັນແນວໃດໜໍ ? ນີ້ຄື ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ຮູບ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ເວທະນາ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ສັນຍາ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ສັງຂາຣ, ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືໄດ້ແກ່ ວິນຍານ. ພິກຂຸ ທ. ! ເຫຼົ່ານີ້ເຮົາເອີ້ນວ່າ ກ່າວໂດຍຫຍໍ້ຂັນທ໌ເປັນທີ່ຕັ້ງແຫ່ງຄວາມຢຶດຖືເປັນທຸກຂ໌.

ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄືທຸກຂ໌.

໒. ທຸກຂະສະມຸທະຢະອະຣິຢະສັຈຈະ

ພິກຂຸ ທ. ! ກໍ ອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌ນັ້ນ ເປັນແນວໃດໜໍ ? ຕັນຫານີ້ໃດ ສ້າງຄວາມເກີດໃໝ່ເປັນປົກກະຕິ ເປັນໄປດ້ວຍຄວາມກໍາໜັດ ເພາະຄວາມເພີນ ມັກເພີນຢ່າງຍິ່ງໃນອາຣົມນັ້ນໆ, ນີ້ຄື ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ.

ພິກຂຸ ທ. ! ກໍ ຕັນຫານັ້ນເມື່ອຈະເກີດ ຍ່ອມເກີດໃນບ່ອນໜໍ ? ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນໜໍ ? ສິ່ງໃດໃນໂລກ ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີ (ປິຍະຮູບສາຕະຮູບ); ຕັນຫານັ້ນ ເມື່ອຈະເກີດ ຍ່ອມເກີດໃນສິ່ງນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນສິ່ງນັ້ນ. ກໍອັນໃດໜໍມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ ?

໑໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຕາ...ຫູ...ດັງ...ລີ້ນ...ກາຍ...ໃຈ...(ແຕ່ລະຢ່າງທຸກຢ່າງ) ມີພາວະເປັນທີ່ຮັກ ມີພາວະເປັນທີ່ຍິນດີໃນໂລກ; ຕັນຫານີ້ ເມື່ອຈະເກີດ ຍ່ອມເກີດໃນບ່ອນນັ້ນ, ເມື່ອຈະເຂົ້າໄປຕັ້ງຢູ່ ຍ່ອມເຂົ້າໄປຕັ້ງຢູ່ໃນບ່ອນນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ