ອະຣິຍະສັຈພາກຕົ້ນ

ໜ້າ/ 382

ແນະພິກຂຸ ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໓໘/໑໖໙໓.

ໜ້າທີ່ອັນກ່ຽວກັບອະຣິຍະສັຈຈ໌ ມີສີ່ຊະນິດ

ພິກຂຸ ທ. ! ຄວາມຈິງອັນປະເສີດ ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດຄືທຸກຂ໌, ເຫຕໃຫ້ເກີດແຫ່ງທຸກຂ໌, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເຫຼົ່ານີ້ແລຄື ຄວາມຈິງອັນປະເສີດສີ່ຢ່າງ.

ພິກຂຸ ທ. ! ໃນຄວາມຈິງອັນປະເສີດສີ່ຢ່າງເຫຼົ່ານີ້, ຄວາມຈິງອັນປະເສີດ ທີ່ຄວນກໍານົດຮອບຮູ້ກໍມີ, ຄວາມຈິງອັນປະເສີດ ທີ່ຄວນລະເສຍກໍມີ, ຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ແຈ້ງກໍມີ, ແລະຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ຈະເຣີນກໍມີ.

ພິກຂຸ ທ. ! ຄວາມຈິງອັນປະເສີດ ທີ່ຄວນກຳນົດຮອບຮູ້ ໄດ້ແກ່ຄວາມຈິງອັນປະເສີດ ຄືທຸກຂ໌, ຄວາມຈິງອັນປະເສີດທີ່ຄວນລະເສຍ ໄດ້ແກ່ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌,

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑໙

ຄວາມຈິງອັນປະເສີດ ທີ່ຄວນເຮັດໃຫ້ແຈ້ງ ໄດ້ແກ່ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຄວາມຈິງອັນປະເສີດທີ່ຄວນເຮັດໃຫ້ຈະເຣີນ ໄດ້ແກ່ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໔໖/໑໗໐໙.

ອະຣິຍະສັຈຈ໌ສີ່ ມີສາມຮອບ ມີສິບສອງອາການ

໑. ພິກຂຸ ທ. ! ດວງຕາ, ຍານ, ປັນຍາ, ວິຊຊາ, ແລະແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນ ໄດ້ຟັງມາແຕ່ກ່ອນວ່າ: ໑. ນີ້ເປັນຄວາມຈິງອັນປະເສີດຄື ທຸກຂ໌, ໒. ຄວາມຈິງອັນປະເສີດຄື ທຸກຂ໌ ນີ້ ຄວນກຳນົດຮອບຮູ້, ໓. ຄວາມຈິງອັນປະເສີດຄື ທຸກຂ໌ ນີ້ ເຮົາໄດ້ກໍານົດຮອບຮູ້ແລ້ວ.

໒. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ: ໑. ນີ້ເປັນຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌, ໒. ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ ຄວນລະເສຍ, ໓. ຄວາມຈິງອັນປະເສີດຄື ເຫຕໃຫ້ເກີດແຫ່ງທຸກຂ໌ ນີ້ ເຮົາໄດ້ລະເສຍແລ້ວ.

໑໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

໓. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວ ໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ : ໑. ນີ້ເປັນຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ໒. ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ຄວນເຮັດໃຫ້ແຈ້ງ, ໓. ຄວາມຈິງອັນປະເສີດຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ເຮົາໄດ້ເຮັດໃຫ້ແຈ້ງແລ້ວ.

໔. ພິກຂຸ ທ. ! ດວງຕາ, ຯລຯ ແສງສະຫວ່າງຂອງເຮົາ ໄດ້ເກີດຂຶ້ນແລ້ວໃນທັມທີ່ເຮົາບໍ່ເຄີຍໄດ້ຍິນໄດ້ຟັງມາແຕ່ກ່ອນວ່າ : ໑. ນີ້ເປັນຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ໒. ຄວາມຈິງອັນປະເສີດຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ຄວນເຮັດໃຫ້ຈະເຣີນ, ໓. ຄວາມຈິງອັນປະເສີດຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ນີ້ ເຮົາໄດ້ເຮັດໃຫ້ຈະເຣີນແລ້ວ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ