ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ໃນກໍລະນີນີ້ ສໍາລັບຜູ້ຮູ້ຢູ່ ຜູ້ເຫັນຢູ່ຊຶ່ງອັນໃດໜໍ ? ຜູ້ຮູ້ຢູ່ ຜູ້ເຫັນຢູ່ຊຶ່ງສັຈຈະວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນ ເຊັ່ນນີ້”, ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມບໍ່ເຫຼືອແຫ່ງທຸກຂ໌ ເປັນເຊັ່ນນີ້”, ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໔໔/໑໗໐໕.
ເຫຕທີ່ເຮັດໃຫ້ສັຈຈະເຫຼົ່ານີ້ໄດ້ນາມວ່າ “ອະຣິຍະ”
ພິກຂຸ ທ. ! ຄວາມຈິງອັນປະເສີດເຫຼົ່ານີ້ ມີຢູ່ ໔ ຢ່າງ. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດເລື່ອງທຸກຂ໌ ຄວາມຈິງອັນປະເສີດ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໐໕
ເລື່ອງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງທາງດໍາເນີນ ໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ພິກຂຸ ທ. ! ຄວາມຈິງອັນປະເສີດ ໔ ຢ່າງເຫຼົ່ານີ້ແລ ເປັນຕະຖາ ຄືມີຄວາມເປັນເຊັ່ນນັ້ນ, ເປັນ ອະວິຕະຖາ ຄືບໍ່ຜິດໄປຈາກຄວາມເປັນເຊັ່ນນັ້ນ, ເປັນອະນັນຍະຖາ ຄືບໍ່ເປັນໄປໂດຍປະການອື່ນຈາກຄວາມເປັນເຊັ່ນນັ້ນ ; ເພາະເຫຕນັ້ນ ເຮົາ ຈຶ່ງກ່າວສັຈຈະເຫຼົ່ານັ້ນ ວ່າເປັນ “ອະຣິຍະ (ອັນປະເສີດ)” ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດຳເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້”, ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໔໕/໑໗໐໗.
ເຫຕທີ່ເຮັດໃຫ້ສັຈຈະເຫຼົ່ານີ້ໄດ້ນາມວ່າ “ອະຣິຍະ”
(ອີກນັຍໜຶ່ງ)
ພິກຂຸ ທ. ! ຄວາມຈິງອັນປະເສີດ ໔ ຢ່າງເຫຼົ່ານີ້ ມີຢູ່. ສີ່ຢ່າງເຫຼົ່າໃດໜໍ ? ສີ່ຢ່າງຄື ຄວາມຈິງອັນປະເສີດເລື່ອງທຸກຂ໌ ຄວາມຈິງອັນປະເສີດເລື່ອງເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມຈິງອັນປະເສີດເລື່ອງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
໑໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜູ້ກ່າວສັຈຈະເຫຼົ່ານັ້ນ ຄືຕະຖາຄົຕຜູ້ເປັນອະຣິຍະ ໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ພ້ອມທັງເທວະດາ ແລະມະນຸສສ໌ ; ເພາະເຫຕນັ້ນ ເຮົາ ຈຶ່ງກ່າວສັຈຈະເຫຼົ່ານັ້ນວ່າເປັນ “ອະຣິຍະ” ດັ່ງນີ້.
ເພາະເຫຕນັ້ນ ໃນເລື່ອງນີ້ ເຈົ້າ ຕ້ອງປະກອບໂຍຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້”, ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໔໕/໑໗໐໘.
ອະຣິຍະສັຈຈ໌ສີ່ສໍາລັບຄວາມເປັນອະຣິຍະບຸຄຄົລ








