ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທຸກຂ໌ ເປັນແນວໃດໜໍ ? ຄໍາຕອບຄືຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຖືໝັ້ນຫ້າຢ່າງ. ຫ້າຢ່າງນັ້ນ ອັນໃດໜໍ ? ຫ້າຢ່າງຄື ຂັນທ໌ອັນເປັນທີ່ຕັ້ງແຫ່ງຄວາມຢຶດໝັ້ນຖືໝັ້ນ ໄດ້ແກ່ ຮູບ ເວທະນາ ສັນຍາ ສັງຂາຣ ແລະວິນຍານ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດຄື ທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຕັນຫາອັນໃດນີ້ ທີ່ເປັນເຄື່ອງນໍາພາໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ມັກເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ ໄດ້ແກ່ຕັນຫາໃນກາມ, ຕັນຫາໃນຄວາມມີຄວາມເປັນ, ຕັນຫາໃນຄວາມບໍ່ມີບໍ່ເປັນ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ເຫຕໃຫ້ເກີດແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຄວາມດັບສະນິດ ເພາະຄວາມຈາງຄາຍໄປ ໂດຍບໍ່ເຫຼືອຂອງຕັນຫານັ້ນ ຄວາມສະລະລົງເສຍ ຄວາມສະລັດຖິ້ມໄປ ຄວາມປ່ອຍວາງ ຄວາມບໍ່ອາໄລເຖິງຊຶ່ງຕັນຫານັ້ນເອງ ອັນໃດ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ? ຄືຫົນທາງອັນປະເສີດ ປະກອບດ້ວຍອົງຄ໌ ໘ ນີ້ນັ້ນເອງ,
໑໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ; ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ; ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ. ພິກຂຸ ທ. ! ອັນນີ້ເຮົາກ່າວວ່າ ຄວາມຈິງອັນປະເສີດ ຄື ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເຫຼົ່ານີ້ແລຄື ຄວາມຈິງອັນປະເສີດສີ່ຢ່າງ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍຣະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໓໔-໕/໑໖໗໘-໑໖໘໓.
ອະຣິຍະສັຈຈ໌ສີ່ໂດຍສັງເຂບ (ອີກນັຍໜຶ່ງ)
(ຊົງສະແດງດ້ວຍອາຍະຕະນະຫົກ)
ພິກຂຸ ທ. ! ອະຣິຍະສັຈຈ໌ມີສີ່ຢ່າງເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ ຄືທຸກຂ໌ ອະຣິຍະສັຈຈ໌ ຄືທຸກຂະສະມຸທັຍ ອະຣິຍະສັຈຈ໌ ຄືທຸກຂະນິໂຣທະ ອະຣິຍະສັຈຈ໌ ຄືທຸກຂະນິໂຣທະຄາມິນີປະຕິປະທາ.
ພິກຂຸ ທ. ! ອະຣິຍະສັຈຈ໌ຄືທຸກຂ໌ ເປັນແນວໃດໜໍ ? ຄວນຈະກ່າວວ່າໄດ້ແກ່ອາຍະຕະນະພາຍໃນຫົກ. ອາຍະຕະນະພາຍໃນຫົກ ເຫຼົ່າໃດໜໍ ? ຄື ຈັກຂຸອາຍະ ຕະນະ ໂສຕະອາຍະຕະນະ ຄານະອາຍະຕະນະ ຊິວຫາອາຍະຕະນະ ກາຍະອາ ຍະຕະນະ ມະນະອາຍະຕະນະ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂ໌.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑໕
ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະສະມຸທັຍ ເປັນແນວໃດໜໍ ? ຄື ຕັນຫາ ອັນໃດນີ້ ທີ່ເປັນເຄື່ອງນໍາພາໃຫ້ມີການເກີດອີກ ອັນປະກອບດ້ວຍຄວາມກໍາໜັດ ເພາະອໍານາດຄວາມເພີນ ເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ; ໄດ້ແກ່ກາມະຕັນຫາ ພະວະຕັນຫາ ວິພະວະຕັນຫາ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະສະສະມຸທັຍ.
ພິກຂຸ ທ. ! ອະຣິຍະສັຈຈ໌ຄື ທຸກຂະນິໂຣດະ ເປັນແນວໃດໜໍ ? ຄືຄວາມດັບສະນິດ ເພາະຄວາມຈາງຄາຍໄປໂດຍບໍ່ເຫຼືອຂອງຕັນຫານັ້ນ ຄວາມສະລະຖິ້ມຄວາມສະລັດຄືນ ຄວາມປ່ອຍວາງ ຄວາມບໍ່ອາໄລເຖິງຊຶ່ງຕັນຫານັ້ນເອງ. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄື ທຸກຂະນິໂຣດະ.








