ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສະມະນະພຣາມບາງພວກ ບໍ່ຮູ້ແຈ້ງຕາມທີ່ເປັນຈິງວ່າ “ນີ້ຄືທຸກຂ໌, ນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາຍ່ອມມອງສີໜ້າຂອງສະມະນະ ພຣາມອື່ນ ເພື່ອໃຫ້ຮູ້ວ່າ “ທ່ານຜູ້ຈະເຣີນນີ້ ເມື່ອຮູ້ກໍຮູ້ຈິງຫຼື, ເມື່ອເຫັນກໍເຫັນຈິງຫຼື” ດັ່ງນີ້. ປຽບເໝືອນປຸຍຍອງ (ງິ້ວ) ຫຼືຍອງຝ້າຍເປັນຂອງເບົາ ລົມພັດພາໄປໄດ້ງ່າຍ, ເມື່ອວາງຢູ່ເທິງພື້ນທີ່ອັນຮາບພຽງ ລົມທິດຕາເວັນອອກ ກໍພັດພາມັນໄປທາງທິດ ຕາເວັນຕົກ, ລົມທິດຕາເວັນຕົກ ກໍພັດພາມັນໄປທາງທິດຕາເວັນອອກ, ລົມທິດເໜືອ ກໍພັດພາມັນໄປທິດໃຕ້, ລົມທິດໃຕ້ ກໍພັດພາມັນໄປທາງທິດເໜືອ. ຂໍ້ນັ້ນເພາະເຫຕໃດ ? ພິກຂຸ ທ. ! ເພາະຍອງຝ້າຍນັ້ນເປັນຂອງເບົາ ; ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ສະມະນະພຣາມບາງພວກ ບໍ່ຮູ້ແຈ້ງຕາມທີ່ເປັນຈິງວ່າ “ນີ້ຄືທຸກຂ໌, ນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາຍ່ອມ ມອງສີໜ້າຂອງສະມະນະພຣາມອື່ນ ເພື່ອໃຫ້ຮູ້ວ່າ “ທ່ານຜູ້ຈະເຣີນນີ້ ເມື່ອຮູ້ກໍຮູ້ຈິງຫຼື, ເມື່ອເຫັນກໍເຫັນຈິງຫຼື” ດັ່ງນີ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນ ເພາະຄວາມທີ່ເຂົາເປັນຜູ້ບໍ່ເຫັນຊຶ່ງອະຣິຍະສັຈຈ໌ທັງສີ່.
ພິກຂຸ ທ. ! ສ່ວນສະມະນະພຣາມບາງພວກ ຮູ້ແຈ້ງຕາມເປັນຈິງວ່າ “ນີ້ຄືທຸກຂ໌, ນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄືທາງ ດໍາເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາຍ່ອມບໍ່ມອງສີໜ້າຂອງສະມະນະ ພຣາມອື່ນ ເພື່ອໃຫ້ຮູ້ວ່າ “ທ່ານຜູ້ຈະເຣີນນີ້ ເມື່ອຮູ້ກໍຮູ້ຈິງຫຼື, ເມື່ອເຫັນກໍເຫັນຈິງຫຼື” ດັ່ງນີ້. ປຽບເໝືອນເສົາເຫຼັກ ຫຼືເສົາອິນທະຂີລະ ມີຮາກເລິກ ເຂົາຝັງໄວ້ດີແລ້ວ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໐໑
ບໍ່ຫວັ່ນໄຫວ ບໍ່ສັ່ນຄອນ, ເຖິງແມ່ນລົມພາຍຸຢ່າງແຮງ ພັດມາຈາກທິດຕາເວັນອອກ.... ຈາກທິດຕາເວັນຕົກ....ຈາກທິດເໜືອ....ຈາກທິດໃຕ້, ກໍບໍ່ສັ່ນຄອນ ບໍ່ສັ່ນສະເທືອນ ບໍ່ຫວັ່ນໄຫວ. ເພາະເຫຕໃດໜໍ ? ເພາະມີຮາກເລິກ ເພາະຝັງໄວ້ດີ, ນີ້ເຊັ່ນໃດ ; ພິກຂຸ ທ. ! ຂໍ້ນີ້ກໍເຊັ່ນນັ້ນ ທີ່ສະມະນະພຣາມບາງພວກ ຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ຄືທຸກຂ໌, ນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາຍ່ອມບໍ່ມອງສີໜ້າຂອງສະມະນະພຣາມອື່ນ ເພື່ອໃຫ້ຮູ້ວ່າ “ທ່ານຜູ້ຈະເຣີນນີ້ເມື່ອຮູ້ກໍຮູ້ຈິງຫຼື, ເມື່ອເຫັນກໍເຫັນຈິງຫຼື” ດັ່ງນີ້. ຂໍ້ນັ້ນເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະຄວາມທີ່ເຂົາເປັນຜູ້ເຫັນຊຶ່ງອະຣິຍະສັຈຈ໌ທັງສີ່ດ້ວຍດີແລ້ວ. ອະຣິຍະສັຈຈ໌ສີ່ແນວໃດໜໍ ? ສີ່ຢ່າງຄື ອະຣິຍະສັຈຈ໌ຄືທຸກຂ໌ ອະຣິຍະສັຈຈ໌ຄືເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ອະຣິຍະສັຈຈ໌ຄືທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໕໔/໑໗໒໒-໑໗໒໓.
ສັຕຈໍາພວກວິນິບາຕກັບການເຫັນຈະຕຸຣາຣິຢະສັຈຈະ
ພິກຂຸ ທ. ! ປຽບເໝືອນບຸຣຸສຖິ້ມບອກ (ທ່ອນໄມ້ໄຜ່) ຊຶ່ງມີຮູຢູ່ພຽງຮູດຽວ ລົງໄປໃນມະຫາສະມຸດ. ໃນມະຫາສະມຸດນັ້ນມີເຕົ່າຕາບອດໂຕໜຶ່ງ ຜ່ານໄປຮ້ອຍປີໆ ຈະໂຜ່ຜຸດຂຶ້ນມາຄັ້ງໜຶ່ງໆ. ພິກຂຸ ທ. ! ເຈົ້າຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ :
໑໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຈະເປັນໄປໄດ້ບໍ່ ທີ່ເຕົ່າຕາບອດໂຕນັ້ນ ຜ່ານໄປຮ້ອຍປີໆ ຈຶ່ງໂຜ່ຜຸດຂຶ້ນມາຄັ້ງໜຶ່ງໆ ຈະຍ່ອມປ່ອນຄໍສຸບເຂົ້າໄປໃນຮູ ຊຶ່ງມີຢູ່ພຽງຮູດຽວ ໃນໄມ້ນັ້ນ ?








