ອະຣິຍະສັຈພາກຕົ້ນ

ໜ້າ/ 382

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຂໍ້ນັ້ນຈະເປັນໄປໄດ້ແດ່ ກໍຕໍ່ເມື່ອຜ່ານກາລະດົນນານ ໃນບາງເທື່ອ”.

ພິກຂຸ ທ. ! ຂໍ້ທີ່ ເຕົ່າຕາບອດ ໂຕນັ້ນ ຕໍ່ ກາລະຜ່ານໄປຮ້ອຍປີໆ ຈຶ່ງໂຜ່ຜຸດຂຶ້ນມາຈັກຄັ້ງໜຶ່ງໆ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວ ໃນໄມ້ນັ້ນ ຍັງຈະ ໄວເສຍກວ່າການທີ່ຄົນພາລ ຊຶ່ງເຂົ້າເຖິງການເກີດເປັນວິນິບາຕແລ້ວ ຈະໄດ້ຄວາມເປັນມະນຸສສ໌ຈັກຄັ້ງໜຶ່ງ. ຂໍ້ນັ້ນເພາະເຫຕອັນໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ໃນໝູ່ສັຕຈໍາພວກວິນິບາຕນັ້ນ ບໍ່ມີທັມມະຈະຣິຍາ ບໍ່ມີສະມະຈະຣິຍາ ບໍ່ມີກຸສະລະກິຣິຍາ ບໍ່ມີປຸນຍະກິຣິຍາ, ມີແຕ່ການກັດຄ້ຽວກິນຊຶ່ງກັນແລະກັນ. ພິກຂຸ ທ. ! ການທີ່ ສັຕມີກໍາລັງຫຼາຍກວ່າ ກັດຄ້ຽວກິນສັຕທີ່ມີກໍາລັງໜ້ອຍກວ່າ ຍ່ອມເປັນໄປເປັນທັມມະດາ ໃນໝູ່ສັຕຈໍາພວກວິນິບາຕນັ້ນ. ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະຄວາມທີ່ບໍ່ເຫັນອະຣິຍະສັຈຈ໌ທັງສີ່. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.

ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.

- ມຫາວາຣ. ສັງ. ໑໙/໕໖໘/໑໗໔໓.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໐໓

ການຮູ້ອະຣິຍະສັຈຈ໌ເຮັດໃຫ້ມີຕາຄົບສອງຕາ

ພິກຂຸ ທ. ! ບຸຄຄົລ ໓ ຈໍາພວກນີ້ມີຢູ່ຫາໄດ້ຢູ່ໃນໂລກ. ສາມຈໍາພວກແນວໃດໜໍ ? ສາມຈໍາພວກຄື ຄົນຕາບອດ (ອັນໂດ) ຄົນມີຕາກໍ້າດຽວ (ເອກະຈັກຂຸ) ຄົນມີຕາສອງກໍ້າ (ທະວິຈັກຂຸ).

ພິກຂຸ ທ. ! ຄົນຕາບອດ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ບໍ່ມີຕາທີ່ເປັນເຫຕໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ນີ້ຢ່າງໜຶ່ງ ; ແລະບໍ່ມີຕາທີ່ເປັນເຫຕໃຫ້ຮູ້ທັມ ທີ່ເປັນກຸສົລອະກຸສົລ ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມແລະທັມປານີດ-ທັມຝ່າຍດໍາແລະທັມຝ່າຍຂາວ ນີ້ອີກຢ່າງໜຶ່ງ. ພິກຂຸ ທ. ! ນີ້ແລ ຄົນຕາບອດ (ທັງສອງຂ້າງ).

ພິກຂຸ ທ. ! ຄົນມີຕາກໍ້າດຽວ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ມີຕາທີ່ເປັນເຫຕ ໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ; ແຕ່ບໍ່ມີຕາທີ່ເປັນເຫຕ ໃຫ້ຮູ້ທັມທີ່ເປັນກຸສົລ ອະກຸສົລ-ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມແລະທັມປານີດ-ທັມຝ່າຍດໍາແລະທັມຝ່າຍຂາວ. ພິກຂຸ ທ. ! ນີ້ແລຄົນມີຕາກໍ້າດຽວ.

ພິກຂຸ ທ. ! ຄົນມີຕາສອງກໍ້າ ເປັນແນວໃດໜໍ ? ຄືຄົນບາງຄົນໃນໂລກນີ້ ມີຕາທີ່ເປັນເຫຕໃຫ້ໄດ້ໂພຄະຊັບທີ່ຍັງບໍ່ໄດ້ ຫຼືເຮັດໂພຄະຊັບທີ່ໄດ້ແລ້ວ ໃຫ້ເພີ່ມທະວີຫຼາຍຂຶ້ນ ນີ້ຢ່າງໜຶ່ງ ; ແລະມີຕາທີ່ເປັນເຫຕ ໃຫ້ຮູ້ທັມທີ່ເປັນກຸສົລ ອະກຸສົລ - ທັມມີໂທດ ບໍ່ມີໂທດ-ທັມຕໍ່າຊາມແລະທັມປານີດ-ທັມຝ່າຍດໍາແລະທັມຝ່າຍຂາວ ນີ້ອີກຢ່າງໜຶ່ງ. ພິກຂຸ ທ. ! ນີ້ແລ ຄົນມີຕາສອງກໍ້າ....

໑໐໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ພິກຂຸມີຕາສົມບູນ (ຈັກຂຸມາ) ເປັນແນວໃດໜໍ ? ຄືພິກຂຸ ໃນກໍຣະນີນີ້ ຍ່ອມ ຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄວາມທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”ດັ່ງນີ້. ພິກຂຸ ທ. ! ນີ້ແລ ພິກຂຸມີຕາສົມບູນ.

- ຕິກ. ອັງ. ໒໐/໑໖໒,໑໔໗/໔໖໘,໔໕໙.

ການດັບສິ້ນອາສະວະມີໄດ້ເພາະການຮູ້ອະຣິຍະສັຈຈ໌

ພິກຂຸ ທ. ! ເຮົາກ່າວຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ວ່າມີໄດ້ສໍາລັບຜູ້ຮູ້ຢູ່ ຜູ້ເຫັນຢູ່ເທົ່ານັ້ນ, ຫາກໄດ້ກ່າວວ່າ ມີໄດ້ສໍາລັບ ຜູ້ບໍ່ຮູ້ຢູ່ ຜູ້ບໍ່ເຫັນຢູ່ບໍ່.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ