ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌ ເປັນແນວໃດໜໍ ? ມັຄຄະອັນປະເສີດປະກອບດ້ວຍອົງຄ໌ ໘ ປະການນີ້ນັ້ນເອງ ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຍາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌.
ພິກຂຸ ທ. ! ຂໍ້ທີ່ວ່າ “ທັມອັນເຮົາສະແດງແລ້ວວ່າ ‘ເຫຼົ່ານີ້ຄືອະຣິຍະສັຈຈ໌ ທັງຫຼາຍ ໔ ປະການ’ ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້” ດັ່ງນີ້ ອັນໃດທີ່ເຮົາກ່າວແລ້ວ; ຂໍ້ນັ້ນ ເຮົາກ່າວໝາຍເຖິງຂໍ້ຄວາມດັ່ງກ່າວມານີ້ແລ.
- ຕິກ. ອັງ. ໒໐/໒໒໕/໕໐໑.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑໑
- ໖ -
ປະເພດຫຼືເຄົ້າໂຄງຂອງອະຣິຍະສັຈຈ໌
ຫຼັກອະຣິຍະສັຈຈ໌ມີຢ່າງດຽວແຕ່ຄໍາອະທິບາຍມີປະຣິຍາຍຫຼວງຫຼາຍ
ພິກຂຸ ທ. ! ຄວາມຈິງອັນປະເສີດວ່າ “ນີ້ເປັນ ທຸກຂ໌, ນີ້ເປັນ ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະນີ້ເປັນ ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌,” ດັ່ງນີ້, ເປັນສິ່ງທີ່ເຮົາໄດ້ບັນຍັຕແລ້ວ : ແຕ່ໃນຄວາມຈິງນັ້ນ ການພັນລະນາຄວາມ ການກໍານົດບົດພະຍັນຊະນະ ແລະການຈໍາແນກເພື່ອ ພິສະດານມີຫຼາຍ ຈົນປະມານບໍ່ໄດ້ (ອະປະຣິມານາວັນນາ ອະປະຣິມານາພະຢັນຊະນາ ອະປະຣິມານາສັງກາສະນາ) : ວ່າປະຣິຍາຍເຊັ່ນນີ້ໆ ເປັນຄວາມຈິງ ຄືທຸກຂ໌ ເຖິງແມ່ນເຊັ່ນນີ້ ກໍເປັນຄວາມຈິງຄືທຸກຂ໌ ຯລຯ.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍຣະນີນີ້ ພວກເຈົ້າຕ້ອງຕັ້ງຄວາມພຽນ ເພື່ອໃຫ້ຮູ້ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌;” ດັ່ງນີ້ເຖີ້ນ.
- ມຫາວາຣ. ສັງ. ໑໙/໕໓໙/໑໖໙໖.
ອະຣິຍະສັຈຈ໌ສີ່ໂດຍສັງເຂບ (ນັຍທົ່ວໄປ)
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຄວາມທຸກຂ໌ ຄື ຄວາມເກີດກໍເປັນທຸກຂ໌, ຄວາມແກ່ກໍເປັນທຸກຂ໌ ຄວາມເຈັບໄຂ້ກໍເປັນທຸກຂ໌ ຄວາມຕາຍກໍເປັນທຸກຂ໌, ຄວາມປະຈວບພໍ້ກັບສິ່ງທີ່ບໍ່ຮັກເປັນທຸກຂ໌ ຄວາມພັດພາກຈາກສິ່ງທີ່ຮັກເປັນທຸກຂ໌
໑໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄວາມປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນເປັນທຸກຂ໌, ກ່າວໂດຍຫຍໍ້ຂັນທ໌ຫ້າ ທີ່ປະກອບດ້ວຍອຸປາທານເປັນທຸກຂ໌.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງແດນເກີດຂອງຄວາມທຸກຂ໌ ຄືຕັນຫາ ອັນເປັນເຄື່ອງເຮັດໃຫ້ມີການເກີດອີກ ອັນປະກອບຢູ່ດ້ວຍຄວາມກໍາໜັດ ດ້ວຍອໍານາດຄວາມເພີນ ອັນເປັນເຄື່ອງໃຫ້ເພີດເພີນຢ່າງຍິ່ງ ໃນອາຣົມນັ້ນໆ, ໄດ້ແກ່ຕັນຫາໃນກາມ ຕັນຫາໃນຄວາມມີຄວາມເປັນ ຕັນຫາໃນຄວາມບໍ່ມີບໍ່ເປັນ.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄືຄວາມດັບສະນິດ ເພາະຈາງໄປໂດຍບໍ່ມີເຫຼືອ ຂອງຕັນຫານັ້ນນັ້ນເອງ ຄືຄວາມສະລະຖິ້ມ ຄວາມສະລັດຄືນ ຄວາມປ່ອຍ ຄວາມເຮັດບໍ່ໃຫ້ມີທີ່ອາໄສຊຶ່ງຕັນຫານັ້ນ.
ພິກຂຸ ທ. ! ນີ້ແລຄື ຄວາມຈິງອັນປະເສີດ ເລື່ອງຂໍ້ປະຕິບັຕອັນເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອຂອງຄວາມທຸກຂ໌ ຄື ຂໍ້ປະຕິບັຕອັນເປັນຫົນທາງອັນປະເສີດ ອັນປະກອບດ້ວຍອົງຄ໌ແປດປະການນີ້ ໄດ້ແກ່ຄວາມເຫັນທີ່ຖືກຕ້ອງ ຄວາມດໍາຣິທີ່ຖືກຕ້ອງ ການເວົ້າຈາທີ່ຖືກຕ້ອງ ການທໍາການງານທີ່ຖືກຕ້ອງ ການລ້ຽງຊີບທີ່ຖືກຕ້ອງ ຄວາມພາກພຽນທີ່ຖືກຕ້ອງ ຄວາມລະນຶກທີ່ຖືກຕ້ອງ ຄວາມຕັ້ງໃຈໝັ້ນທີ່ຖືກຕ້ອງ.
- ມະຫາ. ວິ. ໔/໑໘/໑໔.
ອະຣິຍະສັຈຈ໌ສີ່ໂດຍສັງເຂບ (ອີກນັຍໜຶ່ງ)
(ຊົງສະແດງດ້ວຍປັນຈຸປາທານຂັນທ໌)
ພິກຂຸ ທ. ! ຄວາມຈິງອັນປະເສີດມີສີ່ຢ່າງ ເຫຼົ່ານີ້. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດ ຄືທຸກຂ໌, ຄວາມຈິງອັນປະເສີດ ຄືເຫຕໃຫ້ເກີດແຫ່ງທຸກຂ໌,
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໑໓








