ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະນິໂຣທະຄາມິນີປະຕິປະທາ ເປັນແນວໃດໜໍ ? ຄືຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ແປດປະການນີ້ ນັ້ນເອງ; ໄດ້ແກ່ສິ່ງເຫຼົ່ານີ້ຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະນິໂຣທະຄາມິນີປະຕິປະທາ.

ພິກຂຸ ທ. ! ເຫຼົ່ານີ້ແລ ອະຣິຍະສັຈຈ໌ ໔ ຢ່າງ.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ທຸກຂະສະມຸທັຍເປັນເຊັ່ນນີ້, ທຸກຂະນິໂຣດະເປັນເຊັ່ນນີ້, ທຸກຂະນິໂຣທະຄາມິນີປະຕິປະທາເປັນເຊັ່ນນີ້” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໓໕/໑໖໘໔-໑໖໘໙.

໑໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຊົງວາງລໍາດັບແຫ່ງອະຣິຍະສັຈຈ໌ຢ່າງຕາຍໂຕ

....ແນະພິກຂຸ ! ຖືກແລ້ວ, ຖືກແລ້ວ. ແນະພິກຂຸ ! ເຈົ້າຈໍາອະຣິຍະສັຈຈ໌ ສີ່ປະການ ອັນເຮົາສະແດງໄວ້ແລ້ວໂດຍຖືກຕ້ອງ ຄື : ເຮົາສະແດງອະຣິຍະສັຈຈ໌ຄືທຸກຂ໌ ໄວ້ເປັນຂໍ້ທີໜຶ່ງ, ສະແດງອະຣິຍະສັຈຈ໌ຄື ເຫຕໃຫ້ເກີດແຫ່ງທຸກຂ໌ ໄວ້ເປັນຂໍ້ທີສອງ, ສະແດງອະຣິຍະສັຈຈ໌ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ໄວ້ເປັນຂໍ້ທີສາມ, ແລະສະແດງອະຣິຍະສັຈຈ໌ຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ໄວ້ເປັນຂໍ້ທີສີ່. ແນະພິກຂຸ ! ເຈົ້າຈົ່ງຊົງຈໍາອະຣິຍະສັຈຈ໌ສີ່ ໄວ້ໂດຍປະການທີ່ເຮົາສະແດງນັ້ນໆ ເຖີ້ນ.

ແນ່ະພິກຂຸ ! ເພາະເຫຕນັ້ນ ໃນກໍຣະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມ ດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.” ດັ່ງນີ້ເຖີ້ນ.

- ມຫາວາຣ. ສັງ. ໑໙/໕໓໖/໑໖໙໑.

ອະຣິຍະສັຈຈ໌ສີ່ໃນຮູບແບບພິເສດ

ພິກຂຸ ທ. ! ທັມ ໔ ປະການເຫຼົ່ານີ້ມີຢູ່. ສີ່ປະການຄືອັນໃດໜໍ ? ສີ່ປະການຄື ທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນລະດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ມີຢູ່; ທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ມີຢູ່.

ພິກຂຸ ທ. ! ທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ອຸປາທານຂັນທ໌ ໕ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນຮອບຮູ້ດ້ວຍປັນຍາອັນຍິ່ງ.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑໗

ພິກຂຸ ທ. ! ທັມທີ່ຄວນລະດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ອະວິຊຊາແລະພະວະຕັນຫາ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນລະດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ສະມະຖະແລະວິປັສສະນາ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນເຮັດໃຫ້ຈະເຣີນດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ ເປັນແນວໃດໜໍ ? ວິຊຊາ ແລະວິມຸຕຕິ ເຫຼົ່ານີ້ເຮົາກ່າວວ່າ ເປັນທັມທີ່ຄວນເຮັດໃຫ້ແຈ້ງດ້ວຍປັນຍາອັນຍິ່ງ.

ພິກຂຸ ທ. ! ທັມ ໔ ປະການເຫຼົ່ານີ້ແລ ມີຢູ່.

- ຈຕຸກກ. ອັງ. ໒໑/໓໓໓/໒໕໔.

(ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນ ວ່າອະຣິຍະສັຈຈ໌ສີ່ ໃນຮູບແບບນີ້ ມີແປກຈາກແບບທັມມະດາ ທັງໂດຍຊື່ ແລະໂດຍລໍາດັບ.)

ການວາງລໍາດັບໃໝ່ ບໍ່ມີເຫຕຜົລເລີຍ

ແນະພິກຂຸ ! ການທີ່ຜູ້ໃດ ຈະເປັນສະມະນະຫຼືພຣາມກໍຕາມ ຈະຍ່ອມກ່າວວ່າ “ອະຣິຍະສັຈຈ໌ທີ່ພຣະສະມະນະໂຄດົມ ສະແດງທຸກຂ໌ ໄວ້ເປັນຂໍ້ທີໜຶ່ງ, ເຫຕໃຫ້ເກີດແຫ່ງທຸກຂ໌ ໄວ້ເປັນຂໍ້ທີສອງ, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ໄວ້ເປັນຂໍ້ທີສາມ, ແລະທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ໄວ້ເປັນຂໍ້ທີສີ່ ນັ້ນ ເປັນໄປບໍ່ໄດ້, ເຮົາຄັດຄ້ານ, ເຮົາບັນຍັຕເປັນເຍື່ອງອື່ນ” ດັ່ງນີ້ ຈະເປັນຄໍາມີເຫຕຜົລ ເປັນຫຼັກຖານບໍ່ໄດ້ເລີຍ.

໑໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ແນະພິກຂຸ ! ເຈົ້າຈົ່ງຊົງຈຳອະຣິຍະສັຈຈ໌ສີ່ ອັນເຮົາສະແດງແລ້ວ ໂດຍປະການທີ່ສະແດງແລ້ວ ເຊັ່ນນັ້ນໆ ເຖີ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ