ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຕະຫຼອດເວລາທີ່ ປັນຍາເຄື່ອງຮູ້ເຫັນຕາມເປັນຈິງ ໃນອະຣິຍະສັຈຈ໌ສີ່ ອັນມີຮອບສາມ ມີອາການສິບສອງເຊັ່ນນີ້ ຍັງບໍ່ບໍຣິສຸດ ສະອາດດ້ວຍດີ, ເຮົາກໍຍັງບໍ່ປະຕິນຍາ ວ່າໄດ້ຕຣັສຮູ້ ຮູ້ພ້ອມສະເພາະ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ ຢູ່ພຽງນັ້ນ. ເມື່ອໃດບໍຣິສຸດ ສະອາດດ້ວຍດີ, ເມື່ອນັ້ນເຮົາກໍປະຕິນຍາ ວ່າໄດ້ຕຣັຮູ້ ຮູ້ພ້ອມສະເພາະແລ້ວ ຊຶ່ງອະນຸດຕະຣະສັມມາສັມໂພທິຍານ.
- ມຫາວາຣ. ສັງ. ໑໙/໕໒໙-໕໓໐/໑໖໖໖-໑໖໗໐.
ອະຣິຍະສັຈຈ໌ສີ່ເນື່ອງກັນຈົນເຫັນແຕ່ອະຣິຍະສັຈຈ໌ດຽວບໍ່ໄດ້
ທ່ານຜູ້ມີອາຍຸ ທ. ! ຂ້າພະເຈົ້າໄດ້ຮັບຟັງເລື່ອງນີ້ມາສະເພາະພຣະພັກ(ຕໍ່ໜ້າ)ພຣະຜູ້ມີພຣະພາຄເຈົ້າວ່າ
“ພິກຂຸ ທ. ! ຜູ້ໃດເຫັນ ທຸກຂ໌, ຜູ້ນັ້ນຍ່ອມເຫັນແມ່ນຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໒໑
ຜູ້ໃດເຫັນ ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ຜູ້ນັ້ນຍ່ອມເຫັນແມ່ນຊຶ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ຜູ້ໃດເຫັນ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ຜູ້ນັ້ນຍ່ອມເຫັນແມ່ນຊຶ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ຜູ້ໃດເຫັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ຜູ້ນັ້ນຍ່ອມເຫັນ ແມ່ນຊຶ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຍ່ອມເຫັນແມ່ນຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໕໔໖/໑໗໑໑.
(ຄວາມໝາຍຂອງຄໍາວ່າ “ຈາກພຣະໂອຕຖະ” ໃນກໍລະນີເຊັ່ນນີ້ໝາຍຄວາມວ່າ ທ່ານຜູ້ກ່າວເປັນຜູ້ຢຶນຢັນ ໃນບ່ອນນີ້ວ່າ ພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດເຊັ່ນນັ້ນຈິງແທ້.)
ໄວພົດ ຫຼືຄໍາແທນຊື່ຂອງຈະຕຸຣາຣິຢະສັຈຈະ
....ພິກຂຸ ທ. ! ທັມເຫຼົ່າໃດໜໍ ຄວນກໍານົດຮອບຮູ້ດ້ວຍປັນຍາອັນຍິ່ງ ? ຄໍາຕອບຄື ອຸປາທານຂັນທ໌ຫ້າ; ໄດ້ແກ່ສິ່ງເຫຼົ່ານີ້ຄື : ຮູບເປັນອຸປາທານຂັນທ໌, ເວທະນາເປັນອຸປາທານຂັນທ໌, ສັນຍາເປັນອຸປາທານຂັນທ໌, ສັງຂາຣເປັນອຸປາທານຂັນທ໌, ແລະວິນຍານເປັນອຸປາທານຂັນທ໌. ພິກຂຸ ທ. ! ທັມເຫຼົ່າໃດໜໍ ຄວນລະດ້ວຍປັນຍາອັນຍິ່ງ ? ຄໍາຕອບຄື ອະວິຊຊາ ແລະພະວະຕັນຫາ,
໑໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ທັມເຫຼົ່າໃດໜໍ ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ? ຄໍາຕອບຄື ວິຊຊາ ແລະ ວິມຸຕຕິ. ພິກຂຸ ທ. ! ທັມເຫຼົ່າໃດໜໍ ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ? ຄໍາຕອບຄື ສະມະຖະ ແລະ ວິປັສສະນາ.
- ອຸປຣິ. ມ. ໑໔/໕໒໔/໘໒໙.
- ມຫາວາຣ. ສັງ. ໑໙/໗໘/໒໙໑-໒໙໔.
ອຸປາທານຂັນທ໌ = ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດຖື ໂດຍສະຫຼຸບໄດ້ແກ່ທຸກຂະສັຈ; ອະວິຊຊາແລະພະວະຕັນຫາ ໄດ້ແກ່ສະມຸທັຍສັຈ; ວິຊຊາຄື ຄວາມຮູ້ແຈ້ງ ວິມຸຕຕິຄື ຄວາມຫຼຸດພົ້ນ ໄດ້ແກ່ນິໂຣທະສັຈຈະ ; ສະມະຖະ ຄືອຸບາຍສະງົບໃຈເປັນສະມາທິ ວິປັສສະນາ ຄືອຸບາຍໃຫ້ເຫັນແຈ້ງໃນທັມທັງປວງໄດ້ແກ່ມັຄຄະສັຈ; ຈຶ່ງອາດຈະກ່າວໄດ້ວ່າ ເປັນໄວພົຈນ໌ຂອງຈະຕຸຣາຣິຢະສັຈຈະ ໃນບ່ອນນີ້ທີ່ໃຊ້ຄໍາວ່າ “ອາດຈະກ່າວ” ກໍເພາະວ່າ ພຣະອົງຄ໌ບໍ່ໄດ້ຕຣັດໂດຍກົງ ເໝືອນຢ່າງເຊັ່ນຄໍາທີ່ໃຊ້ແທນຊື່ຂອງຕະຖາຄົຕແດ່ ຫຼືຢ່າງຕະຖາຄົຕວິຫາຣ ທີ່ໃຊ້ແທນອານາປານະສະຕິເປັນຕົ້ນ. - ຜູ້ຮວບຮວມ.
ຂະຫຍາຍຄວາມຂອງຈະຕຸຣາຣິຢະສັຈຈະ (ອີກນັຍໜຶ່ງ)
(ຊົງສະແດງດ້ວຍຄໍາວ່າອັນຕະ)
ພິກຂຸ ທ. ! ອັນຕະ ໔ ຢ່າງເຫຼົ່ານີ້ ມີຢູ່; ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄືອັນຕະຄື ສັກກາຢະ ອັນຕະຄື ສັກກາຢະສະມຸທັຍ ອັນຕະຄື ສັກກາຢະນິໂຣດ ອັນຕະຄື ສັກກາຢະນິໂຣທະຄາມິນີປະຕິປະທາ.
ພິກຂຸ ທ. ! ອັນຕະຄືສັກກາຢະ ເປັນແນວໃດໜໍ ? ຄວນຈະກ່າວວ່າ ໄດ້ແກ່ອຸປາທານຂັນທ໌ຫ້າ. ຫ້າແນວໃດໜໍ ? ຫ້າຢ່າງຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌ ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອັນຕະ ຄື ສັກກາຢະ.








