ອະຣິຍະສັຈພາກຕົ້ນ

ໜ້າ/ 382

ວັດສະ ! ອຸປາສົກ ຜູ້ສາວົກຂອງເຮົາ ພວກເປັນຄະຣືຫັດນຸ່ງຂາວ ຢູ່ປະພຶດກັບຜູ້ປະພຶດພຣົມມະຈັນຣຍ໌, ເປັນ ໂອປະປາຕິກະສັຕ (ພຣະອະນາຄາມີ) ມີປົກກະຕິປະຣິນິພພານໃນພົບທີ່ໄປເກີດນັ້ນ ບໍ່ວຽນກັບຈາກພົບນັ້ນເປັນທັມມະດາ,

໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ມີສ່ວນໃນເບື້ອງຕໍ່າຫ້າຢ່າງ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

ວັດສະ ! ອຸປາສົກ ຜູ້ສາວົກຂອງເຮົາ ພວກເປັນຄະຣືຫັດນຸ່ງຂາວ ຍັງບໍຣິໂພກກາມ ເປັນຜູ້ ເຮັດຕາມຄໍາສອນ ເປັນຜູ້ ສະໜອງໂອວາດ ມີຄວາມສົງໄສອັນຂ້າມໄດ້ແລ້ວ ບໍ່ຕ້ອງກ່າວດ້ວຍຄວາມສົງໄສວ່ານີ້ອັນໃດໆ ເປັນຜູ້ປາສະຈາກຄວາມເກີ້ເຂີນ ບໍ່ແມ່ນ ຜູ້ຕ້ອງເຊື່ອຕາມຄໍາຂອງຜູ້ອື່ນ ຢູ່ປະພຶດພຣົມມະຈັນຣຍ໌ ໃນສາສນາຂອງພຣະສາສດາ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

ວັດສະ ! ອຸປາສິກາ ຜູ້ສາວິກາຂອງເຮົາ ພວກເປັນຍິງຄະຣືຫັດນຸ່ງຂາວ ຢູ່ປະພຶດກັບຜູ້ປະພຶດພຣົມມະຈັນຣຍ໌ ເປັນ ໂອປະປາຕິກະສັຕ (ພຣະອະນາຄາມີ) ມີປົກກະຕິ ປະຣິນິພພານໃນພົບທີ່ໄປເກີດນັ້ນ ບໍ່ວຽນກັບຈາກພົບນັ້ນເປັນທັມມະດາ, ເພາະຄວາມດັບສິ້ນໄປແຫ່ງສັນໂຍຊນ໌ ສ່ວນໃນເບື້ອງຕໍ່າຫ້າຢ່າງ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

ວັຈສະ ! ອຸປາສິກາ ຜູ້ສາວິກາຂອງເຮົາ ພວກເປັນຍິງຄະຣືຫັດ ນຸ່ງຂາວຍັງບໍຣິໂພກກາມ ເປັນຜູ້ ເຮັດຕາມຄໍາສອນ ເປັນຜູ້ ສະໜອງໂອວາດ ມີຄວາມສົງໄສອັນຂ້າມໄດ້ແລ້ວ ບໍ່ຕ້ອງກ່າວດ້ວຍຄວາມສົງໄສວ່ານີ້ອັນໃດໆ ເປັນຜູ້ປາສະຈາກຄວາມເກີ້ເຂີນ ບໍ່ຕ້ອງເຊື່ອຕາມຄໍາຂອງຜູ້ອື່ນ ຢູ່ປະພຶດພຣົມມະຈັນຣຍ໌ ໃນສາສນາຂອງພຣະສາສດາ ກໍ ມີຢູ່ບໍ່ແມ່ນຮ້ອຍດຽວ ຯລຯ ບໍ່ແມ່ນຫ້າຮ້ອຍ ມີຢູ່ຫຼາຍຍິ່ງກວ່າຫຼາຍໂດຍແທ້.

- ມ. ມ. ໑໓/໒໕໑-໒໕໓/໒໕໕-໒໕໖.

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໙໕

- ໕ -

ຄຸນຄ່າຂອງອະຣິຍະສັຈຈ໌

ອະຣິຍະສັຈຈ໌ສີ່ເປັນເອກັງສິກະທັມທີ່ຊົງສະແດງ

(ຫຼັງຈາກທີ່ຊົງປະຕິເສດ ການສະແດງອັນຕະຄາຫິກະທິຕຖິສິບ ໃນຖານະທີ່ເປັນ ອະເນກັງສິກະທັມ ຕໍ່ພຣະອົງຄ໌ແລ້ວ, ໄດ້ຊົງສະແດງ ເອກັງສິກະທັມ ໃນທັມວິນັຍຂອງພຣະອົງຄ໌ ດັ່ງຕໍ່ໄປນີ້ :-)

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັຕວ່າເປັນເອກັງສິກະນັ້ນ ເປັນແນວໃດໜໍ ?

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັຕວ່າເປັນເອກັງສິກະນັ້ນ ຄືຂໍ້ທີ່ວ່າ “ນີ້ເປັນທຸກຂ໌” ດັ່ງນີ້ແດ່ ;....“ນີ້ ເປັນເຫຕໃຫ້ເກີດແຫ່ງທຸກຂ໌” ດັ່ງນີ້ແດ່ ;.... “ນີ້ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່ ;.... “ນີ້ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່.

ໂປດຖະປາທະ ! ເພາະເຫຕໃດໜໍ ເຮົາຈຶ່ງສະແດງ ບັນຍັຕທັມເຫຼົ່ານັ້ນວ່າເປັນເອກັງສິກະທັມ (ທັມທີ່ຄວນສະແດງບັນຍັຕໂດຍສ່ວນດຽວ) ? ໂປດຖະປາທະ ! ຂໍ້ນີ້ ເພາະວ່າທັມເຫຼົ່ານັ້ນ ປະກອບດ້ວຍອັຕຖະ ປະກອບດ້ວຍທັມມະ ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ເປັນໄປເພື່ອຄວາມໜ່າຍ ເປັນໄປເພື່ອຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ເປັນໄປເພື່ອຄວາມສະງົບລະງັບ ເປັນໄປເພື່ອຄວາມຮູ້ຍິ່ງ ເປັນໄປເພື່ອຄວາມຮູ້ພ້ອມ ເປັນໄປເພື່ອນິພພານ ; ເພາະເຫຕນັ້ນ ທັມເຫຼົ່ານັ້ນເຮົາຈຶ່ງສະແດງ ບັນຍັຕວ່າ ເປັນເອກັງສິກະທັມ.

- ສີ. ທີ. ໙/໒໓໖/໒໙໘.

໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຮັດທີ່ສຸດທຸກຂ໌ໂດຍບໍ່ຮູ້ອະຣິຍະສັຈຈ໌ນັ້ນເປັນໄປບໍ່ໄດ້

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ